Header Ads

ການເຈາະອຸໂມງທາງລົດໄຟລາວ-ຈີນ ຜ່ານແຂວງຫຼວງນໍ້າທາ ຄືບໜ້າກວ່າ 40%



ກອງປະຊຸມຄະນະກຳມະ ການໄກ່ເກ່ຍແກ້ໄຂຜົນກະທົບ ຈາກໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ ໄລຍະທີ 1 ທີ່ ຜ່ານແຂວງຫຼວງນໍ້າທາ ໄດ້ສະ ຫຼຸບການຈັດຕັ້ງປະຕິບັດວຽກ ງານໃນປີ 2017 ແລະ ວາງທິດ ທາງແຜນການ 2018 ຂຶ້ນຢູ່ທີ່ ກຸ່ມບໍລິສັດສ້າງທາງລົດໄຟ ລາວ-ຈີນ ໄລຍະທີ 1 ເຂດບ້ານ ນາເຕີຍ ເມືອງຫຼວງນ້ຳທາ ແຂວງ ຫຼວງນໍ້າທາ ໂດຍການເປັນປະ ທານຂອງທ່ານ ທອງແດງ ສິດ ທິສົນ ຮອງເຈົ້າເມືອງຫຼວງນໍ້າທາ ຫົວໜ້າຄະນະກຳມະການ ໄກ່ເກ່ຍແກ້ໄຂຜົນກະທົບຈາກ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ຜ່ານແຂວງຫຼວງນໍ້າທາ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຈັນທະຈອນ ແກ້ວ ລະຄອນ ຫົວໜ້າຫ້ອງການປະ ສານງານໂຄງການກໍ່ສ້າງທາງ ລົດໄຟລາວ-ຈີນ ໄລຍະທີ 1 ປະ ຈຳແຂວງຫຼວງນໍ້າທາ ໄດ້ລາຍ ງານການຈັດຕັ້ງປະຕິບັດໂຄງ ການກໍ່ສ້າງທາງລົດໄຟລາວ- ຈີນ ໄລຍະທີ 1 ທີ່ຜ່ານແຂວງ ຫຼວງນ້ຳທາ ໂດຍສະເພາະແມ່ນ ວຽກງານໄກ່ເກ່ຍແກ້ໄຂຜົນກະ ທົບ ແລະ ຂອດປະສານງານ ກັບຜູ້ຮັບເໝົາໃນໄລຍະ 1 ປີ ກວ່າຜ່ານມາເລີ່ມແຕ່ເດືອນ ກຸມພາ 2017 ມາເຖິງປັດຈຸບັນ ທີ່ມີຈຸດດີ, ຈຸດອ່ອນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເພື່ອວາງທິດ ທາງແຜນການຈັດຕັ້ງປະຕິບັດ ໃນຕໍ່ໜ້າ. ໂຄງການກໍ່ສ້າງທາງລົດ ໄຟແຕ່ບໍ່ເຕ່ນຊາຍແດນລາວ- ຈີນ ຫານະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິ ໂລແມັດ, ແລວທາງລົດໄຟໄດ້ ຜ່ານແຂວງຫຼວງນ້ຳທາ 16,9 ກິໂລແມັດ ໃນນີ້ປະກອບມີ 2 ສະຖານີຄື: ສະຖານີບໍ່ເຕ່ນ ຊຶ່ງຕັ້ງຢູ່ເຂດເສດຖະກິດສະ ເພາະບໍ່ເຕ່ນແດນງາມເປັນ ສະຖານີນ້ອຍສຳລັບກວດຄົນ ເຂົ້າ-ອອກເມືອງ ແລະ ສະຖາ ນີນາເຕີຍເປັນສະຖານີໃຫຍ່ ສຳລັບຄ່ຽນຖ່າຍສິນຄ້າ, ໃນນີ້ກໍ່ສ້າງຂົວໃໝ່ຈຳນວນ 7 ແຫ່ງ ແລະ ເຈາະອຸໂມງ 3 ແຫ່ງ ມາເຖິງປັດຈຸບັນບໍລິສັດກໍ່ສ້າງ ທາງລົດໄຟເລກ 5 ແລະ ບໍລິ ສັດກໍ່ສ້າງທາງລົດໄຟເລກ 2 ຜູ້ ຮັບເໝົາກໍ່ສ້າງຈາກ ສປ ຈີນ ໄດ້ສືບຕໍ່ດຳເນີນການກໍ່ສ້າງຄື: ອຸໂມງມິດຕະພາບລາວ-ຈີນ ມີ ຄວາມຍາວ 2.425 ແມັດ, ມາ ເຖິງປັດຈຸບັນເຈາະໄດ້ 