Header Ads

ເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ບາງກອກ ພົບປະໂອ້ລົມນັກສຶກສາລາວ



ຕອນບ່າຍວັນທີ14 ຕຸລາ 2017 ຜ່ານມານີ້, ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ລາຊະອານາຈັກໄທ ໄດ້ພົບປະໂອ້ລົມນັກສຶກສາລາວ ທີ່ພວມສຶກສາຄົ້ນຄວ້າໃນກຸ່ມມະຫາວິທະຍາໄລ ຈຸລາລົງກອນ, ກະເສດສາດ, ສະຖາບັນນິດ້າ, ມະຫາວິທະຍາໄລບົວລະພາ, ແລະ ທຳມະສາດທ່າພະຈັນ.



ການພົບປະໂອ້ລົມໃນຄັ້ງນີ້ ແມ່ນລ້ຳລຶກ23ປີວັນຄູແຫ່ງຊາດ 7 ຕຸລາ ແລະ ຍັງເປັນການສ້າງຂະບວນການຂອງນັກສຶກສາທີ່ ລາຊະອານາຈັກໄທ ໃນໂອກາດດັ່ງກ່າວ.

ໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດານັກສຶກສາລາວ ທີ່ໄດ້ຖືກຄັດເລືອກໄປສືກສາຄົ້ນຄວ້າໃນລະດັບຕ່າງໆຢູ່ໃນມະຫາວິທະຍາໄລດັ່ງກ່າວ ພ້ອມເນັ້ນໜັກໃຫ້ເອົາໃຈໃສ່ສຶກສາຄົ້ນຄວ້າ ທາງດ້ານວິຊາການໃຫ້ເລີກເຊິ່ງເຖິງຖອງ, ຫລີກເວັ້ນປະກົດການຫຍໍ້ທໍ້ຕ່າງໆ ພ້ອມກັນເຮັດສຳເລັດໜ້າທີ່ການສຶກສາຄົ້ນຄວ້າໃຫ້ໄດ້ຕາມລະດັບ ຄາດໝາຍ, ນຳເອົາຄວາມຮູ້ອັນຍອດຍິ່ງໄປຮັບໃຊ້ການສ້າງສາພັດທະນາປະເທດຊາດ ໃຫ້ເກີດດອກອອກຜົນ. ພ້ອມດຽວກັນນີ້ ທ່ານທູດຍັງໄດ້ຍົກໃຫ້ເຫັນເຖິງທີ່ມາ, ຄວາມໝາຍຄວາມສຳຄັນ ຂອງວັນດັ່ງກ່າວ ເຊິ່ງມີຜູ້ເຂົ້າຮ່ວມປະມານ 200 ຄົນ.



ທ່ານເອກອັກຄະລັດຖະທູດລາວ ຍັງໃຫ້ທິດຊີ້ນຳຕໍ່ນັກສຶກສາລາວທຸກຄົນຕ້ອງຄົ້ນຄວ້າກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດຖະບານ, ມີຫລັກໝັ້ນການເມືອງອັກໜັກແໜ້ນ, ເປັນແບບຢ່າງທີ່ດີໃນການຄົ້ນຄວ້າຮໍ່າຮຽນ, ຟັງຄຳສັ່ງສອນຕັກເຕືອນ ແລະ ເລືອກເຟັ້ນເອົາຄວາມຮູ້ຄວາມສາມາດຈາກຄູ-ອາຈານໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້.

ໃນໂອກາດນີ້ ພະນັກງານສະຖານທູດ, ນັກສຶກສາລາວ ແລະ ຄະນະພິສູດສັນຊາດ ຍັງໄດ້ຮ່ວມກັນ ເຮັດອານາໄມ-ທຳຄວາມສະອາດໃນບໍລິເວນສະຖານທູດ, ແຂ່ງຂັນກິລາບານເຕາະ, ແລະ ກິນເຂົ້າສາມັກຄີດ້ວຍຄວາມມ່ວນຊື່ນ.

ແຫຼ່ງຂ່າວ/ຂໍ້ມູນ:   ກະຊວງການຕ່າງປະເທດ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.