Header Ads

ອົງການປົກຄອງແຂວງໄຊຍະບູລີສະຫຼຸບວຽກງານປະຈຳປີ 2017



ກອງປະຊຸມ ອົງການປົກຄອງແຂວງ ໄຊຍະບູລີ ປະຈຳປີ 2017 ໄດ້ຈັດຂຶ້ນໃນວັນທີ 6-7 ມີນາ 2018, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ, ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີບັນດາທ່ານ ຮອງເຈົ້າແຂວງ, ຫົວໜ້າພະແນກການ, ເຈົ້າເມືອງ 11 ເມືອງ, ມີລັດວິສາຫະກິດ ແລະ ພະນັກງານວິຊາການພາຍໃນຫ້ອງວ່າການເຂົ້າຮ່ວມ 60 ກວ່າຄົນ.



ໃນວາລະດຳເນີນກອງປະຊຸມ ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງ ໄດ້ຂຶ້ນຜ່ານຮ່າງລາຍງານການຈັດຕັ້ງປະຕິບັດວຽກງານອົງການປົກຄອງແຂວງ ໃນໄລຍະ 1 ປີຜ່ານມາ, ທິດທາງແຜນການປະຈຳປີ 2018 ແລະ ວຽກງານຈຸດສຸມ 3 ເດືອນຕົ້ນປີ 2018, ທ່ານໄດ້ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ໂດຍພາຍໃຕ້ການຊີ້ນຳ-ນໍາພາ ຂອງພັກ ແລະ ລັດຖະບານ, ຄະນະພັກແຂວງ, ອົງການປົກຄອງທຸກຂັ້ນ ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ໄດ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ ເຮັດໃຫ້ແຂວງໄຊຍະບູລີ, ຍັງສືບຕໍ່ມີສະຖຽນລະພາບ ທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເວົ້າລວມ, ເວົ້າສະເພາະ ການຈັດຕັ້ງປະຕິບັດວຽກງານອົງການປົກຄອງແຂວງ ໃນໄລຍະ 1 ປີ ຜ່ານມາ ເຊິ່ງສະແດງໃຫ້ເຫັນບາງບັນຫາພົ້ນເດັ່ນດັ່ງນີ້: 



ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 8,5%, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 8.234 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນໜຶ່ງໄດ້ເທົ່າກັບ 21,3 ລ້ານກີບ, ເທົ່າກັບ 2.596 ໂດລາສະຫະລັດ, ຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການແກ້ໄຂຢ່າງເປັນຮູບປະທໍາ ແລະ ຫຼຸດລົງຈາກ 2,28% ໃນທ້າຍປີ 2016 ຍັງເຫຼືອ 1,6% ຫຼື ເທົ່າກັບ 1.202 ຄອບຄົວ; ບັນຫາພົ້ນເດັ່ນ ສາມາດເກັບລາຍຮັບເຂົ້າງົບປະມານ ລວມທັງພູດສູນກາງ ແລະ ທ້ອງຖິ່ນໄດ້ ລື່ນແຜນ 12,54% ເປັນເງິນ 75,64 ຕື້ກວ່າ, ພູດທ້ອງຖິ່ນລື່ນແຜນ 4,9%, ເປັນເງິນ 10,45 ກວ່າຕື້ກີບ, ພູດສູນກາງເປັນເງິນ 65,19 ຕື້ກີບ; ບັນດາສາຂາທະນາຄານທຸລະກິດລັດ ກໍ່ໄດ້ຮັບການປັບປຸງກົນໄກ ແລະ ການບໍລິການດີຂຶ້ນ ສາມາດລະດົມທຶນໄດ້ 1.184,56 ຕື້ກີບ ແລະ ປ່ອຍເງິນກູ້ໄດ້ 427,51 ຕື້ກີບ, ໄດ້ມີຄວາມຮັບຜິດຊອບນໍາພາແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ຕາມແຈ້ງການເລກທີ 1943/ຫສນຍ ສໍາເລັດໂດຍພື້ນຖານເຮັດໃຫ້ສະພາບການລັກລອບນໍາເຂົ້າພາຫະນະບໍ່ຖືກຕ້ອງ ຢູ່ພາຍໃນແຂວງໄຊຍະບູລີ ມີຄວາມສະຫງົບ, ຫັນເຂົ້າສູ່ລະບຽບ, ກົດໝາຍ ແລະ ໄດ້ລາຍຮັບເຂົ້າງົບປະມານ 31,734 ຕື້ກີບ, ບັນດາໂຄງການລົງທຶນຂອງລັດ, ທຶນຊ່ວຍເຫຼືອກູ້ຢືມ, ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸມັດ ມາຈັດຕັ້ງປະຕິບັດຢູ່ພາຍໃນແຂວງ ໄດ້ຮັບການຄຸ້ມຄອງ, ຕິດຕາມ, ຊຸກຍູ້ ແລະ ດໍາເນີນໄປຕາມຂັ້ນຕອນ ຂອງລະບຽບກົດໝາຍ, ໂຄງການສ່ວນໃຫຍ່ ແມ່ນມີປະສິດທິຜົນ ແລະ ປະກອບສ່ວນ ເຂົ້າໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານອື່ນກໍ່ໄດ້ຮັບການພັດທະນາເປັນກ້າວໆ, ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຍົກໃຫ້ເຫັນດານດີ-ດ້ານອ່ອນທີ່ຍັງຄົງຄ້າງທີຈະຕ້ອງໄດ້ຮັບການປັບປຸງແກ້ໄຂ້. ທີ່ມາ: ມີເດຍລາວ 





© ຈໍາປາໂພສ |  www.champapost.com
_________







No comments

Powered by Blogger.