Header Ads

ພິທີສະຫຼອງວັນອາຫານໂລກ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ ວັນທີ 17 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ



ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການສະຫະປະຊາຊາດປະຈຳ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງ ສອງວັນສຳຄັນຄື ວັນອາຫານໂລກ 16 ຕຸລາ ແລະ ວັນສາກົນ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ 17 – 24 ຕຸລາ ພາຍໃຕ້ຫົວຂໍ້ວ່າ: “ ລົງທຶນໃສ່ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາຊົນນະບົດ ເພື່ອແກ້ໄຂການ ເຄື່ອນຍ້າຍຖິ່ນຖານໃນອະນາຄົດ ” ແລະ “ ກ້າວໄປສູ່ ສັງຄົມ ສັນຕິສຸກ ແລະ ເພື່ອທຸກຄົນ ” ໂດຍການເຂົ້າຮ່ວມຂອງທ່ານເພັດ ພົມພິພັກ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານນາງ ຄາຣີນາອິມໂມເນນຫົວໜ້າຜູ້ປະສານງານຂອງອົງການສະຫະປະຊາຊາດ (UN) ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.



ທ່ານ ພວງປາຣິສັກ ປຣະວົງວຽງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ສປປ ລາວ ໄດ້ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງ ເພື່ອລຶບລ້າງຄວາມທຸກຍາກ ແລະ ຄວາມອຶດຫິວ, ໂດຍສະເພາະບັນດານະໂຍບາຍການສົ່ງເສີມ ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ. ບັນດາຍຸດທະສາດແຫ່ງຊາດທີ່ມີຢູ່ກໍໄດ້ສະທ້ອນໃຫ້ເຫັນເຖິງບັນດາບູລິມະສິດ ແລະ ແຜນງານທີ່ກໍາລັງຖືກຈັດຕັ້ງປະຕິບັດ ເພື່ອນໍາມາສູ່ການແກ້ໄຂບັນຫາການເຄື່ອນຍ້າຍຖິ່ນຖານຂອງແຮງງານຊົນນະບົດ ແລະ ເພື່ອລຶບລ້າງຄວາມທຸກຍາກ ແມ່ນມີຄວາມໝາຍຄວາມສຳຄັນທີ່ສຸດ ແນ່ໃສ່ການປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊາດໃນທົ່ວໂລກ ໄດ້ເຂົ້າໃຈວ່າ ຄວາມທຸກຍາກ ແລະ ໄພອຶດຫິວ ແມ່ນປະກົດການທາງສັງຄົມໜຶ່ງທີ່ ພວກເຮົາສາມາດລຶບລ້າງໃຫ້ໝົດໄປໄດ້.




ທ່ານ ສະຕີເຟັນ ຣູດກາດ ຜູ້ຕາງຫນ້າອົງການອາຫານແລະການກະເສດ (FAO) ປະຈຳ ສປປ ລາວ ໄດ້ກ່າວວ່າ: ສະຫະປະຊາຊາດໄດ້ໃຫ້ການຊ່ວຍເຫຼືອ ເພື່ອແກ້ໄຂບັນຫາທີ່ເປັນສາເຫດຫຼັກສົ່ງຜົນເຮັດໃຫ້ເກີດມີການເຄື່ອນຍ້າຍຂອງຜູ້ຄົນ ເຊິ່ງນຳໄປສູ່ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ປົກກະຕິ ເຊິ່ງຈະສາມາດປະກອບສ່ວນເຂົ້າໃສ່ການຈະເລີນເຕີບໂຕຂອງເສດຖະກິດ ແລະ ເພີ່ມທະວີການຄ້ຳປະກັນສະບຽງອາຫານ ແລະ ປັບປຸງຊີວິດການເປັນຢູ່ໃນເຂດຊົນນະບົດ.


ສະຫະປະຊາຊາດໄດ້ຮັບຮູ້ວ່າປະຊາຊົນຜູ້ທີ່ທຸກຍາກ ແລະ ອຶດຫິວແມ່ນໄດ້ຮັບຜົນກະທົບ ຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ ແລະ 80% ຄົນເຫຼົ່ານີ້ ແມ່ນອາໄສຢູ່ໃນເຂດຊົນນະບົດ. ພວກເຂົາເຈົ້າມີລາຍໄດ້ ເພື່ອຫາລ້ຽງຄອບຄົວແມ່ນມາຈາກຂະແໜງການທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ.

ແຫຼ່ງຂ່າວ/ຂໍ້ມູນ:  crifm393
© ຈໍາປາໂພສ |  www.champapost.com
_________
 


No comments

Powered by Blogger.