Header Ads

ເຫດພົບສີ້ນສ່ວນວັດຖຸຕົກປະລາດຕົກລົງມາຈາກເທິງຟ້າ ທີ່ບ້ານໜອງບົວ ເມືອງສາລະວັນ ຄາດເປັນາສີ້ນສ່ວນຍານອາວະວາດ




ໃນວັນທີ 12 ພືດສະພາ 2018 ຜູ້ໃຊ້ເຟສບຸກຊື່  ທິດ ທອງຈັນ  ໂພສຂໍ້ມຄວາມ ແລະພາບ ລະບຸວ່າ ເກີດເຫດວັດຖຸ (ບໍ່ຮູ້ແຫລ່ງທີ່ມາ)ຕົກທີ່ບ້ານໜອງບົວ ເມືອງສາລະວັນ ໃນຄືນວັນທີ 9 ພຶດສະພາ 2018  ໂດຍຕົກລົງໃາຖືກເຮືອນປະຊາຊົນຫລັງຄາລຸ-ຂາດ  ແຕ່ຍັງໂຊກດີທີ່ບໍ່ຖືກຄົນ  ເຊິ່ງວັນຖຸດັ່ງກ່າວ ຊາວບ້ານສົງໃສບໍ່ຮູ້ວ່າແມ່ນວັດຖຸຫຍັງ.








ອີງຕາມໜັງສືແຈ້ງການ (ດ່ວນທີ່ສຸດ)ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 09485/ຍທຂ.ທກ ລົງວັນທີ 7 ພຶດສາພາ 2018 ທີ່ ນະຄອນຫຼວງວຽງຈັນ  ວ່າດ້ວຍເລື່ອງ  : ການເຄື່ອນໄຫວກິດຈະການ ການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ ໂດຍລະບຸວ່າ ຫ້ອງການຈ່າວສານການຂອງ ປະເທດ ຈີນ  ຈະໄດ້ທິກິດຈະການ ການບິນອາວະກາດໃນວັນທີ 9 ພຶດສະພາ  2018 ກົງກັບເວລາທ້ອງຖິ່ນ ສປປ ລາວ 01:31 ໂທງ-01:47 ໂມງ ເຊິງອາດຈະມີສີ້ນສ່ວນຈາກການເຮັດກິດຈະການດັ້ງກ່າວ.  ແນ່ນອນວ່າ ທັງສອງເຫດການນີ້ທີຄວາມເຊື່ອມໂຍງກັນ  ເຊິ່ງຄາດວ່າ ວັດຖຸປະລາດທີ່ຕົກຈາກຟ້າ ທີ່ແຂວງສາລະວັນ ອາດແມ່ນສີ້ນສວ່ນຍານອາວະກາດຂອງ ສປ ຈີນ ຕາມແຈ້ງການ.






© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.