Header Ads

ເຈົ້າໜ້າທີ່ຕຳຫຼວດຜູ້ຕ້ອງຫາຄ້າຂາຍຢາເສບ ພ້ອມຂອງກາງ 1000 ກວ່າເມັດ



ເຈົ້າໜ້າທີ່ຕຳຫຼວດ ປກສ ກຸ່ມບ້ານທົ່ງລາດ ເມືອງວຽງພູຄາແຂວງຫຼວງນໍ້າທາ ຈັບໄດ້ຜູ້ຕ້ອງຫາຄ້າຂາຍຢາເສບຕິດ1 ຄົນ ພ້ອມຂອງກາງ 1000 ກວ່າເມັດ ແລະ ເງິນສົດຈຳນວນໜຶ່ງ ສາລະພາບເຮັດມາຫຼາຍຄັ້ງແລ້ວ  ແຕ່ລະເທື່ອຫຼາຍປານໃດບໍ່ຮູ້ ຂະໜາດພັນກວ່າເມັດຍັງວ່າໜ້ອຍ.

ຕາມການໃຫ້ຂໍ້ມູນຂອງສະຫາຍ ຮທ ສີສະຫວາດ ເພັດບັນດິດ ຫົວໜ້າ ປກສ ກຸ່ມບ້ານທົ່ງລາດ ເມືອງວຽງພູຄາໃຫ້ຮູ້ວ່າ: ວັນທີ 15 ເມສາ 2018 ນີ້, ທາງເຈົ້າໜ້າທີ ປກສ ບໍລິການປະຊາຊົນ ແລະ ກໍ່ສ້າງຮາກຖານກຸ່ມບ້ານທົ່ງລາດ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີບຸກຄົນແປກໜ້າມາເຄື່ອນໄຫວຢູ່ເຂດ ບ້ານນ້ຳບາກເໜືອ, ທາງ ປກສ ກຸ່ມບ້ານຈຶ່ງລົງຕິິດຕາມ ເຫັນວ່າມີພິລຸດແທ້ ຈຶ່ງໄດ້ຄວບຄຸ້ມຕົວຜູ້ກ່ຽວແລ້ວທັງຄົ້ນຕົວພົບຂອງກາງປະເພດຢາເສບຕິດປະເພດຢາບ້າຈຳນວນ 7 ຖົງ ເທົ່າກັບ 1.400 ເມັດ ພ້ອມວັດຖຸຕິດຕົວ ລົດຈັກ 1 ຄັນ, ໂທລະສັບ 2 ໜ່ວຍ, ໂມງໃສ່ແຂນ 1 ໜ່ວຍ ແລະເງິນກີບຈຳນວນ 5.000.000 ກີບ ທີ່ຊຸກເຊື່ອງຢູ່ໃນຕົວຂອງຜູ້ກ້ຽວ.

ຈາກນັ້ນ, ເຈົ້າໜ້າທີ່ ປກສ ກຸ່ມບ້ານຈຶ່ງໄດ້ນຳພາຕົວຜູ້ກ່ຽວເຂົ້າໄປຫ້ອງການກຸ່ມ ເພື່ອດຳເນີນການສືບສວນ – ສອບສວນຜູ້ຖືກຫາຊື່ ທ້າວ ຈາລູ ອາຍຸ 37 ປີ ຢູ່ບ້ານໂພນສຳພັນ ເມືອງລອງ ແຂວງຫຼວງນ້ຳທາ ໄດ້ຮັບສາລະພາບວ່າ: ຢາບ້າດັ່ງກ່າວເປັນຂອງຕົນແທ້, ເຊິ່ງຕົນເອງໄດ້ເອົານຳຄູ່ຂະບວນການ(ບໍ່ຮູ້ຊື່) ແລະ ໄດ້ມາເລາະຂາຍຍ່ອຍ – ຂາຍສົ່ງຢູ່ເຂດເມືອງລອງ ແລະ ເຂດເມືອງວຽງພູຄາ ເປັນຕົ້ນແມ່ນເຂດນ້ຳໂບ ເມືອງລອງ ແລະ ເຂດທົ່ງລາດ ເມືອງວຽງພູຄາ ຫຼາຍເທື່ອແລ້ວ.

ແຕ່ໃນເທື່ອນີ້ແມ່ນເອົາມາເປັນຈຳນວນໜ້ອຍ, ຄັ້ງນີ້ຕົນເອງໄດ້ເອົາມາ 1 ມັດ ເທົ່າກັບ 10 ຖົງ ນຳມາສົ່ງໃຫ້ເຄືອຂາຍລາຍຍ່ອຍ ບ້ານ ນໍ້າກາບເໜືອ 2 ຖົງ ໃນລາຄາຖົງລະ 900.000ກີບ ແລະ ໄດ້ຂາຍຍ່ອຍດ້ວຍຕົນເອງ 1 ເມັດໃນລາຄາ 5.000 – 10.000 ກີບ ແລະ ກໍາລັງໄປສົ່ງໃຫ້ເຄືອຂາຍລາຍຍ່ອຍ ຢູ່ບ້ານ ນ້ຳນ້ອຍ-ປາມັນບໍ່ທັນຮອດກໍ່ເລີຍຖືກເຈົ້າໜ້າທີ່ ປກສ ບໍລິຫານປະຊົນ – ກໍ່ສ້າງຮາກຖານກຸ່ມທົ່ງລາດກັກຕົວ.

ປະຈຸບັນທາງເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ຈາລູພ້ອມຍຶດຂອງກາງ ຢາບ້າ 1.400 ເມັດ ແລະ ພາຫະນະໄວເປັນຫຼັກຖານເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.