ເສັ້ນທາງຕານມີໄຊ – ສາມແຍກສີເກີດ ຂະຫຍາຍເວລາກໍ່ສ້າງໄປອີກ 1 ປີ
ສຳລັບທ່ານໃດທີ່ໄປຜ່ານເສັ້ນທາງທີ່ກຳລັງມີການກໍ່ສ້າງນັບແຕ່ຕານມີໄຊໄປຫາສາມແຍກສີເກີດຜ່ານໂຮງໝໍແມ່ ແລະ ເດັກ, ໜອງພະຍາ, ໝອງບຶກ ຈະພົບເຫັນເສັ້ນທາງທີ່ກຳລັງມີການກໍ່ສ້າງຍາມແລ້ງແມ່ນຂີ້ຝຸ່ນ, ຍາມຝົນແມ່ນບວກ, ຂຸມຕ່າງໆ. ຫຼ້າສຸດໂຄງການດັ່ງກ່າວໄດ້່ມີການຊີ້ແຈງເຖິງການຫຼ້າຊ້າໃນການຍົກຍ້າຍສິ່ງກີດຂວາງຕ່າງໆ ແລະ ຕໍ່ເວລາໃນການກໍ່ສ້າງອອກໄປອີກ 1 ປີ ເພື່ອໃຫ້ສຳເລັດຕາມແຜນການ ຮຽກຮ້ອງປະຊາຊົນທີ່ໄດ້ຮັບຜົນກະທົບໃຫ້ຄວາມຮ່ວມມື ເພາະເປັນເສັ້ນທາງຍຸດທະສາດຂອງລັດຖະບານຜົນປະໂຫຍດລວມຂອງຊາດ.
ໂຄງການກໍ່ສ້າງເສັ້ນທາງແຕ່ 4 ແຍກຕານມີໄຊ – ສາມແຍກສີເກີດທີ່ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2016 ຕາມກໍານົດແມ່ນຈະໃຫ້ສໍາເລັດໃນທ້າຍຕຸລາ 2018 ນີ້, ແຕ່ປັດຈຸບັນໂຄງການດັ່ງກ່າວຄືບໜ້າພຽງແຕ່ 40%-45% ເທົ່ານັ້ນ ເນື່ອງຈາກສະພາບການໄກ່ເກ່ຍສີ່ງກີດຂວາງທີ່ຫຼ້າຊ້າໄດ້ພຽງແຕ່ 90% ຂອງທັງໝົດ, ສະພາບການເງິນຂອງບໍລິສັດຮັບເໝົາກໍ່ສ້າງ ແລະ ອຶ່ນໆ ທີ່ຍັງເປັນອຸປະສັກຕໍ່ການກໍ່ສ້າງໃນຄັ້ງນີ້.
ທ່ານ ຫຸມພັນ ດວງພະເດດ ຫົວໜ້າໂຄງການກໍ່ສ້າງເສັ້ນທາງ ຕານມີໄຊ – ສາມແຍກສີເກີດກ່າວວ່າ: ໂຄງການກໍ່ສ້າງທາງເບຕົງເສີມເຫຼັກແຕ່ ສີ່ແຍກໄຟແດງຕານມີໄຊ – ສາມແຍກສີເກີດ ລວມມີໄລຍະທາງກໍ່ສ້າງຍາວທັງໝົດ 9,37 ກິໂລແມັດໃນມູນຄ່າການກໍ່ສ້າງ 45 ກວ່າລ້ານໂດລາສະຫະລັດ ຫຼື ປະມານເກືອບ 370 ຕື້ກີບ ສາມາດຮອງຮັບນ້ຳໜັກໄດ້ 13 ໂຕນຕໍ່ເພົາ ເພື່ອໃຫ້ເປັນເສັ້ນທາງຍຸດທະສາດໃນການຂົນສົ່ງສິນຄ້າອອກສູ່ພາກເໜືອ ແລະ ພາກໃຕ້ຂອງລາວ ແລະ ເຊື່ອມຈອດກັບຈີນ, ຫວຽດນາມ ແລະ ໄທ.
