Header Ads

ໂຈນດຶງສາຍຄໍຄຳຫວັງຫຼົບໜີ ແຕ່ໂຊກຮ້າຍຂີ່ລົດຈັກຜ່າໄຟແດງໄປເກີດອຸປະຕິເຫດ




ນະຄອນຫຼວງວຽງຈັນ :  ໃນວັນທີ 13 ພຶດສາພາ 2018 ເວລາປະມານ 10:45 ນາທີ (ຕອນເຊົ້າ) ໄດ້ເກີດອຸປະຕິເຫດລົດຈັກລ່ວງໄຟແດງຕຳເອົາລົດເກັງ ທີ່ໄຟແດງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ຂໍ້ມູນເບື້ອງຕົ້ນຈາກການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ວ່າ ຄຜູ້ຂັບລົດຈັກແມ່ນ ໄດ້ກໍ່ເຫດດຶງສາຍຄໍມາຈາກແຖວທົ່ງຂັນຄຳ ແລະ ມີຮອຍລູກປືນ 1 ນັດ ຖືກຍິງຢູ່ທີ່ຂາຊ້າຍຂອງຜູ້ກ່ຽວ ດ້ວຍເຫດນັ້ນຈິ່ງຟ້າວໜີຕາຍຫຼົບໜີ ແຕ່ໂຊກຮ້າຍມາເກີດອຸປະຕິເຫດ ນອນງາຍປາງງ່າງກາງທາງ.






ພາຍຫຼັງທີ່ເກີດຫຼາຍຄົນກໍ່ອອກມາສະແດງຄວາມຄິດເຫັນໃນສື່ອອນລາຍ ວ່າ ສະໄໝນີ້ເວດກໍາໄວກວ່າ 4G ຫຼື ເວດກໍາ 4.0 ທີ່ເຫັນຜົນພາຍໃນຊາດນີ້ໂດຍບໍ່ຕ້ອງລໍໃຫ້ເຖິງຊາດໜ້າ ຫຼື ຕົກນາລົກ ແຕ່ເວດກໍາ 4.0 ມາໄວ້ກວ່າທີ່ໂຈນຈະຕັ້ງໂຕ.






ພາບ ແລະ ຂ່າວ: ໜ່ວຍກູ້ໄພ 1623
© ຈໍາປາໂພສ |  www.champapost.com

_________




No comments

Powered by Blogger.