Header Ads

ພຽງ 3 ເດືອນ ທົ່ວປະເທດເກີດອັກຄີໄພ 48 ຄັ້ງ ມູນຄ່າຄວາມເສຍຫາຍ 10 ຕື້ກວ່າກີບ





ຕາມການລາຍງານຂ່າວຂອງ ນສພ ເສດຖະກິດ-ການຄ້າ ໃນວັນທີ 11 ພຶດສະພາ 2018 ວ່າ : ອັກຄີໄພ ຫຼື ໄຟໄໝ້ ເປັນເຫດການທີ່ຮ້າຍແຮງ ຫາກເກີດຂຶ້ນຢູ່ໃສກໍ່ຈະສົ່ງຜົນກະທົບຢ່າງຫຼວງຫຼາຍ ເພາະສ້າງຄວາມເສຍຫາຍທາງຊັບສິນ ແລະ ຊີວິດ ເຊິ່ງໃນ 3 ເດືອນຕົ້ນປີ 2018 ທົ່ວປະເທດເກີດອັກຄີໄພ ທັງໝົດ 48 ຄັ້ງ ເສຍຫາຍຫຼາຍກວ່າ 10 ຕື້ກີບ, ສະເພາະປີ 2017 ຜ່ານມາ ທົ່ວປະເທດເກີດອັກຄີໄພຂຶ້ນ 100 ກວ່າຄັ້ງ ລວມມູນຄ່າຄວາມເສຍຫາຍທັງໝົດ 1,064 ຕື້ກວ່າກີບ.


ອີງຕາມການລາຍງານຂອງ ທ່ານ ພັນໂທ ແສງສະນິດ ນ້ອຍດາລາ ຫົວໜ້າພະແນກບໍລິຫານກົມຕຳຫຼວດ ແລະ ສະກັດກັ້ນອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 10 ພຶດສະພາຜ່ານມາ ວ່າ: ການເກີດອັກຄີໄພຢູ່ບັນດາແຂວງໃນຂອບເຂດທົ່ວປະເທດໃນ 3 ເດືອນຕົ້ນປີ ( 1 – 3 ປີ 2018 ) ຈຳນວນ 48 ຄັ້ງ. ໃນນັ້ນ, ນະຄອນຫຼວງມີ 11 ຄັ້ງ, ຈຳປາສັກ 7 ຄັ້ງ, ຄຳມ່ວນ 6 ຄັ້ງ, ອຸດົມໄຊ 4 ຄັ້ງ, ອັດຕະປື 4 ຄັ້ງ, ໄຊຍະບູລີ3 ຄັ້ງ, ສາລະວັນ 3 ຄັ້ງ, ສະຫວັນນະເຂດ 2 ຄັ້ງ, ຊຽງຂວາງ 2 ຄັ້ງ, ບໍລິຄໍາໄຊ 2 ຄັ້ງ, ເຊກອງ 2 ຄັ້ງ, ບໍ່ແກ້ວ 1 ຄັ້ງ ແລະ ຫຼວງນໍ້າທາ 1 ຄັ້ງ ເຮັດໃຫ້ມີຄວາມເສຍຫາຍແກ່ຊັບສິນຂອງພົນລະເມືອງ ແລະ ມີຜູ້ເສຍຊີວິດ 1 ຄົນ ລວມມູນຄ່າຄວາມເສຍຫາຍທັງໝົດ 10 ຕື້ກວ່າກີບ ສາເຫດເກີດຈາກໄຟຟ້າລັດວົງຈອນ 9 ຄັ້ງ, ຄວາມປະໝາດ 6 ຄັ້ງ, ຄົນຈູດ 4 ຄັ້ງ, ໄຕ້ທູບ – ທຽນບູຊາ 2 ຄັ້ງ, ດັງໄຟແຕ່ງກິນ 7 ຄັ້ງ, ຈູດຂີ້ເຫຍື້ອແລ້ວລາມໃສ່ 4 ຄັ້ງ ແລະ ຍັງຢູ່ໃນການສອບສວນ 16 ຄັ້ງ.



