Header Ads

ໄຊຍະບູລີເນື້ອທີ່ປູກພືດເປັນສິນຄ້າຫຼຸດລົງແຕ່ການລ້ຽງສັດສົ່ງອອກເພີ່ມຂຶ້ນເຖິງ 102.313 ເຮັກຕາ



ແຂວງໄຊຍະບູລີ :  ທ່ານ ຄຳຫຼ້າ ຜິວວັນນາ ຫົວໜ້າພະແນກະສິກຳ ແລະ ປ່າໄມ້ແຂວງ ໄຊຍະບູລີ, ໄດ້ເປີດເຜີຍວ່າສາຍເຫດເນຶ້ອທີ່ການຜະລິດເປັນສິນຄ້າຫຼຸດລົງຍ້ອນຊາວກະສິກອນຈຳນວນໜື່ງແມ່ນໄດ້ຫັນດິນທຳການຜະລິດມາປູກຫຍ້າລ້ຽງສັດໃຫ່ຍ, ໂດຍສະເພາະແມ່ນເຂດເມືອງແກ່ນທ້າວ ແລະ ເມືອງບໍ່ແຕນ, ອີກດ້ານໜື່ງແມ່ນຂຶ້ນກັບຕະຫຼາດ ຖ້າພຶດຊະນິດໃດລາຄາສູງໃນລະດູການນັ້ນ, ການປູກກໍ່ຈະມີເນື້ອທີ່ເພີ່ມຂຶ້ນ, ຊັບປ່ຽນໝູນກັນລະຫວ່າງສາລີ, ມັນຕົ້ນ, ໝາກເດືອຍ ແລະ ໝາກງ່າ, ສັງລວມແລ້ວຍ້ອນຕະຫຼາດຮອງຮັບລາຄາສິນຄ້າກະສິກຳບໍແນ່ນອນ.



ໃນປີ2017 ຜ່ານມາການປູກພຶດເປັນສິນຄ້າທົ່ວແຂວງ ໄຊຍະບູລີ ຕາມແຜນທີ່ຕັ້ງໄວ້ມີ 74.267 ເຮັກຕາ, ແຕ່ປະຕິບັດຕົວຈິງໄດ້ 102.313 ເຮັກຕາ, ຜົນຜະລິດໄດ້ທັງໝົດ 1205.000 ໂຕນ, ຜົນຜະລິດຫຼຸດລົງ 136.980 ໂຕນ, ປູກຫຼາຍກ່ວາໝູ່ແມ່ນສາລີແຂງ, ມັນຕົ້ນ, ໝາກເດືອຍ, ພຶດກະສິກຳດັ່ງກ່າວນີ້ແມ່ນເປັນທ່າແຮງທາງດ້ານການຕະຫຼາດຮອງຮັບໃນລາຄາຊາວກະສິກອນຍອມຮັບໄດ້ເຊັ່ນ: ສາລີແຂງ ມີເນືອທີ່ປູກທັງໝົດ 40.039 ເຮັກຕາ, ຜົນຜະລິດໄດ້ 209.583 ໂຕນ, ທຽບໃສ່ປີຜ່ານມາເນືອທີ່ຫຼຸດ 387 ເຮັກຕາ, ມັນຕົ້ນມີເນື້ອທີ່ປູກທັງໝົດ 24.267 ເຮັກຕາ, ຜົນຜະລິດໄດ້ 877.152 ໂຕນ. 




ທຽບໃສ່ປີຜ່ານມາຫຼຸດລົງ 2.020 ເຮັກຕາ, ໝາກເດືອຍມີເນື້ອທີປູກທັງໝົດ 27.807 ເຮັກຕາ ຜົນຜະລິດໄດ້ 81.843 ໂຕນ, ທຽບໃສ່ປີຜ່ານມາຜົນຜະລິດຫຼຸດ 18.244 ໂຕນ, ທ່ານໄດ້ກ່າວຕື່ມວ່າກົງກັນຂ້າມເນືອທີ່ປູກພຶດເປັນສິນຄ້າຫຼຸດດ້ານການລ້ຽງສັດສົ່ງອອກເປັນສິນຄ້າເພີ່ມຂຶ້ນ, ຍ້ອນການຫັນຈາກການລ້ຽງແບບທຳມະຊາດກະແຈກກະຈາຍມາລ້ຽງແບບເປັນກຸ້ມເປັນຟາມ, ຕິດພັນກັບການປູກຫຍ້າເປັນອາຫານສັດ, ໃນປີ 2017 ຜ່ານມາສາມາດຕອບສະໜອງຊີ້ນ, ໄຂ່ ແລະ ປາໄດ້ທັງໝົດ 17.102 ໂຕນ, ສະເລ່ຍໃສ່ຫົວຄົນໜື່ງໄດ້ 43ກິໂລຕໍ່ຄົນຕໍ່ປີ, ເມື່ອທຽບໃສ່ແຜນການປີ 50 ກິໂລຕໍ່ຄົນຕໍ່ປີ, ສາມາດປະຕິບັດໄດ້ 87% ການລ້ຽງສັດຂອງປະຊາຊົນມີການຂະຫຍາຍຕົວສະເລ່ຍຂອງຝຸງສັດຂະຫຍາຍຕົວ 16:86% ທຽບໃສ່ປີການ 6,2% ປະຕິບັດລື່ນຄາດໝາຍ 72% ມາເຖິງປະຈຸບັນທົ່ວແຂວງມີສັດລ້ຽງທັງໝົດ 3.750.270 ໂຕ, ໃນນີ້ຄວາຍ 58.588 ໂຕ, ງົວ 176.588 ໂຕ, ໝູ 166.474 ໂຕ, ແບ້ 16.244 ໂຕ, ສັດປີກ 3.252.592 ໂຕ, ມີຟາມລ້ຽງສັດທັງໝົດ 98 ຟາມ, ຟາມງົວ-ຄວາຍມີ 43 ຟາມ, ມີງົວຄວາຍ 2.603 ໂຕ, ຟາມລ້ຽງໝູມີ 26 ຟາມ, ມີໝູ 16.365 ໂຕ, ຟາມລ້ຽງໄກ່ພັນໄຂ່ມີ 25 ຟາມ, ມີໄກ້ 51.500 ໂຕ, ຟາມໄກ້ພັນຊີ້ນມີ 4 ຟາມ, ມີໄກ່ 10.900 ໂຕ, ທົ່ວແຂວງມີໜອອງປາທັງໝົດ 9.936 ໜອງ, ປ່ອຍປາທັງໝົດ 29.679.167 ໂຕ, ລ້ຽງປາໃນກະຊັງມີ 117 ກະຊັງ, ປ່ອຍປາ 249.500 ໂຕ, ໃນປີ 2017 ສາມາດຜະລິດສັດເປັນສິນຄ້າພາຍໃນແຂວງ ແລະ ສົ່ງອອກໄດ້ທັງໝົດ 87.468 ໂຕ, ໃນນັ້ນມີຄວາຍ 9.202 ໂຕ, ງົວ 11.506 ໂຕ ແລະ ໝູ 66.760ໂຕ.

ຂໍ້ມູນ:  ຂ່າວແຂວງໄຊຍະບູລີ (ມີເດຍລາວ)
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.