ຕະຫຼອດເວລາ 2 ປີຜ່ານມາການກໍ່ສ້າງດັ່ງກ່າວແມ່ນບໍ່ເປັນໄປຕາມແຜນການກຳນົດ ເນື່ອງຈາກເສັ້ນທາງແມ່ນມີຄວາມກວ້າງ ແລະ ກະທົບເຮືອນຊານຂອງປະຊາຊົນເປັນຈຳນວນຫຼາຍ ເພາະເປັນເຂດຊຸມຊົນມີບ້ານເຮືອນຈຳນວນຫຼາຍຈິ່ງເຮັດໃຫ້ວຽກງານໄກ່ເກ່ຍສີ່ງອຳນວຍຄວາມສະດວກຕາມສອງຂອກທາງມີຄວາມຫຼ້າຊ້າບໍ່ສາມາດເດີນການກໍ່ສ້າງໄດ້ເຕັມສູບເຊັ່ນ: ເປັນເຂດຊຸມຊົນບໍ່ມີພື້ນທີ່ກໍ່ສ້າງທາງເວັ້ນຊົ່ວຄາວເຮັດໃຫ້ການສັນຈອນໄປມາແອອັດ ໂດຍສະເພາະແມ່ນລົດບັນທຸໜັກທີ່ມີຈຳນວນຫຼວງຫຼາຍນຳໃຊ້ເສັ້ນທາງຜ່ານໂຄງການ ເຊິ່ງເປັນອຸປະສັກໃນການດຳເນີນກໍ່ສ້າງ, ຈຸດລະບາຍນໍ້າອອກຂອງໂຄງການບໍ່ມີ ເນື່ອງຈາກຜ່ານເຂດຊຸມຊົນມີການພັດທະນາຢ່າງວ່ອງໄວ ຮ່ອງທຳມະຊາດບາງຈຸດກໍ່ອອກໃບຕາດິນກວມ ແລະ ຖົມເປັນບ່ອນຢູ່ອາໄສ ບາງຈຸດຜູ້ຄອບຄອງບໍ່ອະນຸຍາດໃຫ້ຈັດຕັ້ງປະຕິບັດ ຈິ່ງໄດ້ຂໍອຳນາດການປົກຄອງພາກລັດເຂົ້າມາຊ່ວຍໄກ່ເກ່ຍອີກຮອບ.
ໂຄງການກໍ່ສ້າງທາງເບຕົງເສີມເຫຼັກແຕ່ 4 ແຍກຕານມີໄຊ -ສາມແຍກສີເກີດ ລວມມີໄລຍະທາງການກໍ່ສ້າງທັງໝົດ 9,37 ກິໂລແມັດມູນຄ່າກໍ່ສ້າງ 45 ກວ່າລ້ານໂດລາສະຫະລັດ ເຊິ່ງແມ່ນກຸ່ມບໍລິສັດ ຕັ້ງຈະເລີນ ຈຳກັດ ເປັນຜູ້ລົງທຶນກໍ່ສ້າງກ່ອນ 100% ມີໄລຍະເວລາການກໍ່ສ້າງທັງໝົດ 24 ເດືອນ ເລີ່ມແຕ່ວັນທີ 1 ຕຸລາ 2016 ເຖິງວັນທີ 30 ຕຸລາ 2018 ໂດຍເຈົ້າຂອງໂຄງການແມ່ນພະແນກໂຍທາທິການ ແລະ ຂົນສົ່ງ, ນະຄອນຫຼວງວຽງຈັນ, ບໍລິສັດທີ່ປຶກສາໂຄງການແມ່ນ ບໍລິສັດວາລິນ ສຳຫຼວດອອກແບບ ກໍ່ສ້າງ ແລະ ທີປຶກສາຈຳກັດ ມາເຖິງປັດຈຸບັນໂຄງການດັ່ງກ່າວຄືບໜ້າຫຼາຍສຸດພຽງແຕ່ 45% ເທົ່ານັ້ນຈິ່ງໄດ້ມີການຕໍ່ເວລາການກໍ່ສ້າງອອກໄປອີກ 1 ປີ ຈິ່ງຂໍຄວາມຮ່ວມມືກັບຫຼາຍພາກສ່ວນໂດຍສະເພາະຜູ້ໃຊ້ລົດ, ໃຊ້ຖະໜົນຜ່ານເສັ້ນທາງນີ້ຈົ່ງມີສະຕິລະມັດລະວັງໃນການໄປມາ ທ່ານ ຫົວໜ້າໂຄງການກ່າວ.
ທີ່ມາ: ນສພ ເສດຖະກິດ-ການຄ້າ
© ຈໍາປາໂພສ | www.champapost.com
_________
Post a Comment