ເຫດສະຫຼົດໄຟຟ້າຊ໋ອດຄົນເສຍຊີວິດ 1ລາຍ ທີ່ບ້ານທົ່ງສາງນາງ ນະຄອນຫຼວງວຽງຈັນ
ນະຄອນຫຼວງວຽງຈັນ : ໃນວັນທີ 26 ພຶດສະພາ 2018 ເວລາ 10:20 ນາທີ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີຄົນຖືກໄຟຟ້າຊ໋ອດໝົດສະຕິ ໂດຍຈຸດເກີດເຫດແມ່ນຢູ່ບ້ານທົ່ງສາງນາງ ນະຄອນຫຼວງວຽງຈັນ.
ເມື່ອໜ່ວຍກູ້ໄພໄປຮອດຈຸດເກີດເຫດກໍພົບວ່າມີຄົນເຈັບ 1ຄົນ ເປັນເພດຊາຍ ອາຍຸ35ປີ ບ້ານວຽງຈະເລີນ ເມືອງໄຊເສດຖາ ແຂວງນະຄອນຫຼວງວຽງຈັນ ເຊິ່ງອາການເບື້ອງຕົ້ນແມ່ນຖືກໄຟຟ້າຊ໋ອດແລ້ວກໍເສຍຊີວິດ. ດັ່ງນັ້ນ ໜ່ວຍກູ້ໄພມູນນີທິຈຶ່ງໄດ້ນຳສົ່ງສົບຂອງຜູ້ຜູ້ກ່ຽວໄປໄວ້ທີ່ວັດປ່າໜອງພະຍາເພື່ອເຮັດພິທີທາງສາສະໜາຕໍ່ໄປ.
ພາບ ແລະ ຂ່າວ: ໜ່ວຍກູ້ໄພ 1623
ບາດເຈັບສຸກເສີນໂທເບີ 1623 ຕະຫຼອດ 24 ຊົ່ວໂມງ
© ຈໍາປາໂພສ | www.champapost.com
_________
Post a Comment