Header Ads

ເຫດອຸບັດຕິເຫດລົດໃຫຍ່ປີ້ນ ຢູ່ຫົວພູນາກາຍ ບາດເຈັບ 13 ຄົນ ແລະ ເສຍຊີວິດຄາທີ່ 4 ຄົນ



ອີງຕາມການລາຍງານຂອງໜ່ວຍກູ້ໄພແຂວງຄໍາມ້ວນ ວ່າ: ໃນວັນທີ 13 ມີນາ 2018 ເວລາ: 18:30 ນາທີ ໜ່ວຍກູ້ໄພໄດ້ຮັບແຈ້ງເຫດ ຜ່ານເບີສຸກເສີນ 020 55 33 00 65 ວ່າເກີດເຫດໂສກອານາດຕະກໍາ ລົດໃຫຍ່ ເຊອາ ປີ້ນເມືອງ ນາກາຍ ແຂວງຄຳມ່ວນ ໂດຍໜ່ວຍກູ້ໄພໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ບາດເຈັບ 13 ຄົນ ເປັນເພດຊາຍ  (ສາຫັດ 5 ຄົນ), ເສຍຊີວິດຢູ່ໂຮງໝໍ 01 ຄົນ (ເພດຊາຍ)  ແລະ ເສຍຊີວິດຄາທີ່ 04 ຄົນ (ເພດຊາຍ).






ສ່ວນຜູ້ບາດເຈັບແມ່ນທີມງານຂອງພວກເຮົາໄດ້ສົມທົບທາງເຈົ້າໜ້າທີ່ ໂຮງໝໍເມືອງຍົມມະລາດ , ໂຮງໝໍເມືອງນາກາຍ ແລະ ທີມແພດສຸກເສີນພູເບ້ຍ ລຳລຽງຜູ້ບາດເຈັບມາສູ່ໂຮງໝໍເມືອງຍົມມະລາດ . ຜູ້ບາດເຈັບສາຫັດ 5 ຄົນ ແລະ ຜູ້ບາດເຈັບເລັກນ້ອຍ ແມ່ນທີມງານຂອງພວໜ້ວຍກູ້ໄພ ແລ ະທີມງານໜ່ວຍກູ້ໄພຊາວໜຸ່ມໄດ້ລຳລຽງສົ່ງໂຮງໝໍແຂວງຄຳມ່ວນດ້ວຍລົດສຸກເສີນ 001 ແລະ 003 ນຳສົ່ງ.







⛔️ອຸບັດຕິເຫດ ເຈັບປ່ວຍ ສຸກເສີນ ເຫດດ່ວນ ເຫດຮ້າຍ ⛔️ ໂທ: ສາຍຕົງ 020 55330065 , 020 23451624 ( ສາຍດ່ວນ 1624 ໂທຟຣີ )ບໍລິການຟຣີ 24 ຊົ່ວໂມງ)


ພາບ ແລະ ຂ່າວ:  ໜ່ວຍກູ້ໄພແຂວງຄໍາມ່ວນ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.