Header Ads

ພິທີເຊັນສັນຍາ ສໍາປະທານໂຄງການທາງດ່ວນແຕ່ນະຄອນຫຼວງວຽງຈັນ-ວັງວຽງ



ວັນທີ 4 ເມສາ 2018, ທ່ານ ເສີນເຫວິນຊານ ປະທານກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ຈໍາກັດ ແຂວງຢູນນານ ແລະ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຮ່ວມກັນລົງນາມໃນສັນຍາ ສໍາປະທານ ໂຄງການທາງດ່ວນນະຄອນຫຼວງວຽງຈັນ-ບໍ່ເຕັນ ເສັ້ນທໍາອິດຂອງ ສປປ ລາວ ມູນຄ່າ 7.5 ຕື້ໂດລາສະຫະລັດ, ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົງສົ່ງ, ທ່ານ ຫວາງ ສີຫຸຍ ທີ່ປຶກສາເສດຖະກິດການຄ້າ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍແຂກທີ່ເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.



ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນກ່າວວ່າ: ໂຄງການທາງດ່ານວຽງຈັນ-ບໍ່ເຕັນ ມີໄລຍະທາງທັງໝົດຍາວປະມານ 460 ກິໂລແມັດ ໂດຍລັດຖະບານລາວຖືຮຸ້ນ 5% (ຮຸ້ນບູລິມະສິດ) ແລະ ກຸ່ມບໍລິສັດ ກໍ່ສ້າງ ແລະ ທົງທຶນ ແຂວງຢູນນານ ສປ ຈີນ ຖືຮຸ້ນ 95%. ເຊິ່ງແບ່ງອອກເປັນ 4 ຊ່ວງຄື: ແຕ່ນະຄອນຫຼວງວຽງຈັນ-ວັງວຽງ-ແຂວງຫຼວງພະບາງ-ອຸດົມໄຊ-ດ່ານຊາຍແດນບໍ່ເຕັນຂອງລາວ, ສໍາລັບຊ່ວງໄລຍະທາງທີ່ຈະໄດ້ຈັດຕັ້ງປະຕິບັດກ່ອນເລີ່ມແຕ່ນະຄອນຫຼວງວຽງຈັນ-ວັງວຽງ ມີໄລຍະທາງຍາວ 109.1 ກິໂລແມັດ, ມູນຄ່າການລົງທຶນທັງໝົດປະມານ 1.3 ຕື້ໂດລາສະຫະລັດ.



ການອອກແບບໂຄງການແມ່ນເປັນທາງສອງໄປສອງເລນກັບ, ຕາມແຜນຈະກໍ່ສ້າງສໍາເລັດໃນເວລາ 3 ປີ, ພາຍຫຼັງທີ່ໂຄງການສໍາເລັດແລ້ວ, ການເດີນທາງແຕ່ນະຄອນຫຼວງວຽງຈັນຫາວັງວຽງ ໃນເສັ້ນທາງດັ່ງກ່າວຈະໃຊ້ເວລາພຽງ 1.5 ຊົ່ວໂມງເທົ່ານັ້ນ, ເຊິ່ງສາມາດຫຼຸດໄລຍະເວລາໄດ້ເຖິງ 2.5 ຊົ່ງໂມງ. ການກໍ່ສ້າງໂຄງການດັ່່ງກ່າວແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງຕໍ່ການປັບປຸງຊີວິດການເປັນຢູ່ຂອງປປະຊາຊົນທີ່ຢູ່ລຽບຕາມແລວທາງດັ່ງກ່າວ, ທັງເປັນການເພີ່ມທະວີການຮ່ວມມື-ແລກປ່ຽນດ້ານເສດຖະກິດການຄ້າ ແລະ ວັດທະນະທໍາຂອງສອງຊາດລາວ-ຈີນໃຫ້ແໜ້ນແຟ້ນເລິກເຊິ່ງຂຶ້ນກວ່າເກົ່າ.



ໃນໂອກາດດັ່ງກ່າວ, ທ່ານ ເສີນ ເຫວິນຊານ ກ່າວວ່າ: ການເຊັນສັນຍາສໍາປະທານໂຄງການໃນຄັ້ງນີ້, ບໍລິສັດໄດ້ຕັ້ງເປົ້າໝາຍທີ່ຈະສ້າງໃຫ້ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ເສັ້ນນີ້ກາຍເປັນເສັ້ນທາງແຫ່ງມິດຕະພາບລາວ-ຈີນ, ເສັ້ນທາງສີຂຽວ, ເສັ້ນທາງແຫ່ງຄວາມຜາສຸກນໍາເອົາຄວາມສຸກ ແລະ ຮັ່ງມີມາສຸ່ປະຊາຊົນສອງຊາດລາວ-ຈີນ, ເພື່ອເປັນການໃຫ້ບໍລິການ ແລະ ສອດຄ່ອງຢ່າງກົມກືນກັບການກໍ່ສ້າງ “ ໜຶ່ງແລວທາງ ໜຶ່ງເສັ້ນທາງ ” ຢ່າງຮອບດ້ານ, ເປັນການປະກອບສ່ວນຢ່າງຕັ້ງໜ້າໃນການຂຽນໜ້າປະຫວັດສາດອັນໃໝ່ແຫ່ງການຮ່ວມມືມິດຕະພາບຂອງສອງປະເທດລາວ-ຈີນ.



No comments

Powered by Blogger.