Header Ads

ຕາດຕະແລ ແຫຼ່ງທ່ອງທ່ຽວທີ່ໜ້າທ່ຽວຊົມ ທີ່ແຂວງອຸດົມໄຊ




ນໍ້າຕົກຕາດຕະແລເປັນນໍ້າຕົກທີ່ສວຍງາມທີສຸດແລ່ງໜຶ່ງໃນແຂວງອຸດົມໄຊ ໂດຍມີຄວາມຍາວປະມານ 600 ແມັດ ເຊິ່ງລັກສະນະນໍ້າຕົກຈະເປັນລັນໆຫຼາຍກ່ວາ 30 ຖ້ານ  ເຊິ່ງເມື່ອລະດູຝົນມາຍິ່ງເຮັດໃຫ້ຕາດມີຄວາມງົດງາມ ແລະ ມີສະເໜ່ ທີ່ປະດ້ວຍດ້ວຍສຽງນໍ້າຕົກຕາດ, ສາຍນໍ້າ ແລະ ທໍາມະຊາດອ້ອມຮອບ.  







ສໍາລັບສະຖານທີ່ຕັ້ງນໍ້າຕົກຕາດຕະແລ ແມ່ນຕັ້ງຢູ່ບ້ານຕະແລ ເມືອງຮຸນ ແຂວງອຸດົມໄຊ ຫ່າງຈາກເທດສະບານແຂວງປະມານ 130 ກິໂລແມັດ ແລະ ຫ່າງຈາກເທດສະບານເມືອງຮຸນ ປະມານ 40 ກິໂລແມັດ ເຊິ່ງເສັ້ນທາງຍັງເປັນດິນແດງ  ແຕ່ກໍ່ບໍ່ເຖິງຂັ້ນໄປມາບໍ່ສະດວກ . ພີເສດ ສໍາລັບທ່ານທີ່ຮັກທໍາມຊາດ, ວີຖີຊີວີດແບບ Slow-life ຂອງຊາວບ້ານ, ຫຼົງໄຫຼສາຍລົມ, ປ່າເຂົາລຳເນົາໄພ ແລະ ອາກາດທີ່ສົດຊື່ນຂໍແນະນໍາ ບໍ່ຄວນພາດຫາໂອກາດໄປທ່ຽວຊົມໃຫ້ໄດ້.









Source : A Charming of Oudomxay 

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.