Header Ads

ລັດຖະມົນຕີພະລັງງານເປີດເຜີຍເຂື່ອນສອງແຫ່ງແຕກໃນຜ່ານມາຍ້ອນຜູ້ພັດທະນາບໍ່ປະຕິບັດຕາມມາດຕະຖານເຕັກນິກ



ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຄໍາມະນີ ອິນທິລາດ ໃຫ້ຮູ້ວ່າ: ເຫດການເຂື່ອນໄຟຟ້າເຊຂະໝານ 3 ຢູ່ແຂວງອັດຕະປື ແລະ ເຂື່ອນໄຟຟ້ານໍ້າອ້າວຢູ່ແຂວງຊຽງຂວາງແຕກໃນຜ່ານມານັ້ນເປັນຍ້ອນຜູ້ພັດທະນາໂຄງການບໍ່ປະຕິບັດຕາມຂັ້ນຕອນມາດຕະຖານເຕັກນິກຂອງໄຟຟຟ້າລາວ.




ການເປີດເຜີຍດັ່ງກ່າວມີຂຶ້ນໃນລະຫວ່າງການຊີ້ແຈງຂໍ້ຊັກຖາມຂອງສະມາຊິກ ສະພາແຫ່ງຊາດກ່ຽວກັບການຄຸ້ມຄອງ, ກວດກາບັນດາໂຄງການກໍ່ສ້າງເຂື່ອນເພື່ອຮັບປະກັນບໍ່ໃຫ້ເຂື່ອນແຕກ, ໂດຍທ່ານກ່າວວ່າ: ເຂື່ອນເຊ​ຂະ​ໝານ 3 ​ເປັນ​ໂຄງການ​ພັດທະນາ​ໂດຍ​ຜູ້​ລົງທຶນ​ຈາກຫວຽດນາມ, ​ເຊິ່ງ​ການຈັດຕັ້ງປະຕິບັດ​ວຽກງານຕ່າງໆ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຄຸ້ມ​ຄອງ​, ຍ້ອນເຈົ້າຂອງໂຄງການບໍ່ໃຫ້​ຄວາມ​ຮ່ວມ​ມື​ໃນ​ການ​ລົງ​ຕິດຕາມ​ກວດກາ​ການ​ກໍ່ສ້າງ​ຕົວ​ຈິງ, ໂດຍອ້າງວ່າໄດ້​ມີ​ເຕັກ​ນິກມາດຕະຖານ​ຂອງ​ເພິ່ນ, ​ໃນ​ເບື້ອງ​ເຮົາ​ກໍ​ໄດ້​ມີ​ຊ່ຽວຊານ​ລົງ​ໄປ​ກວດກາ ​ແລະ ປະ​ເມີນ, ພ້ອມ​ທັງ​ໃຫ້​ຄຳ​ເຫັນ​ທາງ​ດ້ານ​ເຕັກນິກ​ໃນ​ການ​ປະຕິບັດ​ຢ່າງ​ເປັນ​ລະບົບ​ແລ້ວ, ​ແຕ່​ກົງກັນຂ້າມຜູ້​ພັດທະນາ​ໂຄງການ​ບໍ່​ປະຕິບັດ​ຕາມ​ຂັ້ນຕອນ​ທາງ​ດ້ານ​ເຕັກນິກ​ດີ​ເທົ່າ​ທີ່​ຄວນ ແລະ ​ເມື່ອ​ເກີດ​ສະພາບ​ທໍ່​ສົ່ງ​ນ້ຳ​ແຮງ​ດັນ​ສູງ​ແຕກ ທາງ​ຜູ້​ພັດທະນາ​ຈຶ່ງ​ໄດ້​ເຂົ້າ​ໃຈ ​ແລະ ຍອມຮັບ​ການ​ນຳ​ໃຊ້​ວິສະວະກອນ​ຕ່າງປະ​ເທດ ​ເພື່ອ​ມາ​ສ້ອມ​ແປງ​ໂຄງການ. ​ປັດຈຸບັນ​ນີ້, ທັງ​ຝ່າຍ​ທັງຜູ້​ພັດທະນາ​ໂຄງການ ​ແລະ ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ແມ່ນ​ໄດ້​ສືບ​ຕໍ່​ເຮັດ​ວຽກ​ນຳ​ກັນ​ຢ່າງ​ໃກ້ຊິດ ​ເພື່ອ​ເລັ່ງສ້ອມ​ແປງ​ໃຫ້​ໄດ້​ມາດຕະຖານ ແລະ ສາມາດ​ກັບ​ມາ​ດຳ​ເນີນ​ການ​ຜະລິດ​ໄຟຟ້າ​ໄດ້​ຢ່າງ​ຮັບປະກັນ.







