Header Ads

ແຟນບານ ຮຳບວກ ກໍ່ຄວາມວຸ້ນວາຍບໍ່ພໍໃຈກັບຜົນງານຂອງທິມໃນລະດູການນີ້ ສ້າງປະຫວັດຕົກຊັ້ນຈາກລີກສູງສຸດຄັ້ງທຳອິດ ໃນຮອບ 54 ປີ



ຮຳບວກ (Hamburger SV) ສະໂມສອນເກົ່າແກ່ໃນວົງການບານເຕະເຢຍລະມັນ ສ້າງອາລົມຄວາມເສຍໃຈ ແລະ ຄວາມຜິດຫວັງ ໃຫ້ແຟນບານ ແບບບໍ່ເຄີຍມີມາໃນປະຫວັດສາດ ໂດຍທິມຕົກຊັ້ນຈາກລີກສູງສຸດ(ບຸນເດັສລີກ້າ 1) ຄັ້ງທຳອິດ ໃນຮອບ 54 ປີ ໃນວັນທີ 12 ພຶດສະພາ ຜ່ານມານີ້ . ສໍາລັລນັດສຸດທ້າຍເຖິງວ່າທິມເປີດບ້ານຊະນະ ໂບຣຸສເຊຍມຸນເຊິນກລັດບັດ (Borussia Mönchengladbach) ແຕ່ກໍ່ບໍ່ພຽງພໍໃຫ້ທິມລອດການຕົກຊັ້ນໄດ້ ເພາະທີມຈະມີພຽງ 31 ຄະແນນຈາກ 34 ນັດ ຢູ່ອັນດັບຮອງສຸດທ້າຍຂອງຕາຕະລາງຂອງລີກ.




ຈາກຜົນງານທີ່ຕົກຕໍ່າດັ່ງກ່າວ ເຮັດໃຫ້ແຟນບານຈຳນວນຫລາຍບໍ່ພໍໃຈ  ແລະ ເກີດອາລົມຮຸນແຮງແກ່ວງບັ້ງໄຟດອກ ຊຶ່ງເປັນວັດຖຸຕ້ອງຫ້າມ ລົງມາສະຫນາມ ເພື່ອປະທ້ວງຄະນະບໍລິຫານ ແລະ ຜົນງານຂອງຄະນະຄູຝຶກ ແລະ ນັກກິລາ.






ຮຳບວກ ເປັນຫນຶ່ງໃນສະໂມສອນທີ່ເກົ່າແກ່ທີ່ສຸດໃນເຢຍລະມັນ ສ້າງຕັ້ງຂຶ້ນໃນວັນທີ 29 ກັນຍາ ປີ 1887 ລວມ 130 ປີ. ຜົນງານຜ່ານມາເຄີຍຄວ້າແຊ້ມລີກສູງສຸດ 6 ສະໄຫມ ຮອງແຊ້ມ 8 ສະໄຫມ, ເປັນແຊ້ມ ເດເອຟເບ ໂພຄາວ(DFB-Pokal) 3 ສະໄຫມ ຮອງແຊ້ມ 3 ສະໄຫມ, ແຊ້ມຊຸບເປີຄັບເຢຍລະມັນ(DFB-Supercup) 3 ສະໄຫມ, ຢູໂຣປ້ຽນຄັບ ຫລື ຢູຟ້າແຊ້ມປ້ຽນລີກ 1 ສະໄຫມ(1982–83) ແລະ ຢູຟ້າ ອິນເຕີໂຕໂຕ້ຄັບ(UEFA Intertoto Cup) 2 ສະໄຫມ (ປະຈຸບັນບໍ່ມີລາຍການນີ້ແລ້ວ).





ທີ່ມາ: ຂ່າວກີລາ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.