Header Ads

ປະທານ ອພສ ສູນກາງ ພ້ອມດ້ວຍພັນລະຍານາຍົກລັດທະມົນຕີ ສ້າງກອງຜ້າປ່າທອດຖວາຍທີ່ເມືອງອາດສະພອນ




ຄະນະຜ້າປ່າສາມັກຄີ ນຳໂດຍຍາທ່ານໃຫຍ່ ມະຫາງອນ ດຳລົງບຸນ ປະທານ ອພສ ສູນກາງ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານນານົກລັດທະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈາກພາກສ່ວນຕ່າງໆທີ່ມາຈາກນະຄອນຫຼວງວຽງຈັນ, ການນຳແຂວງສະຫວັນນະເຂດ, ການນຳເມືອງໃນທົ່ວແຂວງ ແລະອອກຕົນຍາດໂຍມ ໄດ້ພ້ອມກັນຈັດກອງຜ້າປ່າສາມັກຄີຂື້ນ ເພື່ອທອດຖວາຍທີ່ວັດບ້ານທາດດອກແກ້ວ ເມືອງອາດສະພອນ ແຂວງສະຫວັນນະເຂດ.







ທັງນີ້ກໍເພື່ອຫາລາຍໄດ້ສົົມທົບທຶນສ້າງກຸດຕິ-ຫ້ອງການ ອພສ ເມືອງ ຫຼັງໃໝ່ ທີ່ກຳລັງກໍ່ສ້າງໃນມູນຄ່າ 700 ກວ່າລ້ານກີບ, ໂດຍການຕ້ອນຮັບຂອງທ່ານ ແສງທອງ ວັງແກ້ວມະນີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພອນ ພ້ອມຄະນະ ແລະປະຊາຊົນຊາວເມືອງອາດສະພອນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.






ໂດຍໃນຄໍ່າຄືນຂອງວັນທີ 05 ພຶດສະພາ 2018 ໄດ້ມີການຖືສິນຟັງທັມມະເທສະໜາຈາກພຣະອາຈານໃຫຍ່ ມະຫາສົມບູນ ສິຣິປັນໂຍ ປະທານ ອພສ ແຂວງສະຫວັນນະເຂດ. ຈາກນັ້ນ, ໃນຕອນເຊົ້າຂອງວັນທີ 6 ພຶດສະພາ ກໍ່ໄດ້ມີການຕັກບາດຖວາຍສັງຄະທານ ແລະຕ້ອນຮັບຄະນະຜ້າປ່າສາມັກຄີ ທີ່ເດີນທາງມາເຖິງ ແລ້ວກໍ່ພ້ອມກັນທອດຖວາຍ.



ໃນຕອນບ່າຍຂອງວັນດຽວກັນນີ້, ທ່ານ ນາງ ນາລີ ສີສຸລິດ ພ້ອມຄະນະ ກໍ່ຍັງໄດ້ນຳເຄື່ອງຊ່ວຍເຫຼືອ ແລະເງິນສົດຈຳນວນໜຶ່ງ ໄປມອບໃຫ້ຄອບຄົວທຸກຍາກຈຳນວນ 77 ຄອບຄົວ ທີ່ບ້ານໂພນນາດີ ຈາກນັ້ນ, ຈິ່ງເດີນທາງກັບນະຄອນຫຼວງວຽງຈັນ.








ທີ່ມາ: Atsaphone Report – ຂ່າວສານເມືອງອາດສະພອນ
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.