Header Ads

ໂຄງການກໍ່ສ້າງອະນຸສອນສະຖານບັ້ນຮົບນໍ້າບາກ ຜ່ານແບບຂັ້ນຕອນສຸດທ້າຍ



ໂຄງການກໍ່ສ້າງອະນຸສອນສະຖານບັ້ນຮົບນໍ້າບາກ ຢູ່ເມືອງນໍ້າບາກ ແຂວງຫຼວງພະບາງ ພາຍຫຼັງໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈໃນເດືອນພຶດສະພາ 2017 ແລະ ໄດ້ມີການຜ່ານແບບ ຄັ້ງທີ1 ໃນເດືອນທັນວາ 2017 ເພື່ອໃຫ້ການນໍາຂັ້ນແຂວງລວມທັງຄະນະຮັບຜິດຊອບໄດ້ປະກອບຄຳເຫັນໃສ່ໂຄງການດັ່ງກ່າວໃຫ້ສົມບູນຂຶ້ນຕື່ມ. ຫຼ້າສຸດໃນຕົ້ນເດືອນເມສາ 2018 ຜ່ານມາ ທີ່ກອງບັນຊາການທະຫານແຂວງຫຼວງພະບາງກໍ່ໄດ້ມີການຜ່ານແບບຄັ້ງທີ 2 ໂດຍລວມແມ່ນກອງປະຊຸມເຫັນດີເປັນເອກະພາບກັບແບບໂຄງການຂອງບໍລິສັດທີ່ສະເໜີ, ແຕ່ມີພຽງປັບປຸງບາງຈຸດເລັກນ້ອຍເທົ່ານັ້ນ.






ທ່ານ ຄຳຫຼ້າ ດວງພະສຸກ ຜູ້ອຳນວຍການບໍລິສັດ ດວງພະສຸກກໍ່ສ້າງຂົວທາງ-ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ໃຫ້ສຳພາດວ່າ: ບໍລິສັດພວກເຮົາໄດ້ນຳເອົາຜົນການອອກແບບສະບັບປັບປຸງມາສະເໜີຕໍ່ກອງປະຊຸມຂອງແຂວງຫຼວງພະບາງ ໂດຍມີການນຳຂັ້ນສູງຂອງແຂວງ ແລະ ຂັ້ນສູນກາງເຂົ້າຮ່ວມ ເຊິ່ງການຜ່ານແບບໃນເທື່ອນີ້ເປັນຄັ້ງທີສອງ; ໃນທີ່ປະຊຸມທຸກພາກສ່ວນໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ມີເນື້ອໃນຄົບຖ້ວນສົມບູນ ຖືວ່າການຜ່ານແບບຊຸດນີ້ເປັນຄັ້ງສຸດທ້າຍ ເພາະວ່າກອງປະຊຸມໄດ້ເຫັນດີເປັນເອກະພາບກັບແບບໂຄງການຂອງບໍລິສັດ ບົນພື້ນຖານແມ່ນຮັບຮອງເກືອບ 100% ມີພຽງແຕ່ໃຫ້ປັບປຸງບາງຈຸດເປັນຕົ້ນແມ່ນ: ຮູບປັ້ນຂອງທ່ານ ສີສົມພອນ ລໍວັນໄຊ ກໍ່ຄືອະນຸສາວະລີ ຫຼື ຮູບພາບອື່ນໆ ແມ່ນໃຫ້ເອົາເຂົ້າໄປວາງສະແດງຢູ່ໃນຫໍມູນ ເຊື້ອ ແລະ ຫໍມູນເຊື້ອຈາກທີ່ອອກແບບໄປນັ້ນແມ່ນໃຫ້ປັບຂະໜາດໄຫຍ່ຂຶ້ນ 20×30 ແມັດ ເຊິ່ງການຜ່ານແບບເທື່ອນີ້ກໍ່ປະສົບຜົນສຳເລັດ ແລະ ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.


ທ່ານ ​ພົ.ວ ຄຳ​ຫອມ ແສງ​ບູລົມ ປະກອບຄຳເຫັນໃສ່ແບບໂຄງການ

ໃນນັ້ນ, ຄະນະກຳມະການກໍ່ຄືກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາ 13 ກິດຈະການກໍ່ສ້າງເພື່ອໃຫ້ແບບໂຄງການດັ່ງກ່າວສົມບູນ ປະກອບມີ: 1). ຫໍມູນເຊື້ອ, 2).ເຮືອນນອນ-ຫ້ອງການ, 3).ຮູບປັ້ນ, 4).ປະຕູໂຂງ-ຮົ້ວ, 5).ເດີ່ນ ແລະ ສວນດອກໄມ້, 6).ເດີ່ນບິນສຸກເສີນຮັບໃຊ້ການນຳ ຫຼື ນັກທ່ອງທ່ຽວ, 7).ໄຟຟ້າ, 8).ນ້ຳປະປາ, 9).ເສັ້ນທາງ, 10).ທາງຍ່າງກົມມະລຽນ, 11).ຕະຫຼາດຊົນເຜົ່າ, 12).ຮົ້ວໜາມໝາກຈັບ ແລະ 13). ນໍ້າພຸ.


