Header Ads

ມາຮູ້ຈັກຊີວິດສ່ວນຕົວ ແລະ ຄອບຄົວຂອງນາງສາວ ຈໍາປາສັກ ປະຈໍາປີ 2018



ພາຍຫຼັງທີ່ນາງ ສຸດາລັດ ຈັນວັນນະສີ ໄດ້ຮັບຕໍາແໜ່ງນາງສາວຈໍາປາສັກ ປະຈໍາປີ 2018 ໃນງານປະກວດນາງສາວຈຳປາສັກ ເມື່ອຕົ້ນເດືອນເມສາຜ່ານມາ ແລະ ມີຫຼາຍໆຄົນສົນໃຈ ຢາກຮູ້ທີ່ໄປທີ່ມາ, ເບື້ອງໜ້າເບື້ອງຫຼັງ ລວມທັງຊີວິດສ່ວນຕົວ ແລະ ຄອບຄົວຂອງຜູ້ກ່ຽວ, ຍ້ອນແນວນັ້ນ ນັກຂ່າວໜັງສືພິມຈໍາປາໃໝ່ ພວກເຮົາ ຈິ່ງໄດ້ພົວພັນຂໍສໍາພາດຜູ້ກ່ຽວ ສ່ວນລາຍລະອຽດແນວໃດນັ້ນເຊີນທ່ານຜູ້ອ່ານມາຮູ້ນຳກັນເລີຍ.





ນາງ ສຸດາລັດ ຈັນວັນນະສີ ອາຍຸ 21 ປີ, ເກີດເມື່ອວັນທີ 17 ມີນາ 1997 ທີ່ບ້ານປາກເຊ ເມືອງປາກເຊ ແຂວງຈໍາປາສັກ, ເປັນລູກຂອງ ນາງ ຈິນດາ ຈັນວັນນະສີ, ອາຍຸ 47 ປີ, ອາຊີບຄ້າຂາຍ. ສ່ວນພໍ່ໄດ້ເສຍຊີວິດແລ້ວ, ມີອ້າຍນ້ອງຮ່ວມອຸທອນດຽວກັນ 3 ຄົນ, ມີອ້າຍ 1 ຄົນ, ນ້ອງ 1 ຄົນ, ນາງເປັນລູກຄົນທີ 2. ປັດຈຸບັນກໍາລັງສຶກສາຢູ່ມະຫາວິທະຍາໄລ ຈໍາປາສັກ ສາຍເສດຖະສາດ ປີທີ 4.





ນາງ ສຸດາລັດ ຈັນວັນນະສີ ໃຫ້ສໍາພາດວ່າ: ຮູ້ສຶກພາກພູມໃຈຫຼາຍທີ່ສຸດ ທີ່ໄດ້ຮັບຕໍາແໜ່ງນາງສາວຈໍາປາສັກ ປະຈໍາປີ 2018 ເພາະເປັນຕໍາແໜ່ງທີ່ຂ້າພະເຈົ້າບໍ່ຄາດຝັນວ່າຊິໄດ້, ຍ້ອນວ່າຂ້າພະເຈົ້າບໍ່ເຄີຍຂຶ້ນເວທີປະກວດ, ບໍ່ມີຄວາມສາມາດທາງດ້ານການຟ້ອນ. ແຕ່ພາຍຫຼັງຜ່ານຈາກການຝຶກແອບ ແລະ ສິດສອນຂອງບັນດາເອື້ອຍໆອ້າຍໆທີ່ເປັນຄູຝຶກ ໃນໄລຍະເກັບຕົວຝຶກຊ້ອມກ່ອນການປະກວດນາງສາວຈໍາປາສັກ ປີ 2018 ເຫັນວ່າຕົນເອງສາມາດເຮັດໄດ້ ທັງພັດທະນາຄວາມສາມາດຂອງຕົນເອງຂຶ້ນຕື່ມອີກ. ຍ້ອນແນວນັ້ນເມື່ອໄດ້ຮັບຕໍາແໜ່ງນີ້ແລ້ວ ຂ້າພະເຈົ້າຈິ່ງຂໍໃຫ້ຄໍາໝັ້ນສັນຍາວ່າ ຈະປະກອບສ່ວນຢ່າງແຂງແຮງໃນການເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງນາງສາວຈໍາປາສັກ ທີ່ການຈັດຕັ້ງພັກ-ລັດ ມອບໝາຍໃຫ້. ນອກນີ້ ກໍ່ຈະຕັ້ງໜ້າປະກອບສ່ວນໃນການໂຄສະນາເຜີຍແຜ່ສະພາບການສ້າງສາພັດທະນາປະເທດລາວ ກໍ່ຄືແຂວງຈໍາປາສັກ ໃນປັດຈຸບັນ ທັງໂຄສະນາເຜີຍແຜ່ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ ແລະ ຂອງທ້ອງຖິ່ນ ເວົ້າລວມ, ເວົ້າສະເພາະແມ່ນວັດທະນະທໍາທີ່ເປັນເອກະລັກສະເພາະຂອງແມ່ຍິງລາວ ເພື່ອໃຫ້ຊາວໂລກໄດ້ຮັບຮູ້-ເຂົ້າໃຈ ໂດຍຜ່ານສື່ສັງຄົມອອນລາຍ ທີ່ກໍາລັງນິຍົມໃຊ້ໃນສັງຄົມປັດຈຸບັນ.








