Header Ads

ຂອດ​ບໍລິການ​​ເຂົ້າ​-ອອກ ຍັງ​​ເປັນ​ອຸປະສັກຕໍ່ນັກທ່ອງ​ທ່ຽວທີ່ຈະເຂົ້າ​ລາວ



​​​ຍັງ​ເຫຼືອ​ບໍ່ພໍ​ເທົ່າ​ໃດ​ເດືອນ​ຂ້າງ​ໜ້າ​ນີ້ ສປປ ລາວ ຈະ​ເປີດ​ປີ​ທ່ອງ​ທ່ຽວຢ່າງ​ເປັນ​ທາງ​ການ, ​ແຕ່​ບັນ ຍາກາດ​ໂດ​ຍລວມກໍ່​ຍັງ​ບໍ່​ທັນ​ຄືກ​ຄື້ນ​ເທົ່າ​ທີ່​ຄວນ​ ຫາກ​ທຽບ​ໃສ່​ຕົວ​​ເລກນັກ​ທ່ອງ​ທ່ຽວ​ທີ່​ຕັ້ງ​ເປົ້າ​ໄວ້​ປະມານ 5 ລ້ານ​ກວ່າ​ຄົນ. ຂະນະ​ທີ່ 6 ​ເດືອນ​ຕົ້ນ​ປີ 2017 ມີຈໍານວນ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ເຂົ້າ​ມາປະມານ 2 ລ້ານ​ກວ່າ​ຄົນ ຫາກ​ຕ້ອງການ​​ໃຫ້​ຕົວ​​ເລກ​ບັນຈຸ​ຕາມ​ເປົ້າ​ໝາຍ​ທີ່​ກຳນົດ​​ໄວ້ໃນ​ປີ 2018 ​ລັດຖະບານ​ຈະ​ຕ້ອງ​ໄດ້​ປັບ​ຂອດ​ບໍລິການ​ບາງ​ດ້ານ​ຕາມ​ດ່ານ​ຕ່າງໆ​​ທີ່ຍັງ​ມີ​ລັກສະນະ​ຄຸມ​ເຄືອ.



ທ່ານ ທິບ​ພະຈັນ ​ໂພ​ໄຊ ສສຊ ​ເຂດ 12 ​ແຂວງ​ຄຳ​ມ່ວນ ສະ​ເໜີ​ໃນ​ກອງ​ປະຊຸມ​ສະ​ໄໝສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ວ່າ: ​ໃນ​ປີ 2018 ​ປີ​ທ່ອງ​ທ່ຽວ​ລາວລັດຖະບານ​ຕັ້ງ​ເປົ້າ​ຕົວ​ເລກ​ນັກ​ທ່ອງ​ທ່ຽວ​ໄວ້​ທີ່ 5.2 ລ້ານ​ຄົນ​​ເປັນ​ຕົວ​ເລກ​ທີ່​ຂ້ອນຂ້າງ​ສູງ​ພໍ​ສົມຄວນ ເພີ່ມ​ຂຶ້ນ​ຈາກ ​ປີ 2016 ​ເກືອບທົບ​ເຄີ່ງ; ໂອກາດ​ທີ່​ຕົວ​ເລກ​ນັກ​ທ່ອງ​ທ່ຽວ​ຈະ​ບັນລຸ ຫຼື ບໍ່​ບັນລຸ​ນັ້ນ ຍັງ​ບໍ່​ມີ​ໃຜ​ຢັ້ງຢືນ​ຢ່າງ​ຊັດ​ເຈນ ​ເຖິງ​ແມ່ນ​ວ່າ​ລັດຖະບານ​ຈະ​ເປີ​ດສາຍ​ການບິນ​ກົງ​ຫຼາຍ​ສາຍ​ກັບ​ບັນດາ​ປະ​ເທດ​ໃກ້​ຄຽງ​ທີ່​ເປັນ​ທ່າ​ແຮງສຳຄັນ ສິ່ງ​ທີ່​ລັດຖະບານ​ກໍ່​ຄື​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ຄວນ​​ເບີ່​ງຄືນ​​ເລື່ອງ​ຂອດ​ບໍລິການ​ຢູ່​ຫຼາຍ​ດ່ານ​​ ໂດຍ​ສະ​ເພາະ​ແມ່ນ​ດ່ານຂົວມິ​ດຕະພາບ ຄຳ​ມ່ວນ-​ນະຄອນ​ພະນົມ (ປະ​ເທດ​ໄທ) ທີ່​ຍັງ​ມີ​ລັກສະນະ​ຫຼາຍ​ຂັ້ນ​ຕອນ​ເກີນ​ໄປ​, ສ້າງຄວາມຫຍຸ້ງ​ຍາກໃຫ້​ກັບ​ນັກ​ທ່ອງ​ທ່ຽວ ​ບັນຫາ​ດັ່ງກ່າວ​ຫາກ​ໄດ້​ຮັບ​ການ​ແກ້​ໄຂ ຫຼື ມີ​ການ​ຄັດ​ຈ້ອນ​ຂັ້ນ​ຕອນ​ລົງຈະ​ສົ່ງ​ຜົນ​ດີ​ຕໍ່​ການທ່ອງທ່ຽວ​ຂອງ​ລາວ.