ທ່ານ ສາຍສະໝອນ ຄົມທະວົງ ປະກອບຄຳເຫັນໃສ່ແບບໂຄງການ


ທ່ານ ຄຳຫຼ້າ ກ່າວຕື່ມວ່າ: ສ່ວນໃນວາລະຕໍ່ໄປທາງບໍລິສັດຈະໄດ້ປັບປຸງ, ແກ້ໄຂຕາມເນື້ອໃນຈິດໃຈທີ່ທາງຄະນະກຳມະການໄດ້ແນະນຳ ຫຼື ໃຫ້ຄຳຄິດເຫັນຜ່ານມາໃຫ້ຄົບຖ້ວນສົມບູນ ຈາກນັ້ນກໍຈະໄດ້ຄິດໄລ່ມູນຄ່າ ແລະ ປະກອບນິຕິກຳເອກະສານຕ່າງໆ ເພື່ອສະເໜີຂັ້ນເທິງພິຈາລະນາໃນຂັ້ນຕອນຕໍ່ໄປ. ຖ້າຫາກວ່າຂັ້ນເທິງກໍຄືສະພາແຫ່ງຊາດ, ລັດຖະບານ ລວມທັງອຳນາດການປົກຄອງທ້ອງຖິ່ນຕົກລົງຮັບຮອງແບບ ແລະ ຮັບຮອງລາຄາ ຖືວ່າບໍລິສັດພວກຂ້າພະເຈົ້າມີຄວາມພ້ອມ 100% ຕໍ່ກັບໂຄງການດັ່ງກ່າວຈະໄດ້ລົງມືຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ.

ທ່ານ ປອ. ບົວຄົງ ນາມມະວົງ ປະກອບຄຳເຫັນໃສ່ແບບໂຄງການ


ບັ້ນຮົບນໍ້າບາກ ເປັນບັ້ນຮົບໜຶ່ງທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດການຕໍ່ສູ້ບໍ່ຍອມຈຳນົນຂອງກອງທັບປະຊາຊົນລາວກໍຄືປະຊາຊົນແຂວງຫຼວງພະບາງຮ່ວມກັບທະຫາອາສາສະໝັກອ້າຍນ້ອງຫວຽດນາມ ທີ່ໄດ້ບຸກໂຈມຕີທະຫານສັດຕູຕາຍຫຼາຍພັນຄົນ ແລະ ສາມາດຍຶດອາວຸດຍຸດໂທປະ ກອນຫຼາຍລາຍການ; ອັນນີ້ເປັນຜົນງານອັນໃຫຍ່ຫຼວງຂອງນັກຮົບປະຕິວັດກໍຄືກອງທັບປະຊາຊົນລາວ. ດັ່ງນັ້ນ, ພັກ-ລັດຂັ້ນເທິງກໍຄືການນຳແຂວງຫຼວງພະບາງ ຈຶ່ງເຫັນໄດ້ຄວາມສຳຄັນດັ່ງກ່າວຢາກສ້າງໃຫ້ເປັນອະນຸສອນສະຖານ, ທັງເປັນແຫຼ່ງທ່ອງທ່ຽວປະຫວັດສາດ ເພື່ອຈາລຶກບຸນຄຸນ-ຄຸນງາມຄວາມດີຂອງນັກຮົບປະຕິວັດໃນສະໄໝນັ້ນ ທີ່ຕໍ່ສູ້ບໍ່ຍອມຈຳນົນເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາ ເຜົ່າໃນປັດຈຸບັນ.

ທ່ານ ຄຳຫຼ້າ ດວງພະສຸກ ປະທານບໍລິສັດກຳລັງສະເໜີຜ່ານແບບໂຄງການ


ກອງປະຊຸມຜ່ານແບບໂຄງການກໍ່ສ້າງອະນຸສອນ​ສະຖານບັ້ນ​ຮົບ​ນ້ຳ​ບາກ ລະຫວ່າງອຳນາດການປົກຄອງຂັ້ນແຂວງ-ເມືອງ ແລະ ພາກສ່ວນກ່ຽວຂ້ອງຮ່ວມກັບບໍລິສັດດວງພະສຸກ ກໍ່ສ້າງຂົວທາງ-ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ຈັດຂຶ້ນໃນວັນທີ 4 ເມສາ 2018 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ. ບົວຄົງ ນາມມະວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງ, ທ່ານ ​ພົ.ວ ຄຳ​ຫອມ ແສງ​ບູລົມ ຮອງ​ປະທານສະຫະພັນ​ນັກຮົບ​ເກົ່າ​ແຫ່ງຊາດ, ທ່ານ ພັນ​ເອກ ບຸນ​ຊູ ດວງຄຳ​ມີ ຫົວໜ້າ​ການເມືອງ​ກອງບັນຊາ​ການ​ທະຫານ​ແຂວງ​, ມີທ່ານຄະນະປະຈຳພັກແຂວງ ແລະ ​ບັນດາຫົວໜ້າ​ພະ​ແນກ​ການຕ່າງໆອ້ອມຂ້າງແຂວງ, ເຈົ້າເມືອງ​ນໍ້າບາກ, ​ເຈົ້າເມືອງ​ວຽງ​ຄຳ ແລະ ຄະນະຮັບຜິດຊອບຊີ້ນຳ​ໂຄງການ​ເຂົ້າຮ່ວມ.

© ຈໍາປາໂພສ |  www.champapost.com

_________




No comments

Powered by Blogger.