Header Ads

ລົດໃຫ່ຍ6ລໍ້ໂດຍສານຕຳກັບລົດກະບະ ບາດເຈັບທັງຫມົດ 8ຄົນ ແລະ ເດັກນ້ອຍ1ເດືອນເສຍຊີວິດ




ແຂວງ ສະຫວັນນະເຂດ:  ວັນທີ17/04/2018 ເວລາປະມານ12:45ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີອຸປະຕິເຫດລົດໃຫ່ຍ6ລໍ້ໂດຍສານຕຳກັບລົດກະບະ ເຂດເສັ້ນທາງ ບ້ານ ຂົວດຳ ເມືອງໄຊພູທອງ ແຂວງ ສະຫວັນນະເຂດ ໃນຈຸດເກີດເຫດມີຜູ້ບາດເຈັບທັງຫມົດ 8 ຄົນ: 




ຜູ້ທີ1 : ເພດຊາຍ ມີອາການຄີ້ວຈີກ ແລະ ເຈັບບໍລິເວນຂາ
ຜູ້ທີ2 : ເພດຊາຍ ມີອາການເຈັບແຂນ ແລະ ແໜ້າຫນ້າເອີກ
ຜູ້ທີ3 : ເພດຊາຍ ມີອາການຫູຈີກບໍລີເວນຊ້າຍມີເລືອດອອກ
ຜູ້ທີ4 : ເພດຊາຍ ມີອາການແຫນ້ນຫນ້າເອີກ ແລະ ມີບາດແຜ
ຜູ້ທີ5 : ເພດຊາຍ ມີອາການຫົວແຕກ
ຜູ້ທີ6 : ເພດຍີງ ມີອາການ ສົບແຕກ ແລະ ບາດແຜຖະຫລອກຕາມໂຕ
ຜູ້ທີ7 : ເພດຍີງ ມີອາການຫົວແຕກ ແລະ ກະທົບຫົວ
ຜູ້ທີ8 : ເພດຍີງ ມີອາການກະທົບຫົວມີເລືອດອອກ
ຜູ້ທີ9 : ເດັກນ້ອຍ1ເດືອນ ເພດຍີງ ເສຍຊີວິດ ມີອາການກະທົບຫົວ ຍ່າງແຮງ ເສຍຊີວິດຄາທີ່




ໃນເຫດການໃນຄັ້ງນີ້ ມີຜູ້ບາດເຈັບ8ຄົນ ເສຍຊີວິດ1ຄົນ ສ່ວນຜູ້ບາດເຈັບທາງທີມງານໄດ້ປະຖົມພະຍາບານໃນຂັ້ນຕົ້ນ ແລ້ວນຳສົ່ງໂຮງຫມໍແຂວງ ສະຫວັນນະເຂດ ຍ່າງປອດໄພ ພ້ອມຂໍຝາກອຸບັດເຫດນີ້ໃຫ້ເປັນອຸທາກອນສໍາລັບທຸກທ່ານໃນການຂັບຂີ່ ແລະ ເດິນທາງໃນໄລຍະນີ້.





ອຸປະຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສິນໂທ 020 28285455 , 020 98985454 ຕະຫລອດ 24 ຊົ່ວໂມງ
ພາບ ແລະ ຂ່າວ: ໜ່ວຍກູ້ຊິບກູ້ໄພ ສະຫວັນນະເຂດ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.