Header Ads

ຄາດຕະກຳແລ້ວຈູດຮ້ານ ເພື່ອອຳພາງຄະດີ ທີ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ



ໜ່ວຍງານຕໍາຫຼວດສືບສວນ-ສອບສວນ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ກໍາລັງເລັ່ງຕິດຕາມຕົວຄາດຕະກອນໂຫດທີ່ກໍ່ເຫດຄາດຕະກໍາຄົນຫວຽດນາມ ທີ່ເຂົ້າມາຄ້າຂາຍຢູ່ບ້ານຫ້ວຍແກ້ວໜຶ່ງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ແລ້ວຈູດຮ້ານຂາຍເຄື່ອງ ໃນວັນທີ 1 ພຶດສະພາ 2018 ເພື່ອອໍາພາງຄະດີ. ປັດຈຸບັນ, ເຈົ້າໜ້າທີ່ຮູ້ຕົວຄົນຮ້າຍແລ້ວ ແລະ ກໍາລັງຕິດຕາມຜູ້ຮ່ວມຂະບວນການໄປດໍາເນີນຄະດີຕາມກົດໝາຍ.
ເຈົ້າໜ້າ ປກສ ເມືອງຄໍາເກີດ ໃຫ້ຮູ້ວ່າ: ເວລາປະມານ 2 ໂມງ ຂອງວັນທີ 1 ພຶດສະພາ 2018 ໄດ້ຮັບແຈ້ງເຫດຈາກອຳນາດການປົກຄອງບ້ານຫ້ວຍແກ້ວໜຶ່ງ ວ່າ: ມີເຫດໄຟໄໝ້ຮ້ານຂາຍເຄື່ອງຢູ່ບ້ານຫ້ວຍແກ້ວໜຶ່ງ ແຄມທາງເລກທີ 8A. ດັ່ງນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ນໍາເອົາລົດມອດໄຟເຂົ້າໄປສະກັດແປວໄຟ ເພື່ອບໍ່ໃຫ້ໄຟລຸກລາມຢູ່ສະຖານທີ່ດັ່ງກ່າວ, ເຊິ່ງໃຊ້ເວລາປະມານ 20 ນາທີ ຈຶ່ງສາມາດດັບໄຟໄວ້ໄດ້. ພາຍຫຼັງເຈົ້າໜ້າທີ່ເຂົ້າກວດກາສະຖານທີ່ເກີດເຫດ, ໄດ້ພົບເຫັນຍິງໄວກາງຄົນນອນຄຸກເຂົ່າຂວ້າມໜ້າເສຍຊີວິດຢູ່ກັບພື້ນ ມີຜ້າປົກຫຸ້ມໄວ້ ຈຶ່ງໄດ້ນໍາເອົາສົບຜູ້ກ່ຽວສົ່ງໂຮງໝໍ ເມືອງຄໍາເກີດ ເພື່ອທໍາການກວດກາ, ຊັນນະສູດຊາກສົບ. ຜ່ານການກວດກາສັນນະສູດຂອງແພດໝໍພົບວ່າ ຮ່າງກາຍຂອງຜູ້ກ່ຽວມີບາດແຜຕາມຕົນຕົວ ແລະ ມີຮອຍບາດແຜຢູ່ຫຼາຍຈຸດບໍລິເວນຫົວຄ້າຍຄືຖືກຂອງມີຄົມຟັນ ເຊິ່ງເປັນສາເຫດທີ່ເຮັດໃຫ້ຜູ້ກ່ຽວທົນບາດແຜບໍ່ໄດ້ເຮັດໃຫ້ເສຍຊີວິດຄາທີ່.
ຜ່ານການລົງກວດກາຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບຕົວຈິງຂອງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງຮູ້ວ່າ: ຜູ້ເສຍຊີວິດ ຊື່ ນາງ ຫງຽນທິເຕິ່ຍ ອາຍຸ 51 ປີ ເປັນຄົນສັນຊາດຫວຽດນາມ ອາຊີບຄ້າ-ຂາຍ ໄດ້ມາຕັ້ງຮ້ານຂາຍເຄື່ອງ ພ້ອມທັງເກັບຊື້ເຫຼັກເສດຢູ່ບ້ານຫ້ວຍແກ້ວໜຶ່ງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ. ຄະດີດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະສັນນິຖານວ່າ: ເປັນການຄາດຕະກໍາ ແລ້ວວາງເພີງເພື່ອອຳພາງຄະດີ ສ່ວນແຮງຈູງໃຈທີ່ກໍ່ໃຫ້ເກີດມີການຄາດຕະກໍາໃນຄັ້ງນີ້ ທາງເຈົ້າໜ້າທີ່ພວມຮີບຮ້ອນດໍາເນີນການສືບຄົ້ນຫາ ເພື່ອຕິດຕາມຈັບຕົວຜູ້ກໍ່ເຫດມາສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.
ພາບ-ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.