ສສຊ ​ແຂວງ​ຄຳ​ມ່ວນອີກ​ວ່າ: ​ໄລຍະ​ຜ່ານ​ມາ​​ເຫັນ​ວ່າລັດຖະບານ​ຍັງ​ລົງທຶນ​ໃສ່ຂະ​ແໜງການທ່ອງທ່ຽວ​ໜ້ອຍ ​ເຖິງ​​ແມ່ນ​ວ່າ​​ເປັນຂ​ະ​ແໜງ​ທີ່​ສ້າງ​ລາຍ​ຮັບ​​, ວຽກ​ເຮັ​ດງານ​ທຳ​ໃຫ້​ກັບ​ຄົນ​ທ່ອງ​ຖິ່ນ​ເປັນ​ຢ່າງ​ດີ​ເນື່ອງ​ຈາກ ສປປ ລາວ ຍັງ​ມີ​ຫຼາຍສະຖານ​ທີ່​ສວຍ​ງາມ ​ອາດ​ຈະ​ມີ​ການ​ໂຄສະນາ​ຕາມ​ສື່​ສິ່ງ​ພີ​ມທ້ອງ​ຖິ່ນ​ແຂວງ ​ແລະ ສູນ​ກາງ​ຈຳນວນ​ໜຶ່ງ​ເປັນ​ທີ່​ຮັບ​ຮູ້​ຂອງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ ບາງສະ ຖານທີ່ມີການໂຄສະນາແຕ່ເສັ້ນທາງເຂົ້າຫາຈຸດໝາຍຍັງບໍ່ອຳນວຍ ກໍ່ເຮັດໃຫ້ເສຍໂອກາດນັກ​ທ່ອງ​ທ່ຽວ​ເຂົ້າ​ໄປ​ບໍ່​ເຖິງ.



​ໃນ​ປີ 2016-2017 ​ຂະ​ແໜງ​ບໍລິການ​ຂະ​ຫຍາ​ຍຕົວ​ຫຼຸດ​ເປົ້າ​ໝາຍ​ທີ່​ກຳນົດ ​​ເຊິ່ງນັກ​ເສດຖະສາດ​ຫຼາຍ​ທ່ານ​ເຫັນວ່າ ​ສະພາບ​ເສດຖະກິດ​ໂລກ​ທີ່​ກຳລັງ​ມີ​ການ​ຟື້ນ​ຕົວອາດ​ຈະ​ຕ້ອງ​ໄດ້​ໃຊ້​ເວລາ​ໄລຍະ​ໃດ​ໜຶ່ງ​ໄລ​ລະ​ຜ່ານ​ມາ​ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ມາ ສປປ ລາວ; ສ່ວນ​ໃຫຍ່​​ແມ່ນມາ​ຈາກ ​ໄທ, ຫວຽດນາມ, ສປ ຈີນ, ຮົງກົງ, ​ໄຕ້​ຫວັນ, ສ.​ເກົາຫຼີ ​ແລະ ປະ​ເທດ​ເອີຣົບ ຈຳນວນ​ໜຶ່ງ.

ຂະນະທີ່ ສສຊ ຫຼາຍ​ເຂດ​​ໃຫ້​ຄວາມ​ເຫັນ​ວ່າ ​ເຖິງ​ເວລາ​ແລ້ວ​ບໍ​? ສຳ​ລັບ​ປີ​ທ່ອງ​ທ່ຽວ​ລາວ​ທີ່​ຈະ​ຕ້ອງ​ໄດ້​ປັບ​ຂອດ​ບໍລິການ​ບາງ​ດ້ານ​​​ ເພື່ອ​ອຳນວຍ​ຄວາມ​ສະດວກ​ແກ່​ນັກ​ທ່ອງ​ທ່ຽວທີ່​ຈະ​ເດີນທາງ​ເຂົ້າ​ມາລາ​ວ ຫຼາຍ​ຂຶ້ນ​ໃນ​ປີ 2018. ນອກຈາກ​ນີ້, ບໍລິສັດ​ທ່ອງ​ທ່ຽວ, ​​ໂຮງ​ແຮມ ​​ແລະ ຮ້ານ​ອາຫານ​ຢູ່​ໃນ​ນະຄອນ​ຫຼວງ​ວຽງ​ຈັນ ​ແລະ ​ແຕ່ລະ​ແຂວງ​ລົງ​ໄປ​ຫາທ້ອງ​ຖິ່ນ ຄວນ​ຈະ​ມີ​ກິດຈະກຳ​ທີ່​ເປັນ​ການ​ສົ່ງ​ເສີມ​ການ​ຂາຍ​​ ເພື່ອດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ເຂົ້າ​ມາ​ໃຊ້​ບໍລິການ​ໃຫ້​ຫຼາຍ​ຂຶ້ນ​ໃນ​ລັກສະນະ​ໂຄສະນາ​ວົງ​ກວ້າງ.

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.