ເມື່ອຖາມກ່ຽວກັບເລື່ອງສ່ວນຕົວ ແລະ ນິໄສໄຈຄໍ, ນາງ ສຸດາລັດ ຈັນວັນນະສີ ບອກວ່າ: ຕົນເອງເປັນຄົນນິໄສລຽບງ່າຍ ສະບາຍ ສະບາຍ, ມີມະນຸດສໍາພັນດີ, ເຂົ້າໄດ້ກັບທຸກຄົນ ແລະ ມັກຊ່ວຍເຫຼືອຄົນອື່ນ. ສ່ວນອາຫານ ກໍ່ກິນໄດ້ທຸກປະເພດ ແຕ່ບໍ່ເຜັດ(ຍົກເວັ້ນຊີ້ນ 10 ປະການ). ຍາມເລີກຮຽນກັບມາເຮືອນ ກໍ່ຊ່ວຍວຽກງານໃນຄອບຄົວ, ຍາມຫວ່າງວຽກ ກໍ່ມັກອອກກໍາລັງກາຍ ແລະ ຫຼິ້ນເທັນນິດ. ຄວາມສາມາດພິເສດ ແມ່ນຫຼິ້ນດົນຕຣີ ປະເພດປີອາໂນ. ນອກນີ້ຍັງສາມາດເວົ້າພາສາອັງກິດ ແລະ ພາສາຫວຽດນາມໄດ້ດີ. ວິຊາຮຽນທີ່ຕົນເອງມັກ ແລະ ຖະໜັດ ແມ່ນວິຊາຄະນິດສາດ, ສະໄໝຮຽນຢູ່ມັດທະຍົມສາມັນສຶກສາ ແຕ່ ມ.3-ມ.7 ສາມາດສອບເສັງໄດ້ອັນດັບທີ 1 ຂອງໂຮງຮຽນ 5 ປີຕິດຕໍ່ກັນ, ນອກນີ້ ຍັງເຄີຍເປັນຕົວແທນຂອງໂຮງຮຽນໄປສອບເສັງນັກຮຽນເກັ່ງຂັ້ນແຂວງນໍາອີກ.




ເມື່ອຖາມເຖິງຜູ້ຊາຍໃນອຸດົມການ, ນາງ ສຸດາລັດ ກ່າວວ່າ: ຈັ່ງໃດກໍ່ໄດ້ ຂໍແຕ່ເປັນຄົນດີ, ມີຄວາມດຸໝັ່ນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ ກໍ່ຄືການທໍາມາຫາລ້ຽງຊີບ, ມີຄວາມກະຕັນຍູຮູ້ບຸນຄຸນ, ຮັກຄອບຄົວ, ຮັກພໍ່ແມ່, ຮັກພີ່ນ້ອງ, ມີມະນຸດສໍາພັນດີ ເທົ່ານີ້ ກໍ່ໂອເຄແລ້ວ. ສໍາລັບອະນາຄົດ ເມື່ອຮຽນຈົບ ຕົນເອງຈະສືບຕໍ່ເຮັດອາຊີບຄ້າຂາຍຄືແມ່ ເພາະເປັນມູນເຊື້ອສືບທອດມາໄດ້ຫຼາຍປີແລ້ວ ທັງເປັນອາຊີບທີ່ຕົນເອງມີຄວາມຖະໜັດນໍາອີກ. 













ຂ່າວ-ພາບ: ທູນທອງໃຈ ຫນັງສືພິມຈໍາປາໃຫມ່ 


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.