Header Ads

ຮອງປະທານປະເທດ ຕ້ອນຮັບທູດ ອີຕາລີເຂົ້າຢ້ຽມອຳລາ ທີ່ທຳນຽບປະທານປະເທດ



ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ຟຣານເຊັສໂກ ຊາເວຣີໂອ ນິ ຊິໂອ (Mr. Francesco Sa verio NISIO) ເອກອັກຄະ ລັດຖະທູດອີຕາລີ ປະຈຳລາວ ຊຶ່ງມີສຳນັກງານຕັ້ງຢູ່ບາງກອກ ປະເທດໄທເຂົ້າຢ້ຽມອຳລາ ໃນ ຕອນແລງວັນທີ 10 ພຶດສະພາ ນີ້ ທີ່ທຳນຽບປະທານປະເທດ ໃນໂອກາດທີ່ສຳເລັດການປະ ຕິບັດໜ້າທີ່ການທູດຢູ່ ສປປ ລາວ ເປັນເວລາ 5 ປີກວ່າ.

ທ່ານຮອງປະທານປະ ເທດ ໄດ້ກ່າວສະແດງຄວາມ ຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ທູດທີ່ໄດ້ສຳເລັດການປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວຊຶ່ງຕະຫຼອດ 5 ປີກວ່າ ທ່ານ ທູດໄດ້ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການເພີ່ມທະວີ ສາຍພົວພັນຮ່ວມມືທີ່ດີລະ ຫວ່າງສອງປະເທດ ລາວ-ອີຕາ ລີ ນັບມື້ດີຂຶ້ນເປັນກ້າວໆ ພ້ອມ ດຽວກັນ ທ່ານຮອງປະທານປະ ເທດ ຍັງໄດ້ອວຍພອນໃຫ້ທ່ານ ທູດ ຈົ່ງເດີນທາງກັບຄືນປະ ເທດດ້ວຍຄວາມສະຫວັດດີ ພາບ ແລະ ປະສົບຄວາມສຳ ເລັດໃນໜ້າທີ່ໃໝ່ຂອງທ່ານ.

ຂ່າວ-ພາບ: ພູວຽງຄຳ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.