ສຳລັບປີ 2017 ທົ່ວປະເທດເກີດອັກຄີໄພຂຶ້ນທັງໝົດ 178 ຄັ້ງ. ໃນນັ້ນ, ນະຄອນຫຼວງວຽງຈັນ ເກີດອັກຄີໄພ ຈຳນວນ 52 ຄັ້ງ, ສະຫວັນນະເຂດ 26 ຄັ້ງ, ບໍລິຄຳໄຊ 12 ຄັ້ງ, ຫຼວງພະບາງ 12 ຄັ້ງ, ອຸດົມໄຊ 11 ຄັ້ງ, ໄຊຍະບູລີ 10 ຄັ້ງ, ສາລະວັນ 10 ຄັ້ງ, ຄຳມ່ວນ 9 ຄັ້ງ, ຈຳປາສັກ 9ຄັ້ງ ເຊກອງ 7 ຄັ້ງ, ຊຽງຂວາງ 6 ຄັ້ງ, ຫົວພັນ 4 ຄັ້ງ, ບໍ່ແກ້ວ 2 ຄັ້ງ, ຫຼວງນໍ້າທາ 2 ຄັ້ງ, ອັດຕະປື 2 ຄັ້ງ ແລະ ແຂວງວຽງຈັນ 1 ຄັ້ງ ລວມມູນຄ່າຄວາມເສຍຫາຍທັງໝົດ 1,064 ຕື້ກວ່າກີບ ( ຍັງຢູ່ໃນການປະເມີນ 13 ຄັ້ງ ) ສ່ວນສາເຫດແມ່ນເກີດຈາກໄຟຟ້າລັດວົງຈອນ 65 ຄັ້ງ, ຄວາມປະໝາດ 22 ຄັ້ງ, ຄົນຈູດ 26 ຄັ້ງ, ໄຕ້ທູບບູຊາ 14 ຄັ້ງ, ດັງໄຟແຕ່ງກິນ 14 ຄັ້ງ, ຍັງຢູ່ໃນການສອບສວນ 24 ຄັ້ງ, ບໍ່ຮູ້ສາເຫດ 10 ຄັ້ງ.



ທ່ານໃຫ້ຮູ້ອີກວ່າ: ລາຍງານປະຈຳເດືອນເມສາ 2018 ໃນຂອບເຂດທົ່ວປະເທດ ມີອັກຄີໄພເກີດຂຶ້ນທັງໝົດ 19 ຄັ້ງ. ໃນນັ້ນ, ລວມມູນຄ່າຄວາມເສຍຫາຍທັງໝົດ 2 ຕື້ກວ່າກີບ. ນອກຈາກນີ້, ຍັງມີ 4 ລາຍການທີ່ຍັງຢູ່ໃນຂັ້ນຕອນການປະເມີນ, ສ່ວນສາເຫດການເກີດອັກຄີໄຟ ປະກອບມີ: ໄຟຟ້າລັດວົງຈອນ 6 ຄັ້ງ, ຍັງຢູ່ໃນຂັ້ນຕອນການສອບສວນ 3 ຄັ້ງ, ຄົນຈູດ 6 ຄັ້ງ, ຈູດຂີ້ເຫຍື້ອແລ້ວລາມໃສ່ 3 ຄັ້ງ ແລະ ກິດກອກຢາ 1 ຄັ້ງ.

ຫຼ້າສຸດໃນຕອນບ່າຍຂອງວັນທີ 9 ພຶດສະພາ 2018 ເວລາ 1:30 ໂມງ ໄດ້ເກີດເຫດໄຟໄໝ້ຕະຫຼາດໜອງດ້ວງ ເຊິ່ງຕັ້ງຢູ່ບ້ານຂົວຫຼວງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທີ່ໄດ້ສ້າງຄວາມສະເທືອນຂວັນໃຫ້ກັບພໍ່ແມ່ປະຊາຊົນ ແລະ ແມ່ຄ້າຊາວຂາຍ.






ທ່ານ ທ່ານ ພັຕ ສະແຫວງ ແສງມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງ ກອງຕຳຫຼວດສະກັດກັ້ນ ແລະ ມອດໄຟ ໃຫ້ຮູ້ວ່າ: ໃນຕອນບ່າຍຂອງວັນທີ 9 ພຶດສະພາ 2018 ເວລາ 14:00 ໂມງ ໄດ້ມີພົນລະເມືອງໂທມາແຈ້ງວ່າມີເຫດການໄຟໄໝ້ຢູ່ຕະຫຼາດໜອງດ້ວງ ບ້ານຂົວຫຼວງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພວກເຮົາຈຶ່ງແຕ່ງຕັ້ງອ້າຍນ້ອງນຳລົດດັບເພີງຈຳນວນ 5 ຄັນ ລົງສະກັດ ແລະ ມອດໄຟ ໂດຍໃຊ້ເວລາໄປເຖິງຈຸດເກີດເຫດພຽງ 10 ນາທີເທົ່ານັ້ນ ພໍໄປຮອດໄຟກໍ່ລຸກລາມຂະຫຍາຍອອກເປັນວົງກວ້າງແລ້ວ ບວກໃສ່ກັບເຂດນັ້ນກໍ່ເປັນຊຸມຊົນທີ່ມີຄວາມແອອັດຫຼາຍຈຶ່ງເຮັດໃຫ້ລົດດັບເພີງບໍ່ສາມາດເຂົ້າໄປເຖິງຈຸດເກີດເຫດໄດ້ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການດັບໄຟໃນຄັ້ງນີ້ ໂດຍໄດ້ມີການຕໍ່ສາຍ ແລະ ລາກສາຍນໍ້າເຂົ້າໄປສີດດັບໄຟຢູ່ທາງໃນ ສົ່ງຜົນເຮັດໃຫ້ເສຍເວລາໄປອີກ, ສ່ວນການດັບໄຟແມ່ນໃຊ້ເວລາເຖິງ 3ຊົ່ວໂມງຈຶ່ງສາມາດເຮັດໃຫ້ໄຟມອດລົງໄດ້. ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງສືບສວນ – ສອບສວນຫາສາເຫດການເກີດອັກຄີໄພໃນຄັ້ງນີ້ ແລະ ຍັງບໍ່ສາມາດປະເມີນຄ່າເສຍຫາຍໄດ້.

