Header Ads

ລ້ຽງຈີຫຼີດເປັນອາຊີບເສີມເພີ່ມລາຍຮັບໃຫ້ແກ່ຄອບຄົວ





ຄອບຄົວຂອງທ່ານ ນາງ ຕຸ້ມຄໍາ ພູວົງອາຍຸ 30 ປີ , ທ່ານ ຄຳຜ່າຍ ພົນມະລຸນ ອາຍຸ 30 ປີ ຢູບ້ານ ຫ້ວຍປູນ ເມືອງ ປາກເຊ ແຂວງ ຈໍາປາສັກ ເປັນຄອບຄົວຕົວແບບຂອງສະມາຊິກກຳມະບານຮາກຖານ ບໍລິສັດລາວ ໂທລະຄົມ ສາຂາແຂວງ ຈໍາປາສັກ ທີ່ຖືເອົາການລ້ຽງ ຈີຫຼີດເປັນອາຊີບເສີມເພີ່ມລາຍຮັບໃຫ້ແກ່ຄອບຄົວເປັນຢ່າງດີ.





ທ່ານ ນາງ ຕຸ້ມຄຳ ພູວົງ ໃຫ້ສຳພາດໃນທ້າຍເດືອນກຸມພາ 2018 ຜ່ານມາວ່າ:ຕົນເອງ ແລະ ຄອບຄົວໄດ້ລ້ຽງຈີຫຼີດເປັນອາຊີບເສີມແຕ່ປີ 2015 ໂດຍການສືບທອດທຸລະກິດຈາກຄອບຄົວຂອງຜູ້ເປັນຜົວ. ໃນເບື້ອງຕົ້ນໄດ້ລົງທຶນ15ລ້ານ– 20ລ້ານກີບ ຊື້ອຸປະກອນມາເຮັດຄອກໃສ່ ຈີຫຼີດ4 ຄອກ, ຜ່ານການ ລ້ຽງມາໄດ້ໄລຍະໜຶ່ງເຫັນວ່າຜົນທີ່ໄດ້ຮັບດີພໍສົມຄວນຈຶ່ງໄດ້ຂະຫຍາຍ ຂຶ້ນຕື່ມ, ຮອດປັດຈຸບັນມີ 32 ຄອກ. 

ທ່ານ ນາງຕຸ້ມຄຳ ພູວົງ ກ່າວວ່າ: ວີທີການລ້ຽງ ຈີຫຼີດແມ່ນມີຄວາມສະດວກສະບາຍ ສາມາດເຮັດເປັນອາຊີບເສີມໄດ້. ໄລຍະເວລາໃນການໃຫ້ຜົນຜະລິດກໍ່ບໍ່ຍາວນານຈຶ່ງສາມາດເຮັດໄດ້ຕະຫຼອດປີ, ແຮງງານ ທີ່ໃຊ້ໃນຄອບຄົວມີແຕ່ 1-2ຄົນເທົ່ານັ້ນ. ສິ່ງສໍາຄັນຕ້ອງໄດ້ເອົາໃຈໃສ່ເປັນພິເສດແຕ່ຍາມໜາວ, ລະມັດລະ ວັງບໍ່ໃຫ້ມົດ, ຂີ້ຈ້ຽມ, ນົກ, ໜູແລະແມງໄມ້ຕ່າງໆມາທໍາລາຍເຊິ່ງອາດຈະເຮັດໃຫ້ຈີຫຼີດຕາຍ. 



