Header Ads

ຈັບຕົວນັກໂທດ ທີ່ໂຕນໜີອອກຈາກຄ້າຍຄຸມຂັງດົງສະຫວາດ ໄດ້ແລ້ວ 3 ຄົນ




ວັນທີ 11 ພຶດສະພາ 2018 ທີ່ຜ່ານມາ, ຜູ້ຖືກຫາ 10 ຄົນ ແລະ ນັກໂທດ 1 ຄົນ ຮ່ວມກັນໂຕນໜີອອກຄ້າຍຄຸມຂັງດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃນນັ້ນເປັນຄະດີຄ້າຂາຍຢາເສບຕິດ ປະເພດຢາບ້າ 7 ຄົນ ( ນັກໂທດ 1 ຄົນ ) ລາຍລະອຽດມີດັ່ງນີ້:


1/ ທ້າວ ຄຳຫຼ້າ ອາຍຸ 28 ປີ ຢູ່ບ້ານທົງພານທອງ ເມືອງສີສັດຕະນາກ ຖືກກັກຕົວວັນທີ 30 ພຶດສະພາ 2017 ສານຕັດສິດອິດສະຫຼະພາບ 5 ປີ (ນັກໂທດ).

2/ ທ້າວ ສົມຊາຍ ຫຼື ດ່ອງ ອາຍຸ 22 ປີ ຢູ່ບ້ານທົ່ງມັ່ງ ເມືອງໄຊທານີ ຖືກກັກຕົວ ວັນທີ 11 ພຶດສະພາ2017.

3/ ທ້າວ ກ໋ອດ ອາຍຸ 17 ປີ ຢູ່ບ້ານທ່າສະຫວ່າງ ເມືອງໄຊທານີ ຖືກກັກຕົວໃນວັນທີ 30 ພຶດສະພາ 2017.

4/ ທ້າວ ທອບສະພອນ ອາຍຸ 17 ຢູ່ບ້ານສົມສະໜຸກ ເມືອງຫາດຊາຍຟອງ ຖືກກັກຕົວວັນທີ 26 ກໍລະກົດ 2017.

5/ ທ້າວ ອິນປອນ ຫຼື ໜຳ ອາຍຸ 26 ປີ ຢູ່ບ້ານກາງ ເມືອງຫາດຊາຍຟອງ ຖືກກັກຕົວ ວັນທີ 10 ມັງກອນ 2017.

6/ ທ້າວ ນ້ອຍ ອາຍຸ 33 ປີ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ຖືກກັກຕົວ ວັນທີ 19 ກັນຍາ 2017.

7/ ທ້າວ ຖາວອນ ຫຼື ອ້າຍ ອາຍຸ 22 ປີ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ຖືກກັນຕົວ ວັນທີ 8 ພຶດສະພາ 2017.

ຄະດີ ຊື້-ຂາຍ ອາວຸດເສີກໄວ້ຄອບຄອງ 1 ຄົນ ຊື່ ທ້າວ ວຽງຄຳ ຫຼື ຄຳນ້ອຍ ອາຍຸ 24 ປີ ຢູ່ບ້ານໂພນເຄັງ ເມືອງໄຊເສດຖາ ຖືກກັກຕົວ ວັນທີ 19 ກຸມພາ 2018.

ຄະດີທຳຮ້າຍແຮງກາຍ-ມີອາວຸດເສີກໄວ້ຄອບຄອງ 1 ຄົນ ຊື່ ທ້າວ ສຳລີ ຫຼືື ຕັອກ ອາຍຸ 34 ປີ ຢູ່ບ້ານດອນປ່າໃໝ່ ເມືອງ ສີສັດຕະນາກ ຖືກກັກຕົວ ວັນທີ 17 ຕຸລາ 2017.

ຄະດີລັກຊັບພົນລະເມືອງ 2 ຄົນ ຊື່ ທ້າວ ພອນປະເສີດ ອາຍຸ 16 ປີ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ຖືກກັກຕົວ ວັນທີ 27 ກຸມພາ 2017 ແລະ ທ້າວ ເພັງພະຈັນ ອາຍຸ 35 ປີ ຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ຖືກກັກຕົວ ວັນທີ 30 ສິງຫາ 2017.

ປັດຈຸບັນ ເຈົ້າໜ້າທີ່ກອງຄະດີ ປກສ ເມືອງສີສັດຕະນາກຕິດ ຕາມຈັບ ຕົວໄດ້ແລ້ວ 3 ຄົນ ຄື: ທ້າວ ສຳລີ, ທ້າວ ອິນປອນ ແລະ ທ້າວ ພອນປະເສີດ.

ຈາກການກວດສອບໃນເບື່ອງຕົ້ນພວກກ່ຽວສາລະພາບວ່າ: ອຸປະກອນທີໃຊ້ເຈາະກຳແພງຊີມັງຫ້ອງນ້ຳໃນຄ້າຍຄຸມຂັງ ແມ່ນ ມີຄົນຢູ່ທາງນອກໃຫ້ການຊ່ວຍເຫຼືອ ໂດຍພວກກ່ຽວໄດ້ ພາກັນ ສະສົມເອົາສາຍຢາງຢືດ ມາເປຍເຮັດເປັນ ຈຸກແລ້ວມັດ ໃສ່ສາຍ ດ້າຍສານແຫ ຈາກນັ້ນຍິງອອກໄປຈາກຊ່ອງລົມໄປນອກກຳແພງ ໂດຍມີພັກພວກເອົາເຫຼັກສະແລ໋ງ ແລະ ໃບເລື່ອຍຕັດເຫຼັກມັດ ໃສ່ສາຍດ້າຍແລ້ວດຶງກັບມາ ຈຶ່ງລົງມືເຈາະກຳ ແພງພາ ກັນໂຕນໜີ. ສ່ວນຜູ້ໂຕນໜີທີ່ເຫຼືອ ແລະ ຜູ້ໃຫ້ການຊ່ວຍເຫຼື່ອ ແມ່ນພວມສືບຕໍ່ຕິດຕາມຕົວມາດຳຄະດີຕາມກົດໝາຍ.

ພາບ ແລະ ຂ່າວ: ໜສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.