Header Ads

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ກັກຕົວຜູ້ຄ້າຂາຍຢາເສບຕິດ ພ້ອມຂອງກາງຢາບ້າ ຈຳນວນ 166 ເມັດ ເຮໂຣອິນ ຈຳນວນ 01 ກ້ອນນ້ອຍ ນໍ້າໜັກ 0,3 ກຣາມ





ໃນເວລາ 18 ໂມງ 30 ນາທີ ຂອງວັນທີ 30ເມສາ 2018ຜ່ານມາ ທາງເຈົ້າໜ້າທີ່ຕຳຫຼວດປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ໄດ້ອອກເຄື່ອນໄຫວລາດຕະເວນ ຢູ່ລະຫວ່າງ ເສັ້ນທາງບ້ານພູຂຽວ-ບ້ານລ່ອງກໍເດື່ອ ເມືອງໄຊ ແຂວງອຸດົມໄຊ. ຕົກມາຮອດເວລາ 02 ໂມງ 00 ນາທີ ຂອງວັນທີ 01 ພຶດສະພາ 2018 ໄດ້ພົບເຫັນລົດກະບະ ຍີ່ຫໍ້ VIGO champ ສີຂາວ ໝາຍເລກທະບຽນ ກຳແພງນະຄອນ ກບ 7269 ເຊິ່ງໄດ້ແລ່ນໄປ-ມາຕາມເສັ້ນທາງສາຍດັ່ງກ່າວ ແລະ ຜິດສັງເກດ





ທາງເຈົ້າໜ້າທີ່ຈຶ່ງໄດ້ອັດລົດເພື່ອຂໍອະນຸຍາດກວດຄົ້ນ, ຜ່ານການກວດຄົ້ນລົດ ແລະ ຕົນຕົວຂອງຜູ້ຂັບຂີ່ໄດ້ພົບເຫັນເຄື່ອງຂອງກາງທີ່ຜິດກົດໝາຍເປັນຢາເສບຕິດ ປະເພດຢາບ້າ ຈຳນວນ 166 ເມັດ, ນໍ້າໜັກ 16,6 ກຣາມ ແລະ ເຮໂຣອິນ ຈຳນວນ 01 ກ້ອນນ້ອຍ ນໍ້າໜັກ 0,3 ກຣາມ ຊຸກເຊື່ອງໄວ້ຢູ່ໃນຕັບໂບລົດທີ່ຜູ່ກ່ຽວຂັບຂີ່ມານັ້ນຈາກນັ້ນທາງເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບຂີ່ລົດຄັນ ດັ່ງກ່າວພ້ອມຂອງກາງ-ພະຫະນະເຂົ້າສຶບຖາມປະຫວັດຂອງຜູ່ກ່ຽວໃນເບື້ອງຕົ້ນຢູ່ທີ່ກອງພັນປ້ອງກັນເຄື່ອນທີ່ຈຶ່ງຮູ້ວ່າຜູ່ກ່ຽວຊື່ ທ້າວ ຄຳໄຊ ວາ ອາຍຸ 32 ປີ, ອາຊີບຫ່ວາງງານ, ຢູ່ບ້ານ ດອນແກ້ວ ເມືອງໄຊ ແຂວງອຸດົມໄຊ,ເຄື່ອງຕິດຕົວມີ ໂມງໃສ່ແຂນ ຈຳນວນ 01 ໜ່ວຍ; ໃບຂັບຂີ່ຍານພາຫະນະ 01 ໃບ; ທະບຽນພາຫະນະ ຈຳນວນ 01 ໃບ; ປື້ມຕິດຕາມການຂື້ນທະບຽນລົດ 01 ຫົວ. ຕົກມາຮອດເວລາ 11 ໂມງ 40 ນາທີ ຂອງວັນດຽວກັນຈຶ່ງໄດ້ແຈ້ງໃຫ້ ເຈົ້າໜ້າຕຳຫຼວດພະແນກທີ່ກ່ຽວຂ້ອງນຳຕົວຜູ່ກ່ຽວພ້ອມດ້ວຍເຄື່ອງຂອງກາງໄປດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ພາບ-ຂ່າວ: ສທ ພອນສະຫວັດ ພົມມະເລດ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.