Header Ads

3 ເດືອນຕົ້ນປີ 2018 ແຂວງບໍ່ແກ້ວ ເກັບລາຍຮັບໄດ້ 56 ພັນລ້ານກວ່າກີບ




3 ເດືອນຕົ້ນປີ 2018, ແຂວງບໍ່ແກ້ວ ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 56.570 ລ້ານກີບ, ເທົ່າກັບ 17,29% ຂອງ ແຜນການປີ. ​ໃນ​ນີ້ ລາຍ​ຮັບ​ສູນ​ກາງ 39.382 ລ້ານ​ກີບ ​ເທົ່າ​ກັບ 17,45%, ລາຍ​ຮັບ​ ຂອງ​ແຂວງ​ ປະຕິບັດ​ໄດ້ 17.187 ລ້ານ​ກີບ ​ເທົ່າ​ກັບ 16,93%, ສ່ວນ​ລາຍ​ຈ່າຍ ປະຕິບັດ​ໄດ້ 94.010 ລ້ານ​ກີບ ​ເທົ່າ​ກັບ 17,76%.



ທ່ານ ຄຳ​ພັນ ​ເຜີຍ​ຍະ​ວົງ ​ເຈົ້າ​ແຂວງບໍ່​ແກ້ວ ໄດ້ລາຍງານໃຫ້ຮູ້​ ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ຄະນະພັກ, ຄະນະນຳ ຂອງແຂວງ ໄດ້ເອົາໃຈໃສ່ ຊຸກຍູ້, ສົ່ງເສີມ ການຜະລິດພາຍໃນແຂວງ ໂດຍສະເພາະ ການຜະລິດສະບຽງອາຫານ ເປັນຕົ້ນ ການຜະລິດເຂົ້າ ເປັນສິິນຄ້າ ສົ່ງອອກ, ຊຸກຍູ້ສົ່ງເສີມການສ້າງຕົວແບບ ການຜະລິດເປັນສິນຄ້າ, ໄດ້ອອກຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍ ການສົ່ງເສີມການຜະລິດ ເປັນສິນຄ້າ ທີ່ມີສ່ວນຮ່ວມ ຈາກຫລາຍພາກສ່ວນ ເຂົ້າໄປສົ່ງເສີມ ເປັນຕົ້ນແມ່ນ ການປູກເຂົ້າເປັນສິນຄ້າ ຢູ່ 2 ເມືອງ ຄື: ເມືອງຜາອຸດົມ ແລະ ເມືອງປາກທາ, ໂດຍ ໄດ້ເລືອກເອົາ 10 ກຸ່ມບ້ານ, ມີ 1.614 ຄອບຄົວ, ມີເນື້ອທີ່ 1.317 ເຮັກຕາ, ໄດ້ສະກັດກັ້ນ ການຄ້າຂາຍເຖື່ອນ, ການລັກລອບນຳເຂົ້າສິນຄ້າ ທີ່ບໍ່ຖືກຕ້ອງ ຕາມຊາຍແດນ, ມາຮອດປັດຈຸບັນ ເຫັນວ່າ ປະກົດການລັກລອບນຳເຂົ້າສິນຄ້າຕ່າງໆ ຕາມຊາຍແດນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໄດ້ຫລຸດໜ້ອຍຖອຍລົງ ເທື່ອລະກ້າວ.


ທ່ານ ຄຳ​ພັນ ​ເຜີຍ​ຍະ​ວົງ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ທົ່ວແຂວງ ມີເສັ້ນທາງເຂົ້າເຖິງບ້ານກວມເອົາ 97,25%, ທຽວໄດ້ 2 ລະດູ ກວມເອົາ 77,6%, ມີບ້ານທີ່ຊົມໃຊ້ໄຟຟ້າແລ້ວ ກວມ 94,90%, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນ ເປັນກ້າວໆ, ມີບ້ານພັດທະນາຮອບ ດ້ານ 97 ບ້ານ, ກວມ 38,03% ຂອງຈຳນວນບ້ານທັງໝົດ, ທົ່ວແຂວງ ຍັງເຫລືອ ຄອບຄົວທຸກຍາກ 10,48%, ບ້ານທຸກຍາກ 41 ບ້ານ, ປັດຈຸບັນ ພວມສຸມໃສ່ເຮັດທົດລອງແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃນຈຳນວນ 10 ບ້ານ.



ພາບ-ຂ່າວ: ທະນູທອງ (Target Magazine)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.