Header Ads

ງານລ້ຽງສະເຫລີມສະຫລອງ ວັນຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ມົງໂກລີ



ສະຖານທູດ​ມົງ​ໂກ​ລີ ປະຈຳ​ລາວ ຈັດງານ​ລ້ຽງສະເຫລີມສະຫລອງ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ສປປ ລາວ ​ແລະ ມົງ​ໂກ​ລີ ຄົບຮອບ 55 ປີ (12/9/1962-12/9/2017), ຂຶ້ນໃນວັນທີ 07 ຕຸລາ 2017, ທີ່ ສວນວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ​ໂດຍ​ມີ​ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ແຫ່ງ ສປປ ລາວ, ທ່ານ ລ໋ອດຕໍ​ດຳ​ບາ ກັດ​ບັດ​ລັກ (Lodoidamba GALBADRAKH), ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ມົງ​ໂກ​ລີ ປະຈຳລາວ, ມີ​ບັນດາທູຕານຸທູດ ​ແລະ ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ, ພ້ອມ​ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ.




​ໃນ​ໂອກາດ​ດັ່ງກ່າວ, ​ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ,​ ໄດ້​ຫວນ​ຄືນ​ເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງການ​ພົວພັນ ​ທີ່​ມີ​ມູນ​ເຊື້ອອັນ​ດີ​ງາມ ລະຫວ່າງ ສອງ​ປະ​ເທດ ກໍຄື ປະຊາຊົນສອງຊາດ ລາວ ​ແລະ ມົງ​ໂກ​ລີ ທີ່ມີມາແຕ່ດົນນານ. ເຊິ່ງ​ໃນວັນທີ 12 ກັນຍາ 1962, ສອງ​ປະ​ເທດລາວ ​ແລະ ມົງ​ໂກ​ລີ ​ໄດ້​ເຊັນ​ສັນຍາ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູ​ດນຳ​ກັນ ​ອັນໄດ້ກາຍເປັນຂີດໝາຍອັນສຳຄັນ ທາງດ້ານປະຫວັດສາດແຫ່ງການພົວພັນ ລະຫວ່າງສອງປະເທດ ລາວ-ມົງໂກລີ, ມົງໂກລີ-ລາວ ແລະ ນັບແຕ່ນັ້ນເປັນຕົ້ນມາ ການພົວພັນລະຫວ່າງສອງປະເທດ ກໍໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງໆຂຶ້ນ. ພ້ອມ​ນີ້​, ຍັງຕີ​ລາຄາ​ສູງຕໍ່​ການ​ຊ່ວຍ​ເຫລືອອັນ​ລ້ຳ​ຄ່າ​ຂອງ​ລັດຖະບານມົງ​ໂກ​ລີ ​​ເປັນ​ຕົ້ນ​ແມ່ນ​ທາງ​ດ້ານ​ສາທາ, ກະສິກຳ, ສຶກສາ ​ແລະ ອື່ນໆ.
ໃນ​ປີ​ນີ້​, ສອງ​ປະ​​ເທດ​ກຽມຈະ​ຈັດ​ກອງ​ປະຊຸມຄະນະ​ກຳມະການ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລາວ-ມົງໂກລີ ຄັ້ງ​ທີ 11, ທີ່ ​ປະ​ເທດ​ມົງ​ໂກ​ລີ, ​ເຊິ່ງການ​ຮ່ວມ​ມື​ໃນ​ຂະ​ແໜງການ​ຕ່າງໆ ​ແມ່ນ​ໄດ້​ຮັບ​ການສະໜັບສະໜູນ ​ແລະ ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນຕະຫລອດ​ມາ.

ທີ່ມາ: ກະຊວງການຕ່າງປະເທດ

No comments

Powered by Blogger.