Header Ads

ສ.ອາເມຣິກາ ອະນຸມັດຂາຍ THAAD ໃນຊາອູດິດ ພາຍຫຼັງທີ່ຊາອູດິດສັ່ງຊື້ S-400 ຈາກລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ຕຸລາ 2017 ທີ່ຜ່ານມາວ່າ: ກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາວ່າ ໄດ້ມີການອະນຸມັດຂໍ້ຕົກລົງການຂາຍລະບົບປ້ອງກັນຂີປະນາວຸດເພດານສູງ "THAAD" ຈຳນວນ 44 ຊຸດໃຫ້ແກ່ອາຣັບບີ ຊາອູດິດ ລວມມູນຄ່າປະມານ 15,000 ລ້ານໂດລາສະຫະລັດ (15 ຕື້ໂດລາ) ເພື່ອເປັນການສົ່ງເສີມ ແລະ ຂະຫຍາຍຂອບເຂດຜົນປະໂຫຍດດ້ານຄວາມໝັ້ນຄົງ ແລະ ນະໂຍບາຍຕ່າງປະເທດຂອງ ສ.ອາເມຣິກາ ລວມເຖິງການສະໜັບສະໜູນນະໂຍບາຍດ້ານຄວາມໝັ້ນຄົງໃນໄລຍະຍາວຂອງຊາອູດິດ ແລະ ພັນທະມິດຂອງ ສ.ອາເມຣິກາ ໃນພູມມິພາກຕາເວັນອອກກາງ ຕໍ່ການປະເຊີນໜ້າກັບໄພຮຸກຮານດ້ານຄວາມໝັ້ນຄົງຈາກອີຣານ.


 ເຖິງຢ່າງໃດກໍ່ຕາມ ການເຄື່ອນໄຫວດັ່ງກ່າວເກີດຂຶ້ນພຽງ 1 ວັນ ພາຍຫຼັງທີ່ຊາອູດິດຕົກລົງຊື້ລະບົບປ້ອງກັນຂີປະນາວຸດພິໄສໄກ S-400 ຈາກລັດເຊຍ ໂດຍເປັນຂໍ້ຕົກລົງທີ່ເກີດຂຶ້ນລະຫວ່າງການເດີນທາງຢ້ຽມຢາມນະຄອນຫຼວງມົດສະກູຢ່າງເປັນທາງການຂອງສົມເດັດພະລາຊາທິບໍດີຊັດມານ ທີ່ໄດ້ພົບປະກັບທ່ານ ປູຕິນ ປະທານປະເທດລັດເຊຍທີ່ທຳນຽບເຄຼມລິນ ເມື່ອວັນພະຫັດທີ່ຜ່ານມາ.

 
ແຕ່ເຖິງຢ່າງໃດກໍ່ຕາມ ການຂາຍລະບົບ THAAD ໃຫ້ແກ່ຊາອູດິດໃນຄັ້ງນີ້ ຍັງຕ້ອງລໍຖ້າການອະນຸມັດຈາກສະພາຄອງເກຼສ ເຊິ່ງຕ້ອງພິຈາລະນາພາຍໃນ 30 ວັນນັບຕັ້ງແຕ່ໄດ້ຮັບເລື່ອງດັ່ງກ່າວຈາກທຳນຽບຂາວ ເຊິ່ງນັກວິເຄາະຕີລາຄາວ່າ ລະບົບ THAAD ທັງ 44 ຊຸດນີ້ໜ້າຈະເປັນສ່ວນໜຶ່ງຂອງຂໍ້ຕົກລົງດ້ານອາວຸດມູນຄ່າ 110,000 ລ້ານໂດລາສະຫະລັດ (110 ຕື້ໂດລາ) ທີ່ເກີດຂຶ້ນລະຫວ່າງທີ່ທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາ ເດີນທາງຢ້ຽມຢາມນະຄອນຫຼວງຣິຢາດ ເມື່ອເດືອນພຶດສະພາ ທີ່ຜ່ານມາ.


ທີ່ມາ: ອິດສະຫຼະ  

No comments

Powered by Blogger.