Header Ads

ດ່ານສາກົນນາເພົ້າຄຸມເຂັ້ມພຽງ 9 ເດືອນຈັບກຸມໄດ້ 47 ຄະດີກ່ຽວຂ້ອງກັບໄມ້ຜິດກົດໝາຍ



ໃນວັນທີ 11/10/2017 ພຽງ 9 ເດືອນຂອງປີນີ້, ເຈົ້າໜ້າທີ່ສະເພາະກິດພາສີດ່ານສາກົນນາເພົ້າແຂວງຄຳມ່ວນສາມາດຈັບກຸ່ມຜູ້ສົ່ງອອກໄມ້ຜິດກົດໝາຍໄດ້ 47 ກໍລະນີ ຂະນະທີ່ການເກັບລາຍຮັບພາສີຂາເຂົ້າ-ອອກບັນລຸ 77 ຕື້ກວ່າກີບ.

ທ່ານ ພູເມືອງ ແກ້ວຈັນທະລາ ຫົວໜ້າດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນໃຫ້ສຳພາດຕໍ່ນັກຂ່າວທ້ອງຖິ່ນເມື່ອບໍ່ດົນມານີ້ວ່າ: ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນແມ່ນດ່ານໜຶ່ງທີ່ມີການບໍລະການສິນຄ້າຜ່ານເສັ້ນທາງເຊື່ອມຕໍ່ອອກສູ່ຫວຽດນາມ ປະກອບມີ 4 ຈຸງານ ແລະ 1 ດ່ານປະເພນີທີ່ຂຶ້ນກັບ ດ່ານໜອງມ້າປະກອບມີ 2 ຈຸດບໍລິການຄື: ຈຸດສາງຫລັງຄັງ ເຊິ່ງເປັນຈຸດບໍລິການເກັບລາຍຮັບ ແລະ ຈຸດຢູ່ຊາຍແດນແມ່ນຈຸດແຈ້ງຄົນ, ພາຫະນະສິນຄ້າເຂົ້າ-ອອກ ສະເພາະປີ 2017 ດ່ານນາເພົ້າແມ່ນໄດ້ຮັບມອບໝາຍເກັບລາຍຮັບທັງໝົດ 67 ຕື້ກັບແຕ່ການຈັດຕັ້ງປະຕິບັດຕົວຈິງນັບແຕ່ວັນທີ 1 ມັງກອນ ຫາ 30 ກັນຍາສາມາດເກັບລາຍຮັບໄດ້ທັງໝົດ 77,814 ຕື້ກີບ ຫລື ເທົ່າກັບ 116,14% ຂອງແຜນການປີ. ສາເຫດທີ່ເຮັດໃຫ້ເກັບລາຍຮັບໄດ້ລື່ນແຜນແມ່ນໄດ້ຈາກພາສີການນຳເຂົ້າຈາກນ້ຳມັນເຊື້ອໄຟ, ຄ່າທຳນຽມທີ່ມີພາຫະນະເຂົ້າ-ອອກເພື່ມຂຶ້ນ ແລະ ຄ່າບໍລິການອື່ນໆ ແລະ ຄາດວ່າໝົດປີ 2017 ດ່ານນາເພົ້າຈະເກັບລາຍຮັບໄດ້ທັງໝົດ 86 ຕື້ກີບ ຫລື ເທົ່າກັບ 129% ຂອງແຜນການ.

ສຳລັບການຕິດຕາມກວດກາການລັກລອບສົ່ງອອກໄມ້ແມ່ນໄດ້ມີການຄຸ້ມຄອງຢ່າງເຂັ້ມງວດນັບແຕ່ການແຈ້ງເອກະສານຕ່າງໆ, ການຊັ່ງນ້ຳໜັກສິນຄ້າແມ່ນມີການກວດກາລະອຽດລວມເຖິງການກວດກາສິນຄ້າດ້ວຍເຄື່ອງເອກສະເລທີ່ທັນສະໄໝ ຊິ່ງໄລຍະ 9 ເດືອນສາມາດຈັບກຸມການລັກລອບສິນຄ້າຜິດກົດໝາຍໄດ້ 49 ຄະດີໃນນັ້ນມີຄະດີໄມ້ຈຳນວນ 47 ຄະດີ ແລະ ແກ້ໄຂແລ້ວ 43 ຄະດີ ກັບໄມ້ 100 ແມັດກ້ອນ.

 ແຫຼ່ງຂ່າວ: ຂ່າວໃໝ່

No comments

Powered by Blogger.