Header Ads

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ເຂົ້າຈັບກຸມກຸ່ມຄ້າຂາຍຢາເສບຕິດລາຍໃຫຍ່ ຢືດຂອງກາງ ເຮໂຣອິນ 33 ແທ່ງ ນໍ້າໜັກ 13,7 ກິໂລກຼາມ




ເຈົ້າໜ້າທີ່ ປກສ ແຂວງຫົວພັນ ນໍາກໍາລັງວິຊາສະເພາະເຂົ້າຈັບກຸມກຸ່ມຄ້າຂາຍຢາເສບຕິດລາຍໃຫຍ່ ໃນວັນທີ 25 ເມສາ 2018 ຂະນະທີ່ກໍາລັງຕົກລົງຊື້-ຂາຍຢາເສບຕິດປະເພດເຮໂຣອິນ ຢູ່ເຮືອນຂອງເປົ້າໝາຍ ຢູ່ບ້ານບັກ ເມືອງວຽງໄຊ ແຂວງຫົວພັນ ກັກຕົວຜູ້ຖືກຫາໄດ້ 2 ຄົນ ແລະ ຢຶດຂອງກາງໄດ້ຈໍານວນ 33 ແທ່ງ ນໍ້າໜັກ 13,7 ກິໂລກຼາມ.


ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ເປີດເຜີຍວ່າ: ພາຍຫຼັງເຈົ້າໜ້າທີ່ສືບຮູ້ວ່າຈະມີການຄ້າຂາຍຢາເສບຕິດຢູ່ເຂດບ້ານບັກ ເມືອງວຽງໄຊ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ຈຶ່ງແຕ່ງຕັ້ງກໍາລັງວິຊາສະເພາະລົງປະຕິບັດໜ້າທີ່ຈຶ່ງພົບເຫັນເປົ້າໝາຍຈໍານວນ 3 ຄົນ ກໍາລັງຕົກລົງການຊື້-ຂາຍຢາເສບຕິດຢູ່ເຮືອນ ຈຶ່ງສະແດງຕົວເຂົ້າຈັບກຸມ ສາມາດກັກຕົວໄດ້ 2 ຄົນຄື: ຊື່ ທ້າວ ຈັນເພັງ ອາຍຸ 45 ປີ ບ້ານປາກຮາວເໜືອ ແລະ ທ້າວ ພົງສັກ ອາຍຸ 44 ປີ ບ້ານດ່ານ ທັງສອງຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພົບຂອງກາງເຮໂຣອິນ ຈໍານວນ 33 ແທ່ງ, ສ່ວນອີກ 1 ຄົນ ແມ່ນເອົາຕົວຫຼົບໜີ.



ພວກກ່ຽວທັງສອງສາລະພາບວ່າ: ໃນວັນທີ 4 ເມສາ ຜ່ານມາ, ໄດ້ມີໝູ່ຊື່ ທ້າວ ປໍວີ ມາແຕ່ເມືອງວຽງໄຊ ແຂວງຫົວພັນ ມາຫາຢູ່ເຮືອນຂອງ ທ້າວ ຈັນເພັງ ບ້ານປາກຮາວເໜືອ ເມືອງຫ້ວຍຊາຍ ແລະ ໄດ້ລົມກັນເລື່ອງຄ້າຂາຍຢາເສບຕິດຮ່ວມກັນ ແລະ ທ້າວ ພົງສັກ ໄດ້ເວົ້າວ່າຈະຕິດຕໍ່ຫາເຖົ້າແກ່ຜູ້ຄ້າຂາຍຢາເສບຕິດຢູ່ບ້ານຂີ້ເຫຼັກ ປະເທດມຽນມາ ຖ້າໄດ້ຢາແລ້ວຈະໂທຫາ, ຕົກມາຮອດວັນທີ 20 ເມສາ ໄດ້ມີເຖົ້າແກ່ຈາກປະເທດມຽນມາ ນໍາເອົາຢາເຮໂຣອິນ ຈໍານວນ 1 ແກັດ ມາສົ່ງໃຫ້ຢູ່ທ່າເຮືອແຄມແມ່ນໍ້າຂອງ ແລະ ຕົກລົງກັນວ່າ ຖ້າຂາຍແລ້ວຈຶ່ງເອົາເງິນມາໃຫ້ຕາມຫຼັງ; ຈາກນັ້ນ, ພວກກ່ຽວຈຶ່ງໂທຫາຜູ້ທີ່ຕ້ອງການຊື້ຢູ່ເມືອງຊໍາເໜືອ ແຂວງຫົວພັນ, ຕົກມາຮອດວັນທີ 24 ເມສາ ພວກກ່ຽວທັງສອງໄດ້ເອົາຢາຈໍານວນດັ່ງກ່າວຝາກໄປນໍາລົດເມສາຍບໍ່ແກ້ວ-ຊໍາເໜືອ ແລ້ວຂັບລົດກະບະຟອດແລນເຈີ ໝາຍເລກທະບຽນ ກກ 3474 ບໍ່ແກ້ວ ມຸ່ງໜ້າມາລັດລົດຄັນດັ່ງກ່າວຢູ່ 3 ແຍກປາກມອງ ພໍເຫັນລົດຄັນດັ່ງກ່າວ ຈຶ່ງໃຫ້ທ້າວ ຈັນເພັງ ຂຶ້ນລົດເມ ເພື່ອຕິດຕາມຢາເຮໂຣອິນ, ສ່ວນທ້າວ ພົງສັກ ໄດ້ຂີ່ລົດກະບະໄປລໍຖ້າຢູ່ແຂວງຫົວພັນ; ພໍຮອດວັນທີ 25 ເມສາ ທ້າວ ພົງສັກ ໄດ້ໄປຮັບເອົາ ທ້າວ ປໍວີ ແລ້ວມາຮັບເອົາ ທ້າວ ຈັນເພັງ ຢູ່ຄິວລົດແລ້ວມຸ່ງໜ້າໄປເຮືອນຂອງ ທ້າວ ປໍວີ ເພື່ອຕົກລົງຊື້-ຂາຍຢາເຮໂຣອິນ; ໃນຂະນະຕົກລົງຊື້-ຂາຍກັນຢູ່ນັ້ນ ກໍຖືກເຈົ້າໜ້າທີ່ກັກຕົວໄດ້ເສຍກ່ອນພ້ອມຂອງກາງເຮໂຣອິນ ຈໍານວນ 33 ແທ່ງ ແລະ ລົດກະບະຟອດແລນເຈີ 1 ຄັນ.
ຕໍ່ກັບຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມຕົວ ທ້າວ ປໍວີ ທີ່ເອົາຕົວຫຼົບໜີ ແລະ ເລັ່ງດໍາເນີນການສືບສວນ-ສອບສວນຂະຫຍາຍຜົນ ເພື່ອຫາຜູ້ຮ່ວມຂະບວນການດຽວກັນມາດໍາເນີນຄະດີຕາມລະບຽບກົດໝາຍ.
ພາບ - ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.