ໃນການລ້ຽງຈີຫຼີດຂັ້ນຕອນທໍາອິດ ແມ່ນເຮົາຕ້ອງກະກຽມ ເຮັດໂຮງເຮືອນ ຈີຫຼີດທີ່ສາມາດປ້ອງກັນແດດ ແລະ ຝົນໄດ້ , ເອົາຕາໜ່າງຂຽວມາຕອກກັບໄມ້ເຮັດເປັນຄອກ, ນໍາເອົາແຕະໄຂ່ , ຈານ , ນວມ , ເຕົ້ານໍ້າ , ນໍາເອົາໄຂ່ທີ່ເບາະໄດ້ປະມານ 7-8 ວັນ ( ໂຕຈີຫຼີດນ້ອຍ ) ເຂົ້າເຮືອນຄອກ. ພ້ອມທັງໃຫ້ອາຫານ ເຊົ້າ, ສວຍ , ແລງ ທຸກໆມື້. ເມື່ອລ້ຽງໄດ້ປະມານ 35 – 37 ວັນຈີຫຼີດຈະຖອດປີກເປັນຄັ້ງສຸດທ້າຍ,ເມື່ອໄດ້ 40ວັນ ໃຫ້ເຮົາ ສັງເກດເບິ່ງຈີຫຼີດໂຕແມ່ ເຫັນວ່າມັນ ທ້ອງໃຫຍ່ ພ້ອມທີ່ຈະໃຫ້ໄຂ່,ຈາກນັ້ນ ໃຫ້ເຮົາກະກຽມຈູດ ຂີ້ແກບໃຫ້ມີສີດຳນໍາເອົາມາປະສົມນໍ້າໃຫ້ຊຸ່ມຫຼື ນໍາດິນຊາຍມາປະສົມກັບນໍ້າໃສ່ຕາມຄວາມຕ້ອງການປະລິມານໄຂ່ຫຼາຍ ຫຼື ນ້ອຍ. ຫຼັງຈາກນັ້ນກໍ່ນໍາເອົາໄຂ່ມາໃສ່ຖົງມັດໄວ້ປະມານ 7–10 ວັນໄຂ່ຈີຫຼີດກໍ່ຈະເບາະຂຶ້ນກັບສະພາບອາກາດ.ເມື່ອ ຈີຫຼີດເບາະເຮົາສາມາດນໍາໄປລ້ຽງເຂົ້າຄອກ ຫຼື ຈໍາໜ່າຍ ຂາຍເປັນລູກ ຈີຫຼີດໄດ້ເລີຍ.ຈີຫຼີດຈະໃຫ້ຜົນຜະລິດເດືອນ ລະ 4 ງວດ , ງວດລະ20 ກິໂລ. ສໍາລັບການຈໍາໜ່າຍແມ່ນເປັນໂຕໃຫຍ່ ແລະ ລູກ. ໂຕໃຫຍ່ກິໂລລະ50ພັນກີບ, ລູກໂອລະ 50 ພັນກີບ.ຕະຫຼາດຈຳໜ່າຍແມ່ນມີຮ້ານອາຫານຕ່າງໆແລະ ມີລູກຄ້າປະຈຳມາຊື້ຢູ່ເຮືອນ. ໃນໜຶ່ງເດືອນສ້າງລາຍຮັບໄດ້4ລ້ານ–5 ລ້ານກີບ. ນັບແຕ່ໄດ້ປະກອບອາຊີບເສີມດ້ວຍການລ້ຽງຈີຫຼີດເປັນຕົ້ນມາເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວນັບມື້ດີຂຶ້ນ.

ທ່ານ ນາງ ຕຸ້ມຄຳ ພູວົງ ໄດ້ກ່າວຕື່ມອີກວ່າ: ຈຸດພິເສດ ຈີຫຼີດຂອງຟາມ ຕຸ້ມຄຳ ຈະມີຄວາມແຕກຕ່າງຈາກບ່ອນອື່ນຄື : ໂຕຈີຫຼີດຈະຕຸ້ຍ ມີໄຂ່ຫຼາຍ, ບໍ່ມີກິ່ນເໝັນສາບ.ເພາະການລ້ຽງຈະເນັ້້ນ ໃຫ້ອາຫານ ດ້ວຍ ພືດ ຜັກ ຫຼາຍກວ່າໃຫ້ຫົວອາຫານ ສາມາດເກັບຮັກສາໄວ້ໃນຊ່ອງແຂງ 3- 4 ເດືອນ. ເມື່ອນໍາມາປະກອບປຸງແຕ່ງອາຫານກໍ່ຍັງສາມາດຮັກສາລົດຊາດຄວາມແຊບໄວ້ຄືເກົ່າ.ໃນຕໍ່ໜ້າ ຖ້າມີຕະຫຼາດທີ່ສາມາດຮອງຮັບຈໍາໜ່າຍອາດຈະເຮັດເປັນຈີຫຼີດ ອົບແຫ້ງ, ແຈ່ວ ຈີຫຼີດເປັນຕົ້ນ.ຖ້າທ່ານໃດສົນໃຈຢາກລອງຊີມຈີຫຼີດ ໂຕຕຸ້ຍໄຂ່ຫຼາຍ ສາມາດມາຊື້ ຫຼື ຢາກສຶກສາວິທີການລ້ຽງຕົວຈິງ ຕິດຕໍ່ປະສານໄດ້ທີ່ ຟາມລ້ຽງ ຈີຫຼີດ ນາງ ຕຸ້ມຄຳ ພູວົງ ບ້ານ ຫ້ວຍປູນ , ຮ່ອງ ທາງ ລົງ ຟິດເນັດຈິນດາ ເມືອງ ປາກເຊ ແຂວງ ຈໍາປາສັກ ຫຼື ສາມາດ ຕິດຕໍ່ໄດ້ທີ່ ເບີໂທ 020 5513 2533, 020 55941044


ພາບ - ຂ່າວ : ນ້ອຍ ໄຊຍະບັນຍາ ໜັງສືພິມຈໍາປາໃໝ່

© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.