ສຳລັບ​ເຂື່ອນໄຟຟ້າ​ນໍ້າອ້າວ, ​ແມ່ນ​ໄດ້​ຖືກ​ອະນຸມັດ​ໂດຍ​ອຳນາດ​ການ​ປົກຄອງແຂວງ​ຊຽງ​ຂວາງ​ກັບ​ຜູ້​ພັດທະນາ​ໂຄງການຄື​ບໍລິສັດ ບໍ່​ທອງ ອິນ​ເຕີ ກຣຸບ ໄດ້​ມີ​ຂໍ້​ຕົກລົງ​ອະນຸຍາດ​ໃຫ້​​ພັດທະນາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຂະໜາດ​ນ້ອຍ ນ້ຳອ້າວ​ແຂວງ​ຊຽງ​ຂວາງສະບັບ​ເລກທີ 863/ພຜທ,ຊຂ, ລົງ​ວັນ​ທີ 20 ຕຸລາ 2015 ມີ​ອາຍຸ​ສັນຍາ​ພັດທະນາ​ໂຄງການ​ 70 ປີ, ມີ​ບົດ​ລາຍ​ງານ​ການ​ສຳ​ຫລວດ​ວິສະວະກຳ​ທໍລະນີວິທະຍາ​ສະບັບ​ເດືອນ​ກັນຍາ 2015 ບໍ່​ທັນ​ລະອຽດ, ບົດ​ວິພາກ​ເສດຖະກິດ-​ເຕັກນິກ ​ແລະ ​ແຜນ​ຜັງ​ການ​ອອກ​ແບບສະບັບ​ເດືອນ​ກັນຍາ 2015 ບໍ່​ທັນ​ລະອຽດ, ​ໃບຮັບ​ຮອງ​ບົດ​ວິພາກ​ເສດຖະກິດ-​ເຕັກນິກ​ຂັ້ນພື້ນຖານ​ຂອງ​ໂຄງການ​ເຂື່ອນ​ໄຟຟ້າ​ນໍ້າອ້າວສະບັບ​ເລກທີ 465/ພບ.ຊຂ, ລົງ​ວັນ​ທີ 13/10/2015 (ບົດ​ວິພາກ​ເສດຖະກິດ-​ເຕັກນິກ​ຂັ້ນລະອຽດ​ຂອງ​ໂຄງການ​ບໍ່​ມີ), ​ມີ​ສັນຍາ​ຊື້-ຂາຍ​ໄຟຟ້າ​ນຳລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ໃນ​ວັນ​ທີ 1 ກໍລະກົດ 2016, ​ໂຄງການ​ເຂື່ອນ​ນ້ຳອ້າວ​ຈະ​​ເປີດ​ຂາຍ​ໄຟຟ້າ​ເປັນ​ທາງ​ການ​ໃນ​ເດືອນ​ມິຖຸນາ 2018 ແລະ ການກໍ່ສ້າງໄດ້ມີຄວາມຄືບໜ້າຫລາຍກວ່າ 80% ແລະ ຮອດ​ເວລາ 13:50 ​ໂມງຂອງ​ວັນ​ທີ 11 ກັນຍາ 2017 ​ເຊິ່ງມີນໍ້າບັນຈຸ​ຢູ່​ອ່າງ​ປະມານ 5 ແສນ​ແມັດ​ກ້ອນປະສົມ​ກັບ​ດິນ​ໄຫລ​ລົງ​ໄປ​ໂຮມ​ໃສ່​ສາຍ​ນໍ້າສຽມ ​ແລະ ລົ້ນ​ເຂົ້າ​ໄປ​ຖ້ວມ​ເຮືອນ​ຈັກ​ໂຄງການ​ນ້ຳອ້າວ ​ແລະ ​ເຮືອນ​ຈັກ​ໂຄງການ​ນໍ້າງຽບ 2 ​ແລະ ຍັງ​ຖ້ວມ​ບໍລິ​ເວນ​ບ້ານ​ຊຽງ​ຄົງ​ຈຸດ​ຕໍ່າ​ເຂດ​ໂຮງ​ເລື່ອຍ​ທ່າ​ວຽງ