ຈາກການບອກເລົ່າໂດຍເຈົ້າຂອງຫ້ອງເຊົ່າ ໃຫ້ຮູ້ວ່າ: ຕົນເອງເປັນເຈົ້າຂອງຫ້ອງແຖວທີ່ເກີດເຫດໄຟໄໝ້, ແຕ່ຫ້ອງແຖວດັ່ງກ່າວແມ່ນໃຫ້ຄົນຈີນ2 ຜົວເມຍເປັນຄົນເຊົ່າ ເພື່ອເຮັດທຸລະກິດຄ້າຂາຍອາຫານຕາມສັ່ງປະເພດຕ່າງໆໃນລາຄາ 3 – 4 ໝື່ນບາດຕໍ່ປີ ( ສະກຸນເງິນໄທ ) ແລະ ຕົນເອງກໍ່ມີຮ້ານຂາຍເຄື່ອງຢູ່ໃກ້ກັບຮ້ານຂາຍເຄື່ອງທີ່ຕົນເອງໃຫ້ຄົນຈີນເຊົ່າ; ໃນວັນທີ 9 ພຶດສະພາ 2018 ຕົນເອງ ແລະ ແມ່ຄ້າທົ່ວໄປກໍ່ພາກັນມາເປີດຮ້ານຂາຍເຄື່ອງປົກກະຕິ ພໍຮອດເວລາປະມານ 1:30 ໂມງ ກໍ່ເກີດເຫດໄຟຟ້າແຕກຢູ່ໃນຫ້ອງນອນທີ່ຄົນຈີນເຊົ່າ, ແມ່ຄ້າ ແລະ ພໍ່ຄ້າຢູ່ແຖວນັ້ນກໍ່ພາກັນເອົາບັ້ງດັບເພີງມາດັບຈົນໄຟມອດລົງ. ຫຼັງຈາກນັ້ນ, ແມ່ຄ້າຄົນຈີນຄົນນັ້ນກັບມາເຮັດກິນໃຫ້ລູກຄ້າຕາມປົກກະຕິ ໂດຍທີ່ບໍ່ທັນສັງເກດວ່າໄຟມັນດັບແທ້ ຫຼື ບໍ່?. ຈາກນັ້ນ, ປະມານ 20 ນາທີ ກໍ່ເຫັນແມ່ຄ້າທີ່ຂາຍເຄື່ອງຢູ່ບໍລິເວນຕະຫຼາດໜອງດ້ວງ ແລ່ນມາບອກວ່າໄຟໄໝ້ ເພາະໄຟຟ້າຊັອດລາມໄປຕາມສາຍໄຟ ເຮັດໃຫ້ສາຍໄຟແຕກ ແລະ ກໍ່ໃຫ້ເກີດໄຟລຸກຂຶ້ນໃນບໍລິເວນຊັ້ນ 2 ຂອງອາຄານຢ່າງຮຸນແຮງ ແລະ ລຸກລາມໄປທົ່ວບໍລິເວນຫ້ອງແຖວຢ່າງໄວວາ ເຮັດໃຫ້ລາມໄປທົ່ວຫ້ອງເຊົ່າ ແລະ ຮ້ານທີ່ຢູ່ໃກ້ຄຽງ.

ຮ້ານ ນາງ ນວນດີ ສີສົງຄາມ ຜູ້ເສຍຫາຍຈາກເຫດການໄຟໄໝ້ ເວົ້າວ່າ: ເຫດການໄຟໄໝ້ໃນຄັ້ງນີ້ຕົນເອງຮູ້ສຶກເສຍໃຈຫຼາຍ ເພາະຊັບສິນໃນຮ້ານເສຍຫາຍເຖິງ 90%, ສ່ວນທີ່ເອົາໄດ້ທັນກໍ່ພຽງເລັກໜ້ອຍເທົ່ານັ້ນ ເພາະເຫດການໄຟໄໝ້ແມ່ນເກີດຂຶ້ນໄວຫຼາຍເຮັດໃຫ້ແມ່ຄ້າຫຼາຍຄົນເຮັດຫຍັງນຳກໍ່ບໍ່ທັນ ແລະ ທີ່ສຳຄັນເຂດຮ້ານແຖວນີ້ກໍ່ແອອັດຫຼາຍ ຈຶ່ງເຮັດໃຫ້ໄຟລຸກລາມຢ່າງໄວວາ

ທີ່ມາ: ນສພ ເສດຖະກິດ-ການຄ້າ 
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.