Header Ads

ຊັບສິນຂອງລັດເສຍຫາຍ 400 ກວ່າຕື້ກີບ ຍ້ອນມີການລະເມີດ ກົດໝາຍຢູ່ຫລາຍແຂວງ



ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້ກວດ​​ເຫັນ​ການລະ​ເມີດ​ລະບຽບ​ກົດໝາຍ ​ໃນ​ຫລາຍ​ແຂວງ​ຢູ່ສູນ​ກາງ ​ແລະ ທັງທ້ອງ​ຖິ່ນ ເຊັ່ນ:​​ ການ​ຂຸດ​ຄົ້ນ​ໄມ້​ເກີນ​ໂກ​ຕາ​ຂອງ​ລັດຖະບານ​ອະນຸມັດ ຈາກເງິນ​ຂາຍ​ໄມ້, ຄ່າ​ປັບ​ໃໝ, ຄ່າ​ເຊົ່າ​ຊັບ​ສິນ​ຂອງ​ລັດ, ຄ່າ​ເຊົ່າ-ສໍາ​ປະທານ​ທີ່​ດິນ ​ແລະ ຄ່າ​ຊັບພະຍາກອນ​ທໍາມະຊາດຈໍານວນ 427 ກວ່າ​ຕື້​ກີບ, ​ໃນ​ນັ້ນ​ຂັ້ນສູນກາງ 39 ກວ່າ​ຕື້​ກີບ ​ແລະ ທ້ອງ​ຖິ່ນ 388 ກວ່າ​ຕື້​ກີບ.




 
ອິງ​ຕາມ​ບົດ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ​ໂດຍ​ທ່ານ ນາງ ວຽງ​ທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້ໃຫ້​ຮູ້​ວ່າ: ຂະ​ແໜງ​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ​ ໄດ້​ກວດ​ເຫັນ​ໜີ້​ຕ້ອງ​ຮັບ​ຈາກ​ເງິນ​ຂາຍ​ໄມ້, ຄ່າ​ປັບ​ໃໝ, ຄ່າ​ເຊົ່າ​ຊັບ​ສິນ​ຂອງ​ລັດ, ຄ່າ​ເຊົ່າ-ສໍາ​ປະທານ​ທີ່​ດິນ ​ແລະ ອື່ນໆ ຊຶ່ງ​ຕ້ອງ​ໄດ້​ເລັ່ງທວງ​ມອບ​ເຂົ້າ​ງົບປະມານ ​ຕາມລະບຽບ​ກົດໝາຍ ຍັງບໍ່​ຄົບ​ຖ້ວນ ​ແລະ ຊັກ​ຊ້າ​ ເຊັ່ນ: ຍັງ​ມີ​ການ​ຂຸດຄົ້ນ​ໄມ້​ເກີນ​ໂກ​ຕາ​ລັດຖະບານ​ອະນຸມັດ ​ຢູ່ແຂວງ​ຊຽງຂວາງ ​ແລະ ອັດ​ຕະປື ​​ຈໍານວນ 28.238 ກວ່າ​ແມັດ​ກ້ອນ​​ ​ແລະ ການ​ຂຸດ​ຄົ້ນ​ໄມ້​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ລັດຖະບານ​ ຂອງ ແຂວງ​ບໍ່​ແກ້ວ, ສາລະ​ວັນ, ​ເຊ​ກອງ ​ແລະ ແຂວງຈໍາປາ​ສັກ ຈໍານວນ 11.788 ກວ່າ​ແມັດ​ກ້ອນ ​ແລະ 1.216 ກວ່າ​ໂຕນ. ​ໃນ​ນັ້ນ​, ຍັງ​ມີການຈັດ​ຕັ້ງ​ປະຕິບັດ​ການ​ຂາຍ​ໄມ້​​ຂອງ​ແຂວງ​ສາລະ​ວັນ,​ ເຊ​ກອງ, ຈໍາປາ​ສັກ ​ແລະ ແຂວງອັ​ດຕະປື ບໍ່​ໄດ້​ດໍາ​ເນີ​ນຕາມ​ລະບຽບ​ການ​ທີ່​ກໍານົດ​ໄວ້ ຈໍານວນ 25.771 ກວ່າ​ແມັດ​ກ້ອນ ​ແລະ 1.848 ​ກວ່າ​​ໂຕນ, ມູນ​ຄ່າ​ສັນຍາ 41 ກວ່າ​ຕື້​ກີບ. ພ້ອມ​ນີ້​, ຍັງ​ກວດ​ພົບ 3 ​ແຂວງ​ ຄື:​ແຂວງ​ຊຽງ​ຂວາງ,​ ເຊ​ກອງ ​ແລະ ແຂວງຈໍາປາ​ສັກ ​ໄດ້​ຂາຍ​ໄມ້​ຫລຸດ​ລາຄາ​ຕໍ່າ​ສຸດ ​ທີ່​ກະຊວງ​ອຸດ​ສະຫະ​ກໍາ ​ແລະ ການ​ຄ້າ​ກໍານົດ 5 ຕື້​ກວ່າ​ກີບ, ຊຶ່ງ​ບໍ່​ສອດຄ່ອງ​ກັບ​ລາຄາ​ພື້ນຖານ​ນໍາ​ໃຊ້​ ໃນ​ການ​ປະມູນ​ຕາມ​ແຈ້ງ​ການ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.