ເຫດການ​ຄັ້ງນີ້ ນອກຈາກ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ໂຄງການ​ນ້ຳອ້າວ​ເອງ​ແລ້ວ ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ໂຮງ​ຈັກ ​ແລະ ​ເຄື່ອງ​ຈັກ​ໂຄງການ​ນໍ້າງຽບ 2 ​ເຊິ່ງມີ​ກຳລັງ​ຕິດຕັ້ງ 180 ເວກາວັດ (MW) ບໍ່​ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໃຫ້​ກັບໄຟຟ້າລາວ​ໄດ້ ​ຈົນ​ກວ່າ​ຈະ​ມີ​ການ​ອະນາ​ໄມປັບປຸງສ້ອມແປງ​ເຄື່ອງ​ຈັກ​ຄືນ​ໃໝ່​ທັງ​ໝົດ ແລະ ສາ​ເຫດ​ຕົ້ນຕໍ​ທີ່​ພາໃຫ້​ເກີດ​ການ​ເຊາະ​ເຈື່ອນ​ຈົນນຳ​ໄປ​ສູ່​ການ​ພັງ​ຂອງ​ເຂື່ອນ​ນັ້ນແມ່ນ​ມາ​ຈາກ​ການຖົມ​ດິນ, ການ​ອັດ​ແໜ້ນ, ການ​ເສີມ​ແກນ​ເຂື່ອນ​ດ້ວຍ​ດິນ​ໜຽວ, ການ​ທົດ​ສອບ​ຊັ້ນດິນ​ຖົມ​ແຕ່​ລະຊັ້ນບໍ່​ໄດ້​ຕາມ​ມາດຕະຖານ​ເຕັກນິກ ​ເຮັດ​ໃຫ້​ນໍ້າຊືມຜ່ານ​ໄດ້ ​ແລະ ​ແຕກ​ພັງໃນທີ່ສຸດ, ພາຍຫລັງເກີດເຫດຄະນະ​ສະ​ເພາະ​ກິດ​ຂອງ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ສົມ​ທົບ​ກັບ​ແຂວງ​ຊຽງ​ຂວາງ, ​ໄຊ​ສົມບູນ ​ແລະ ຜູ້​ພັດທະນາ​ໂຄງການ​ສືບ​ຕໍ່​ຕິດຕາມ​ກວດກາ ​ແລະ ​ເກັບ​ກຳ​ຂໍ້​ມູນ​ຜົນ​ເສຍ​ຫາຍ​ຮ່ວມ​ກັນ ແລະ ສະຫລຸບ​ໄດ້​ວ່າຜູ້​ພັດທະນາ​ບໍ່​ປະຕິບັດ​ຕາມ​ຂັ້ນຕອນ​ມາດຕະຖານ​ເຕັກນິກ​ຂອງ​ໄຟຟ້າ​ລາວວາງອອກ ແລະ ບົດຮຽນຈາກເຫດການນີ້, ລັດຖະບານ ກໍ​ຄື​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ໄດ້​ອອກ​ຄຳ​ສັ່ງ, ອອກ​ແຈ້ງ​ການ ​ແລະ ​ໄດ້​ສ້າງຕັ້ງຄະນະ​ກຳມະການ​ສະ​ເພາະ​ກິດ ​ເພື່ອ​ລົງ​ກວດກາ​ໂຄງການ​ດັ່ງກ່າວລວມທັງ​ບັນດາ​ໂຄງການ​ຂະໜາດ​ນ້ອຍ​ທີ່​ແຂວງ​ເປັນ​ຜູ້​ອະນຸມັດ​ໃນ​ທົ່ວ​ປະ​ເທດໃຫ້ຮອບຄອບຕື່ມອີກ.













ເນື້ອໃນຂ່າວ:  ໜັງສຶພິມ ພັດທະນາລາວ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.