Header Ads

7 ຄຸນປະໂຫຍນຂອງມັນດ້າງ ພ້ອມກັບມີສາບໍາລຸງສາຍຕາ ແລະ ປ້ອງກັນເສັ້ນເລືອດອຸດຕັນຫົວໃຈ


ມັນດ້າງ ຫຼື ເອີ້ນອີກຢ່າງໜຶ່ງວ່າມັນແກວເຊິ່ງເປັນຊື່ທ້ອງຖີ່ນພາກໃຕ້ຂອງລາວ ມັກເອີ້ນກັນ ແລະ ນິຍົມປູກເລາະລຽບຕາມແຄມນໍ້າຂອງ ເຊິ່ງຊື່ໃນພາສາສາກົນເອີ້ນວ່າ “Sweet Potato” ເປັນອີກໜຶ່ງພືດພື້ນບ້ານທີ່ນິຍົມນໍາມາປຸງແຕ່ງເປັນອາຫານ ແລະ ເຮັດເປັນເຂົ້າໜົມ ແຕ່ຫຼາຍຄົນອາດຍັງບໍ່ທັນຮູ້ຈັກວ່າມັນດ້າງ ມີຄຸນປະໂຫຍກຫຍັງແດ່  ເຊິ່ງນີ້ແມ່ນ 7 ຄຸນປະໂຫຍດຂອງມັນດ້າງລຸ່ມນີ້.



1. ມັນດ້າງມີສານແອນໂທໄຊຍານິນ (Anthocyanin) ສູງເຊິ່ງເປັນສານທີ່ມີລິດຕໍ່ຕ້ານອະນຸມູນອິດສະຫຼະ;
2. ຊ່ວຍຫຼຸດຄວາມເຊື່ອມຂອງເຊລໃນຮ່າງກາຍ;
3. ຊ່ວຍຫຼຸດອາຕາສ່ຽງການເກີດໂລກຫົວໃຈ ແລະ ເສັ້ນເລືອດອຸດຕັນ;
4. ຊ່ວຍຫຼຸດການເຊື່ອມຂອງສະພາບດວງຕາ ແລະ ຍັງສາມາດຊ່ວຍຕໍ່ຕ້ານສານຊະນິດອີໂຄໄລ ເຊິ່ງເປັນສາເຫດຕົ້ນຕໍທີ່ເຮັດໃຫ້ເກີດອາການຖອກທ້ອງ;
5. ມັນດ້າງມີສານແອນໂທໄຊຍານິນສູງເພາະໂດຍທໍາມະຊາດສານຈໍາພວກນີ້ຈະຢູ່ໃນຜັກ ແລະ ໝາກໄມ້ ໂດຍສະເພາະພືດທີ່ມີສີມ້ວງ ເຊັ່ນ: ບຣູເບຣິ, ອາງຸ່ນແດງ ແລະ ມັນດ້າງ;
6. ເປັນແຫຼ່ງຄາໂບໄຮເດດທີ່ດີຕໍ່ຮ່າງກາຍເຊິ່ງໃຫ້ພະລັງງານໂດຍບໍ່ກໍ່ໃຫ້ເກີດສານພິດຕໍ່ຮ່າງກາຍໃນຮູບແບບແປ້ງ ແລະ ນໍ້າຕານຄືກັບພືດປະເພດອື່ນໆ;
7. ໃບ ແລະ ຍອດອ່ອນສາມາດນໍ້າມັນປຸງແຕ່ງເປັນອາຫານ ແລະ ຍັງປະກອບດ້ວຍວິຕາມິນເອ, ຊີ ແລະ ສານລູທິນ (Lutein) ທີ່ຊ່ວຍບໍາລຸງສາຍຕາໄດ້ນໍາອີກ.



No comments

Powered by Blogger.