848,8 ແມັດ, ອຸໂມງທາງອ່ຽງເຈາະໄດ້ 758 ແມັດ, ອຸໂມງບໍ່ເຕ່ນມີ ຄວາມຍາວ 6.461 ແມັດ ປາກ ອຸໂມງເບື້ອງທາງເຂົ້າເຈາະໄດ້ 1.524 ແມັດ, ປາກອຸໂມງເບື້ອງ ທາງອອກເຈາະໄດ້ 1.370 ແມັດ, ອຸໂມງຕີນຕົກ ມີຄວາມ ຍາວ 1.173 ແມັດ, ເບື້ອງທາງ ອອກເຈາະໄດ້ 602 ແມັດ, ລວມການເຈາະອຸໂມງໄດ້ 4.406,5 ແມັດ ເທົ່າກັບ 40,6% ຂອງລວງຍາວທັງໝົດ 10.845 ແມັດ,
ປັດຈຸບັນຜູ້ຮັບ ເໝົາໄດ້ດຳເນີນການກໍ່ສ້າງ ເສົາເຂັມ ແລະ ຮາກຖານຂົວ ໃຫຍ່ຫຼາຍແຫ່ງເປັນຕົ້ນແມ່ນຢູ່ ບ້ານບໍ່ເຕ່ນ ແລະ ກໍ່ສ້າງເສົາ ຂົວໃຫຍ່ 3 ເສັ້ນທີ່ເຊື່ອມຕໍ່ສະ ຖານີນາເຕີຍ ແລະ ສຳເລັດ ການກໍ່ສ້າງເສົາຂົວນາເຕີຍຫາ ບ້ານນາໂຮມ, ເມືອງນາໝໍ້ ແຂວງ ອຸດົມໄຊ ໄດ້ສຳເລັດດ້ານການ ຈັດຕັ້ງປະຕິບັດການໄກ່ເກ່ຍ ແກ້ໄຂຜົນກະທົບ ແລະ ມອບ ພື້ນທີ່ໃຫ້ຜູ້ຮັບເໝົາໄດ້ດຳເນີນ ການກໍ່ສ້າງແຄ້ມໃຫຍ່ຢູ່ບ້ານ ນາເຕີຍ ແລະ ແຄ້ມກໍ່ສ້າງພາກ ສະໜາມອີກ 7 ຈຸດ, ໂຮງງານ ປະສົມເບຕົງ, ສາງເກັບມ້ຽນ ທາດລະເບີດ, ໄດ້ຍົກຍ້າຍ ເຮືອນປະຊາຊົນຈຳນວນ 2 ຫຼັງ ແລະ ຮ້ານອາຫານ 4 ຫຼັງ ໃຫ້ ເຂົາເຈົ້າອອກໄປເຊົ່າເຮືອນຢູ່ ໂດຍມອບໃຫ້ບໍລິສັດກໍ່ສ້າງ ທາງລົດໄຟເລກ 5 ເປັນຜູ້ຮັບ ຜິດຊອບໃນການໃຊ້ຈ່າຍຈົນ ກວ່າຈະໄດ້ຮັບການຈັດສັນໃໝ່ ຈາກພັກ-ລັດ, ສຳເລັດການໄກ່ ເກ່ຍ ແລະ ມອບດິນໃຫ້ຜູ້ຮັບ ເໝົາໄດ້ດຳເນີນການກໍ່ສ້າງ ເສັ້ນທາງຮ່ອມເຂົ້າຫາຈຸດ ເຈາະອຸໂມງຈຳນວນ 3 ເສັ້ນ ມີຄວາມຍາວ 2.343 ແມັດ, ສຳເລັດການກໍ່ສ້າງທາງເວັ້ນ ສະເພາະ 2 ເສັ້ນ ຢູ່ຈຸດດ່ານ ສາກົນບໍ່ເຕ່ນ ແລະ ຈຸດທາງຫຼັງ ດ່ານພາສີສາກົນບໍ່ເຕ່ນ ເພື່ອ ຂົນສົ່ງວັດສະດຸ, ອຸປະກອນ, ກົນຈັກອື່ນໆໃຫ້ມີຄວາມສະ ດວກວ່ອງໄວ ແລະ ຖືກຕ້ອງ ຕາມລະບຽບກົດໝາຍ,
 ໄດ້ສົມ ທົບກັບອຳນາດການປົກຄອງ, ເຖົ້າແກ່ແນວໂຮມບ້ານກຳນົດ ເຂດປ່າຊ້າແຫ່ງໃໝ່ຂອງບ້ານ ນາເຕີຍຕາມການສະເໜີຂອງ ປະຊາຊົນ ປັດຈຸບັນແມ່ນລໍຖ້າ ງົບປະມານຈາກບໍລິສັດທາງ ລົດໄຟລາວ-ຈີນ ເພື່ອເຮັດພິທີ ທາງສາສະໜາຍົກຍ້າຍປ່າຊ້າ ແຫ່ງເກົ່າ ແລະ ກໍ່ສ້າງປ່າຊ້າ ແຫ່ງໃໝ່ໃຫ້ເຂົາເຈົ້າ, ສົມທົບ ພະແນກພະລັງງານ ແລະ ບໍ່ ແຮ່ແຂວງເອົາຫີນທີ່ເຈາະຈາກ ອຸໂມງບໍ່ເຕ່ນເພື່ອໄປວິໄຈ ຊອກຫາແຮ່ທາດເຈືອປົນທີ່ປະ ຊາຊົນສົງໄສອາດມີທາດທີ່ມີ ຄ່າເຈືອປົນຢູ່ນຳເສດຫີນ ຜ່ານ ການວິໄຈບໍ່ມີແຮ່ທາດທີ່ມີຄ່າ ເຈືອປົນຢູ່ນຳ ແລະ ລົງເຜີຍ ແຜ່ໃຫ້ປະຊາຊົນເຂົ້າໃຈ, ແກ້ ໄຂບັນຫາຄົນງານທາງລົດໄຟ ເຂົ້າມາແບບບໍ່ຖືກລະບຽບກົດ ໝາຍ, ສຳເລັດເກັບກຳຂໍ້ມູນ ບ້ານທີ່ໄດ້ຮັບຜົນກະທົບແບບ ລະອຽດຈຳນວນ 4 ບ້ານຄື: ບ້ານບໍ່ເຕ່ນ, ບໍ່ປຽດ, ບ້ານຕີນ ຕົກ ແລະ ບ້ານນາເຕີຍ ຊຶ່ງມີ ຜົນກະທົບຕໍ່ສິ່ງປຸກສ້າງຂອງ ປະຊາຊົນຈຳນວນ 150 ຫຼັງ ຄາເຮືອນ, ກະທົບດິນປຸກສ້າງ 213 ຕອນ, ເນື້ອທີ່ 31,8 ເຮັກ ຕາ, ກະທົບຕໍ່ດິນສວນ, ດິນນາ ແລະ ອື່ນໆຈຳນວນ 96 ຕອນ ເນື້ອທີ່ເກືອບ 45 ເຮັກຕາ, ນອກນັ້ນຈະຕ້ອງໄດ້ຍົກຍ້າຍ ໂຮງເລື່ອຍ 1 ແຫ່ງ, ໂຮງງານ ຜະລິດເກືອ 1 ແຫ່ງ ແລະ ໂຮງ ຮຽນ 1 ແຫ່ງ, ສຳເລັດກວດກູ້ ລະເບີດຕາມແລວທາງ ແລະ ສະຖານີ ຍົກເວັ້ນເຂດປ່າຊ້າ ບ້ານນາເຕີຍ. 
ສຳເລັດການຄົ້ນ ຄວ້າຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການກຳນົດຫົວໜ່ວຍ ລາຄາຊົດເຊີຍ ແລະ ການຈັດ ສັນປະຊາຊົນທີ່ຖືກຜົນກະທົບ ໂດຍຜ່ານການຮັບຮອງຈາກ ສະພາປະຊາຊົນແຂວງແລ້ວ, ສຳເລັດການປະເມີນແຜນ ຄາດຄະເນຄ່າຊົດເຊີຍຜົນກະ ທົບຈາກໂຄງການກໍ່ສ້າງທາງ ລົດໄຟລາວ-ຈີນ ໄລຍະຜ່ານ ແຂວງຫຼວງນໍ້າທາ ໃນມູນຄ່າ 245 ຕື້ 661 ລ້ານກວ່າກີບ, ມາເຖິງປັດຈຸບັນສາມາດມອບ ພື້ນທີ່ໃຫ້ຜູ້ຮັບເໝົາໄດ້ດຳເນີນ ການກໍ່ສ້າງລວມທັງໝົດ 15,785 ກິໂລແມັດ ເທົ່າກັບ 93,4% ຂອງຄວາມຍາວທັງ ໝົດ 16,9 ກິໂລແມັດ ທີ່ເສັ້ນ ທາງລົດໄຟຜ່ານແຂວງຫຼວງນໍ້າທາ. ແຜນການຈັດຕັ້ງປະຕິ ບັດປີ 2018 ສືບຕໍ່ລົງໄກ່ເກ່ຍ ຕາມຈຸດຕ່າງໆທີ່ບໍ່ມີສິ່ງປຸກ ສ້າງຂອງປະຊາຊົນເພື່ອມອບ ດິນໃຫ້ຜູ້ຮັບເໝົາດຳເນີນການ ກໍ່ສ້າງບໍ່ໃຫ້ຊັກຊ້າ, ກະກຽມ ລົງໄກ່ເກ່ຍຈຸດທີ່ຈະຕັ້ງແຄ້ມ ໃຫ້ແກ່ກຳລັງປ້ອງກັນຄວາມ ສະຫງົບຈຳນວນ 4 ຈຸດ, ກະ ກຽມຍົກຍ້າຍປະຊາຊົນບ້ານບໍ່ ເຕ່ນ, ບ້ານຕີນຕົກ ແລະ ບ້ານ ນາເຕີຍຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການເພື່ອໄປຢູ່ບ່ອນ ໃໝ່ຕາມຄວາມເໝາະສົມ, ໄກ່ ເກ່ຍພື້ນທີ່ຮັບຮອງການຍົກ ຍ້າຍໂຮງງານຜະລິດເກືອ ຢູ່ ບ້ານບໍ່ເຕ່ນ ແລະ ໂຮງງານຜະ ລິດເຈ້ຍ ແລະ ໂຮງງານຜະລິດ ນ້ຳປະປາຢູ່ບ້ານນາເຕີຍ. (ຂ່າວ: ມຸນຕີ)

No comments

Powered by Blogger.