Header Ads

ທັກສະ 9 ຢ່າງສໍາລັບຄົນທີ່ຢ່າງເປັນອາຊີບຟລີແລນ

 


ນີ້ແມ່ນທັກສະ 9 ຢ່າງສໍາລັບຄົນທີ່ຢ່າງເປັນອາຊີບຟລີແລນ ຖ້າຕ້ອງການໃຊ້ຊີວິດແບບອິດສະຫຼະບໍ່ຕ້ອງຕື່ນແຕ່ເຊົ້າເພື່ອໃຫ້ທັນໂມງເຂົ້າການ,​ບໍ່ຕ້ອງປະຊຸມທຸກມື້,​ບໍ່ຕ້ອງມີຫົວໜ້າ, ບໍ່ຕ້ອງມີຄົນນິນທາ ແລະ ບໍ່ຕ້ອງໃຊ້ຊິວິດລໍວັນສຸກ  ແຕ່ຟລີແລນມີຄວາມສ່ຽງຄືທັກສະ, ຄວາມສາມາດ ແລະ ຄວາມຮົບຜິດຊອບຕໍ່ວຽກທີ່ລູກຄ້າມອບໝາຍ ແລະ ນີ້ຄືເຫດຜົນທີ່ຜູ້ທີ່ເຮັດອາຊີບຟລີແລນຕ້ອງມີທັກສະ 9 ຢ່າງນີ້: 

໑. ມີຄວາມຊ້ຽວຊານໃນເລື່ອງທີ່ຈະໃຫ້ບໍລິການ
ເພາະວຽກຟລີແລນນັ້ນຕ້ອງອາໄສຈຸດຂາຍພິເສດເພື່ອນໍາສະເໝີບໍລິການແກ່ລູກຄ້າ ເຊິ່ງແນ່ນອນຄວາມຊ້ຽວຊານຂອງຟລີແລນຈະເປັນໃບເບິກທາງຂັ້ນຕົ້ນ;
໒. ມີວິໄນໃນການເຮັດວຽກ ແລະ ເວລາ
ວິໄນ ແລະ ເວລາແມ່ນໝາກຫົວໃຈຂອງອາຊີບຟລີແລນເພາະການສົ່ງວຽກກ່ອນເວລາ ຫຼື ຕາມກຳນົດໝາຍເຖິງເງິນທີ່ເຮົາຈະໄດ້ໄວ ແລະ ໄດ້ວຽກໃນອະນາຄົດເຊັ່ນກັນ;

໓. ເຮັດວຽກໃຫ້ລູກຄ້າເໜືອລາຄາ
ຄວາມໝາຄື ຄຸນນະພາບວຽກຕ້ອງເປັນທີ່ປະທັບໃຈລູກຄ້າ ແລະ ເໜືອຄາດໝາຍຈາກລູກຄ້າ;

໔. ຮູ້ໃຊ້ເຕັກໂນໂລຊີໃຫ້ເປັນ ແລະ ໃຊ້ໃຫ້ເກີດປະໂຫຍດສູງສຸດ
ຍຸກນີ້ເປັນຈຸດປ່ຽນ ແລະ ເອື້ອອໍານວຍແກ່ອາຊີບຟລີແລນເພາະມີເຕັກໂນໂລຊີຫຼາຍຢ່າງຊ່ວຍໃຫ້ການເຮັດວຽກງ່າຍຂື້ນ ແລະ ສະດວກສະບາຍ ເຊັ່ນ : google drive, dropbox, evernote , ອິນເຕີເນັດ 4G ແລະ ຫຼາຍໆໂປຣເກມ;

໕. ມີທັກສະການສື່ສານ ແລະ ຮູ້ເລື່ອງການຂາຍ
ການສື່ສານແມ່ນຈຸດເລີ່ມຕົ້ນຂອງການສະເໜີງານ ສະເໜີບໍລິການ ແລະ ມັນຍັງຕິດພັນກັບການຂາຍເພື່ອປິດວຽກນັ້ນໆກັບລູກຄ້າ;

໖. ຮູ້ຈັກການວາງແຜນການໃຊ້ຈ່າຍ
ອາຊີບຟີລແລນນັ້ນຮູ້ດີວ່າລາຍຮັບບໍ່ມາທຸກທ້າຍເດືອນ ແຕ່ມາກັບວຽກທີ່ເຮົາຮັບບໍລິການ. ສະນັ້ນ, ການວາງແຜນການໃຊ້ຈ່ານຢ່າງດີຈະເຮັດໃຫ້ເຮົາບໍ່ສຸດຸດກັບລາຍຈ່າຍປະຈໍາວັນ;

໗. ມີຄວາມຄິດສ້າງສັນ
ຄົນທີ່ເຮັດອາຊີບແບບນີ້ຕ້ອງຮຽນຮູ້ ແລະ ນໍາສະເໜີຄວາມຄິດໃໝ່ໆຕໍ່ລູກຄ້າ ເຊິ່ງມັນຮຽກຮ້ອງໃຫ້ຕ້ອງມີຄວາມຄິດສ້າງສັນ;

໘. ມີຄວາມຮັບຜິດຊອບສູງ
ຄວາມຮັບຜິດຊອບສໍາຄັນກວ່າວຽກທີ່ໄດ້ຮັບ ເພາະມັນຈະເຮັດໃຫ້ເຮົາເປັນຟລີອລນມືອາຊີບທີ່ຮັບຜິດຊອບຕໍ່ທຸກວຽກງານທີ່ຖືກມອບໝາຍຈາກລູກຄ້າ;

໙. ຢ່າເລືອກວຽກ
ຖ້າເຮົາເລືອກທີ່ຈະຢູ່ສາຍອາຊີບແບບນີ້ແລ້ວ ກໍຈົ່ງຢ່າເລືອກວຽກ ເພາະຟລີແລນຈະຂາດວຽກບໍ່ໄດ້ ແລະ ຈົ່ງຄໍານຶງສະເໝີວ່າ ວຽກຄືເງິນ ເງິນຄືວຽກ ແລະ ຜົນງານຄືວຽກໃນອະນາຄົດ.


No comments

Powered by Blogger.