Header Ads

8 ເລື່ອງທີ່ຄວນຮູ້ກ່ຽວກັບປະເທດຢີ່ປຸ່ນ ທີ່ເຮັດໃຫ້ປະເທດຈະເລີນກ້າວໜ້າທີ່ສຸກໃນໂລກປະເທດໜຶ່ງ



1. ການກົງຕໍ່ເວລາ
ລົດໄຟທີ່ປະເທດຢີ່ປຸ່ນຈະມາກົງເວລາສະເໝີ ບໍ່ເຄີຍມາຮອດສະຖານີຊ້າແມ້ແຕ່ໜຶ່ງນາທີ  ເຊິ່ງຄົນຢີ່ປຸ່ນໃຫ້ຄວາມສຳຄັນກັບເລື່ອງເວລາຫຼາຍທີ່ສຸດ ເພາະມັນມີຜົນຕໍ່ຄວາມສໍາເລັດ ແລະ ກິດຈະກຳດ້ານອື່ນໆຂອງຊີວິດ.

2. ຢີ່ປຸ່ນນັບຖືວິໄນ, ຄວາມຮັບຜິດຊອບ ແລະ ເຮັດວຽກເປັນໝູ່ຄະນະ
ນັກຮຽນທີ່ປະເທດຢີ່ປຸ່ນຈະຖືກຝືກໃຫ້ເຮັດຄວາມສະອາດຫ້ອງຮຽນ ເພື່ອຮຽນຮູ້ວີໄນ, ຄວາມຮັບຜິດຊອບ ແລະ ການເຮັດວຽກເປັນໝູ່ຄະນະ (ເຮັດວຽກເປັນທີມ)

3. ຄົນຢີ່ປຸ່ນມີຄວາມຮັບຜິດຊອບສຸງ ແລະ ສະດຸຕໍ່ໜ້າທີ່ສະເໝີ
ຄວາມຮັບຜິດຊອບ ແລະ ສະດຸຕໍ່ໜ້າທີ່  ເຊິ່ງຄົນຢີ່ປຸ່ນຈະມີ 2 ສິ່ງນີ້ເປັນພື້ນຖານໃນການເຮັດວຽກ.   ຕົວຢ່າງ: ເສັ້ນທາງຖືກຜົນກະທົບຈາກເຫດແຜ່ນດິນໄຫວຢ່າງຮຸນແຮງ ແຕ່ຄົນຢີ່ປຸ່ນ (ພາກສ່ວນກ່ຽວຂ້ອງ) ສ້ອມແປງເສັ້ນທາງພາຍໃນອາທິດດຽວ ແລະ ມີຫຼາຍຄັ້ງທີ່ທາງມີບັນຫາ ພາກສ່ວນກ່ຽວຂ້ອງຈະອອກມາສ້ອມແປງພາຍໃນ 8-9 ຊົວໂມງເທົ່ານັ້ນ.

4. ປະເທດຢີ່ປຸ່ນໃຫ້ຄວາມສຳຄັນເລື່ອງກະສີກໍາ 
ປະເທດຢີ່ປຸ່ນເປັນປະເທດອຸສະຫາກໍາ ແລະ ເປັນປະເທດພັດທະນາແລ້ວ ແຕ່ລັດຖະບານຍັງຄົງລົງທຶນເລື່ອງການກະເສດ ໂດຍທຸ້ມງົບປະມານມະສານໃນການເຮັດຟາມກະເສດອິນຊີ, ສວນຜັກໄຮໂດໂພນິກ ແລະ ອື່ນໆ ເພື່ອຄໍ້າປະກັນດ້ານສະບຽງອາຫານແກ່ປະຊາກອນພາຍໃນປະເທດ ເຖິງແມ່ນວ່າການນໍາເຂົ້າຈາກປະເທດອື່ນຈະມີລາຄາຖືກກວ່າປູກພາຍໃນປະເທດ.

5. ການນອນຫຼັບຂະນະປະຊຸມເປັນເລື່ອງຮັບບໍ່ໄດ້ທີ່ປະເທດຢີ່ປຸ່ນ
ປະເທດຢີ່ປຸ່ນເປັນປະເທດທີ່ຂ້ອນຂ້າງເຂັ້ມງວດເລື່ອງລະບຽນວິໄນ ແລະ ການນອນຫຼັບໃນທີ່ປະຊຸມເປັນເລື່ອງຜິດລະບຽບ ແລະ ຍອມຮັບໄດ້ທີ່ປະເທດຢີ່ປຸ່ນ ຍິ່ງໄປກວ່ານັ້ນຍັງຖືວ່າເປັນເລື່ອງໜ້າອາຍໃນສັງຄົມການເຮັດວຽກນໍາອອີກ.



6. ນະຄອນຫຼວງໂຕກຽວມີຈໍານວນຄົນບໍ່ມີເຮືອນ ນ້ອຍທີ່ສຸດໃນໂລກ _
ຢີ່ປຸ່ນເປັນປະເທດພັດທະນາແລ້ວ ແລະ ນະຄອນຫຼວງໂຕກຽວຖືວ່າແອອັດທີ່ສຸດແຫ່ງໜຶ່ງໃນໂລກ ແຕ່ຈໍານວນຕົວເລກຄົນບໍ່ມີເຮືອນກັບນ້ອຍທີ່ສຸດໃນໂລກ ທຽມໃສ່ເມືອງໃຫຍ່ໆຂອງໂລກທີ່ພັດທະນາແລ້ວ ໂດຍມີຕົວເລກຄົນບໍ່ມີເຮືອນສະເລ່ຍພຽງແຕ່  1,697 ຄົນ.

7. ປະຊາກອນອາຍຸຢືນທີ່ສຸດໃນໂລກ
ອີກໜຶ່ງທິ່ງທີ່ຄົນທົ່ວໂລກຊົມເຊີຍ ແລະ ຍົກໃຫ້ປະເທດຢີ່ປຸ່ນເປັນທີ່ໜື່ງນັ້ນຄືກາຍເປັນປະເທດທີ່ມີປະຊາກອນອາຍຸຢືນທີ່ສຸດໃນໂລກ ໂດຍສະເລ່ຍອາຍຸແມ່ນ 83,56 ປີ



8. Okinawa  ແມ່ນສະຖານທີ່ ທີ່ມີອາກາດ ແລະ ສະພາບແວດລ້ອມດີທີ່ສຸດໃນໂລກ
ໃນປະເທດຢີ່ປຸ່ນມີເກາະຊື່ Okinawa ເຊິ່ງມີຊື່ສຽງເລື່ອງອາກາດ ແລະ ສະພາບແວດລ້ອມດີທີ່ສຸດໃນໂລກ ໂດຍມີປະຊາກອນທີ່ອາຍຸຢືນທີ່ສຸດໃນໂລກເຖິງ 100 ປີ ຈໍານວນ 450 ຄົນທີ່ເກາະແຫ່ງນີ້.  ສໍາລັບເຫດຜົນແມ່ນກ່ຽວພັນກັບວັດທະນາທໍາການກິນ, ອາກາດ ແລະ ສະພາບແວດລ້ອມທີ່ເກາະ Okinawa.

No comments

Powered by Blogger.