Header Ads

ໄຊຍະບູລີ ເລັ່ງສະກັດກັ້ນການສໍ້ລາດບັງຫລວງ ທີ່ຈະ ສ້າງຄວາມເສຍຫາຍໃຫ້ລັດ ແລະ ລວມໝູ່



ທ່ານ ດວງຕາ ໄຊວຸດ ປະທານ ກວດກາພັກ ຫົວໜ້າພະເເນກ ກວດກາລັດ ໄດ້ຊີ້ແຈ້ງຕໍ່ກອງປະຊຸມ ວຽກງານກວດກາ ທົ່ວແຂວງໄຊຍະບູລີ ທີ່ໄດ້ສຳເລັດລົງ ເມື່ອບໍ່ດົນມານີ້ວ່າ: ໄລຍະຜ່ານມາ ຄະນະພັກ ອົງການປົກຄອງ ຄະນະກວດກາ ໄດ້ເຄື່ອນໄຫວຕິດຕາມກວດກາ ທຸກ​ຂົງ​ເຂດ​ຢ່າງ​ຕັ້ງໜ້າ, ​ເຊິ່ງ ​ໄດ້ພົບເຫັນ ພະນັກງານລັດຈຳນວນໜຶ່ງ ຍັງມີພຶດຕິກຳ​ ໃນ​ການ​ກະທຳ​ຜິດ​ຕໍ່ມາດຕາ ທີ 11 ຂອງ ກົດໝາຍວ່າດ້ວຍ ການສໍ້ລາດບັງຫລວງສະບັບປັບປຸງ ປີ 2013 ແລະ ຜູ້ປະກອບການ ກະທຳຜິດຕໍ່ກົດໝາຍອາຍາ ມີທັງໝົດ 5 ເລື່ອງ, ລວມມີ 21 ຄົນ, ອັນ​ໄດ້ສ້າງຄວາມເສຍຫາຍ ໃຫ້ເເກ່ລັດ ແລະ ລວມໝູ່ທັງໝົດ 7 ຕື້ກວ່າກີບ. ປັດຈຸບັນ ສາມາດເກັບກູ້ໄດ້ແລ້ວ​ ເກືອບ​ທັງໝົດ ຫລື ປະມານ 6 ຕື້ກວ່າກີບ ​ແລະ ຍັງຄ້າງ 858 ລ້ານກວ່າກີບ.
ທ່ານ ດວງຕາ ໄຊວຸດ ຍັງ​ເປີດ​ເຜີຍຕື່ມ​ວ່າ: ສຳລັບບຸກຄົນ ແລະ ຜູ້ປະກອບການເຫລົ່າ ນັ້ນ ໄດ້ຖືກສານຕັດສິນ ຈຳນວນໜຶ່ງ, ພ້ອມ​ທັງສະຫລຸບ ປະກອບສຳນວນຄະດີ ສົ່ງໄອຍະການ ປະຊາຊົນແຂວງຈຳນວນ 5 ຄົນ, ດຳເນີນການສືບສວນ-ສອບສວນ ​ແລະ ປະຕິບັດວິໄນຕາມລະບຽບ ຂອງພັກ ແລະ ກົດໝາຍຂອງລັດ ຖະກອນ 13 ຄົນ. ພ້ອມນີ້, ຄະນະກວດກາແຕ່ລະຂັ້ນ ໄດ້ຄົ້ນຄວ້າຄຳຮ້ອງ, ຄຳສະເໜີ ບັນດາພະເເນກການ, ກົມກອງ, ການລົງທຶນຂອງລັດ ຕະຫລອດຮອດ ສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ທີ່ສະເໜີຕໍ່ການນຳພາ ຂອງຄະນະພັກ ແລະ ອົງການປົກຄອງ ໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ມີທັງໝົດ 35 ເລື່ອງ, ​ເຊິ່ງ ​ໄດ້​ເລັ່ງຄົ້ນຄວ້າ ແລະ ແກ້ໄຂຕາມພາລະບົດບາດ ຂອງຄະນະກວດກາສຳ​ເລັດ​ ເປັນ​ກ້າວໆ. ສຳລັບຄຳຮ້ອງຂອງພົນລະເມືອງ ຕໍ່ອົງການລັດ ແລະ ພະນັກງານລັດຖະກອນມີ 11 ເລື່ອງ ກໍໄດ້ຄົ້ນຄວ້າ ແລະ ແກ້ໄຂຕາມພາລະບົດບາດ ຂອງຄະນະກວດກາ​ເປັນ​ຢ່າງ​ດີ. ສ່ວນເນື້ອໃນຄຳຮ້ອງທີ່ພົ້ນເດັ່ນ ຂັ້ນແຂວງ ແລະ ຂັ້ນເມືອງ ແມ່ນຂໍ້ຂັດແຍ່ງ ກ່ຽວກັບບັນຫາທີ່ດິນ.
ທ່ານ ດວງຕາ ໄຊວຸດ ກ່າວຕື່ມວ່າ: ຄະນະພັກອົງການປົກຄອງ ຄະນະກວດກາ ຍັງເປັນເຈົ້າການຊີ້ນຳ-ນຳພາ ແລະ ຈັດຕັ້ງການແຈ້ງຊັບສິນ ​ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນ ທົ່ວແຂວງຮອບທີ 2 ປະຈຳປີ 2017, ເຊິ່ງມີເປົ້າໝາຍທັງໝົດ 10,740 ຄົນ, ປັດຈຸບັນ ໄດ້ຮັບເອກະສານແຈ້ງຊັບສິນ ແລະ ລາຍຮັບຕົວຈິງ 10,638 ຄົນ, ຍິງ 4,749 ຄົນ. ໃນນີ້, ສະ​ເພາະ ຂັ້ນແຂວງຄຸ້ມຄອງເປົ້າໝາຍຊັບສິນ ມີ 2,135 ຄົນ, ເຊິ່ງໄດ້ສຳເລັດການມອບ -ຮັບເອກະສານຕົວຈິງ 2,135ຄົນ ​ແລະ ຂັ້ນເມືອງຄຸ້ມຄອງເປົ້າໝາຍ ເເຈ້ງຊັບສິນ ມີ 8,562 ຄົນ ​ເຊິ່ງໄດ້ສຳເລັດການມອບ -ຮັບເອກະສານ ຈຳນວນ 8,462 ຄົນ, ຍັງຄ້າງ 102 ຄົນ.

ພາບ-ຂ່າວ : ຂ່າວສານປະເທດລາວ
© ຈໍາປາໂພສ |  www.champapost.com

No comments

Powered by Blogger.