Header Ads

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຊຽງຂວາງ ຈັບເປົ້າໝາຍ ຂາຍເຮໂຣອິນ 10 ແທ່ງ



ອີງຕາມການລາຍງານຂອງ ນສພ ຄວາມສະຫງົບ ວ່າ : ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຊຽງຂວາງ ນຳກຳລັງເຂົ້າຈັບຕົວເປົ້າໝາຍຄ້າ ຂາຍຢາເສບຕິດ ໄດ້ 1 ຄົນ ໃນຂະນະທີ່ກໍາລັງນັດຊື້-ຂາຍໃຫ້ກັນຢູ່ເຂດບ້ານຜາຖ່າງ ເມືອງຄຳ ແຂວງຊຽງຂວາງ ພ້ອມຂອງກາງເຮໂຣອິນ ຈໍານວນ 10 ແທ່ງ ໃນວັນທີ 18 ມີນາ 2018 ໄປຂະຫຍາຍຜົນ.
ເຈົ້າໜ້າທີ່ ປກສ ເເຂວງຊຽງຂວາງ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ລຸນ ອາຍຸ 48 ປີ ຢູ່ບ້ານຮວດ ເມືອງຄຳ ແຂວງຊຽງ ຂວາງ. ກ່ອນຈັບຕົວ ທ້າວ ລຸນ ແມ່ນໄດ້ຕິດຕາມຕົວມາໄດ້ໄລຍະໜຶ່ງ ຍ້ອນຜູ້ກ່ຽວໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີ. ຜ່ານການຕິດຕາມຈົນຮອດວັນທີ 18 ມີນາ 2018, ຈຶ່ງຮູ້ວ່າຜູ້ກ່ຽວມີການ ນັດສົ່ງຢາເສບຕິດໃຫ້ຜູ້ສັ່ງຊື້ຢູ່ເຂດບ້ານຜາຖ່າງ ເມືອງຄຳ. ຈາກນັ້ນ, ຈຶ່ງວາງກຳລັງລົງຕິດຕາມ ຈຸດດັ່ງກ່າວ ເພື່ອ ຕິດຕາມການເຄື່ອນໄຫວຂອງຜູ້ກ່ຽວ. ຮອດເວລາປະມານ 15:00 ໂມງ ວັນດຽວກັນ, ຜູ້ກ່ຽວຈຶ່ງໄດ້ເຄື່ອນໄຫວມີ ພິລຸດຢູ່ເຂດນັດໝາຍ. ເຈົ້າໜ້າທີ່ຈຶ່ງເຂົ້າຈັບຕົວພ້ອມທັງກວດຄົ້ນ ພົບເຫັນຂອງກາງເຮໂຣອິນ ຈໍານວນ 10 ແທ່ງ.
ຜ່ານການສອບສວນ ທ້າວ ລຸນ ສາລະພາບວ່າ: ຢາເສບຕິດປະ ເພດເຮໂຣອິນຈຳນວນດັ່ງກ່າວເປັນ ຂອງຜູ້ກ່ຽວແທ້ ໂດຍຮັບມາຈາກພັກພວກທີ່ຮ່ວມຂະບວນການນຳ ກັນໃນຕົ້ນເດືອນມີນາ 2018 ຢູ່ ເຂດເມືອງປາກກະດິງ ແຂວງ ບໍລິຄຳໄຊ ເພື່ອຈະເອົາໄປຂາຍໃຫ້ຜູ້ສັ່ງຊື້ຄົນຕ່າງປະເທດ ໂດຍນັດຈຸດຊື້-ຂາຍຢູ່ເຂດບ້ານຜາຖ່າງ ເມືອງຄຳ ແຂວງ ຊຽງຂວາງ ພໍໄປຮອດຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.
ພາບ-ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.