Header Ads

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ທີ່ເມືອງໄຊຈໍາພອນ ແຂວງສະຫວັນະເຂດ





ອີງຕາມການລາຍງານຂ່າວຂອງ ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ  ວ່າ : ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2018 ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ ແລະ ຊີ້ນໍາວຽກງານຢູ່ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ກອງແກ້ວ ໄຊສົງຄາມ, ເຈົ້າແຂວງໆບໍລິຄໍາໄຊ, ທ່ານ ຄໍາພັດ ສຸລິຂັນ ເຈົ້າເມືອງໆໄຊຈໍາພອນ ພ້ອມດ້ວຍຄະນະນໍາຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.



ໃນໂອກາດມາເຮັດວຽກຄັ້ງນີ້ ທ່ານ ເຈົ້າເມືອງໆໄຊຈໍາພອນ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຮອບດ້ານ ພາຍໃນເມືອງໃນໄລຍະຜ່ານມາໃຫ້ຄະນະຂອງທ່ານນາຍົກລັດຖະມົນຕີ ຊາບວ່າ: ຈຸດພິເສດທີ່ຕັ້ງຂອງເມືອງໄຊຈໍາພອນ ແມ່ນເມືອງພື້ນຖານການປະຕິວັດ ເປັນເມືອງແນວຫຼັງຍຸດທະສາດ ແລະ ເປັນເສັ້ນທາງຜ່ານຂອງບັນດາທ່ານຜູ້ນໍາ ໃນໄລຍະເຄື່ອນໄຫວການປະຕິວັດ; ສໍາລັບທີ່ຕັ້ງ ທິດຕາເວັນອອກ ແລະ ທິດເໜືອ ມີຊາຍແດນຮ່ວມກັນກັບ 4 ເມືອງຂອງແຂວງເຫງະອານ ແລະ ແຂວງຮ່າຕິ້ງ ສສ ຫວຽດນາມ, ທິດຕາເວັນຕົກຕິດກັບເມືອງ ວຽງທອງ, ທິດໃຕ້ຕິດກັບເມືອງ ຄໍາເກີດ. ເມືອງໄຊຈໍາພອນ ມີເນື້ອທີ່ທັງໝົດ 2.545 ກິໂລຕາແມັດ ເນື້ອທີ່ສ່ວນໃຫຍ່ແມ່ນເປັນພູສູງ ເຊິ່ງກວມ 95%, ມີ 4 ກຸ່ມບ້ານ, 1 ຮາກຖານບ້ານໃຫຍ່, 18 ບ້ານ, 1.800 ກວ່າຄອບຄົວ, ມີພົນລະ ເມືອງທັງໝົດ 11.262 ຄົນ. ການຂະຫຍາຍຕົວທາງດ້ານເສດຖະກິດ ນັບມື້ນັບດີຂຶ້ນເປັນກ້າວໆ ສະ ເລ່ຍລາຍຮັບຕໍ່ຫົວຄົນປະມານ 823,6 ໂດລາຕໍ່ຄົນຕໍ່ປີ. ສະເລ່ຍເຂົ້າກິນປະມານ 359 ກິໂລ/ຄົນ/ປີ. ມີເສັ້ນທາງເຂົ້າເຖີງ 18 ບ້ານ ກວມ 100% ແຕ່ບໍ່ສາມາດທຽວໄດ້ 02 ລະດູ. ອັດຕາການຊົມໃຊ້ໄຟຟ້າກວມ 83,3% ຂອງຈໍານວນບ້ານທັງໝົດ, ລະບົບໂທລະຄົມມະນາຄົມສື່ສານ ກວມເອົາ 50%, ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ ປະຕິບັດໄດ້ 85%. ຄຽງຄູ່ກັນນັ້ນ ວຽກງານອື່ນໆກໍ່ໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນເປັນກ້າວໆ.



ໃນໂອກາດດຽວກັນນີ້ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມພາຍໃນເມືອງ ໂດຍສະ ແດງໃຫ້ເຫັນເຖິງຄວາມສາມັກຄີ, ຄວາມເອົາໃຈໃສ່ ແລະ ການຕັດສິນໃຈຂອງຄະນະນໍາຂອງເມືອງ, ສິ່ງສໍາຄັນແມ່ນ ການປະກອບສ່ວນຂອງປະຊາຊົນບັນດາເຜົ່າ ເຊິ່ງໄດ້ເຮັດໃຫ້ບັນດາພື້ນຖານໂຄງຮ່າງຂອງເມືອງ ໄດ້ຮັບການພັດທະນາຢ່າງກວ້າງຂວາງ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນ. ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມທົ່ວເມືອງ ໄດ້ສືບຕໍ່ພັດທະນາຢ່າງຮອບດ້ານ, ສັງຄົມມີຄວາມສະຫງົບປອດໄພ. ໂອກາດນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນໜັກ ໃຫ້ຄະນະນໍາ, ພະນັກງານທຸກຂັ້ນທົ່ວເມືອງ ໃຫ້ສືບຕໍ່ເອົາໃຈໃສ່ ເປັນຕົ້ນ: ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດ, ຄວາມເສຍສະຫຼະ ແລະ ຄວາມພິລະອາດຫານ, ຄວາມສາມັກຄີອັນເປັນປຶກແຜ່ນ; ສືບຕໍ່ສຶກສາອົບຮົມວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ ແລະ ປະຊາຊົນ ພ້ອມກັບການແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນເມືອງ; ສືບຕໍ່ຊຸກຍູ້ ແລະ ແນະນໍາຂະບວນການຜະລິດກະສິກໍາ ໃຫ້ແກ່ປະຊາຊົນ ໂດຍສະເພາະແມ່ນ ນໍາໃຊ້ທ່າແຮງບົ່ມຊ້ອນຂອງແຕ່ລະບ້ານໃຫ້ນັບມື້ນັບຫຼາຍ ເພື່ອກາຍເປັນສິນຄ້າ ທັງນີ້ ກໍ່ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ ສິ່ງສໍາຄັນແມ່ນຫຼຸດພົ້ນອອກຈາກຄວາມທຸກຍາກ. ພ້ອມດຽວກັນນີ້ ກໍ່ໃຫ້ເອົາໃຈໃສ່ ໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ ເພື່ອເຮັດໃຫ້ຊັບພະຍາກອນທໍາມະຊາດ ໄດ້ຖືກນໍາໃຊ້ຢ່າງມີປະສິດທິຜົນ ແລະ ຍືນຍົງ.



ພາບ-ຂ່າວ: ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 
© ຈໍາປາໂພສ |  www.champapost.com

_________

1 comment:

  1. ເມືອງໄຊຈຳພອນ ແຂວງສະຫວັນນະເຂດເດີ.. ບໍແມ່ນບໍລິຄຳໄຊ

    ReplyDelete

Powered by Blogger.