Header Ads

ກວຕ ຖະແຫຼງຂ່າວກ່ຽວກັບ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ



ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບວັດສະດຸກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ຜະລິດ ແລະ ນຳເຂົ້າມາຈຳໜ່າຍຢູ່ໃນ ສປປ ລາວ ໃນຕອນບ່າຍຂອງວັນທີ 30 ເມສາ 2018 ຊຶ່ງໃຫ້ກຽດກ່າວຖະແຫຼງໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະພາວິທະຍາສາດ ແຫ່ງຊາດ.



ໃນພິທີຖະແຫຼງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວວ່າ: ໃນຫຼາຍປີມານີ້ ໂດຍປະຕິບັດຕາມພາລະບົດບາດຂອງຕົນ. ກົມມາດຕະຖານ ແລະ ວັດແທກ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂໍລຊີ ໄດ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍມາດຕະຖານ ແລະ ກົດໝາຍວ່າດ້ວຍ ການວັດແທກ ໂດຍໄດ້ດຳເນີນການກວດກາຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ໃຫ້ຜູ້ຊົມໃຊ້ຢູ່ໃນ ສປປ ລາວ ແລະ ໄດ້ປະກອບສ່ວນຮັກສາຄວາມຍຸດຕິທຳ ແລະ ປົກປ້ອງຜູ້ຊົມໃຊ້ໄດ້ດີພໍສົມຄວນ.


ປັດຈຸບັນນີ້ສັງຄົມໄດ້ມີຄວາມຮຽກຮ້ອງຕ້ອງການໃຫ້ເອົາໃຈໃສ່ຕໍ່ຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງ ໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ທີ່ນຳໃຊ້ຢູ່ໃນປະເທດເຮົາ, ພໍ່ແມ່ພີ່ນ້ອງປະຊາຊົນລາວ ທີ່ເປັນຜູ້ຊົມໃຊ້ໄດ້ມີໜັງສືສະເໜີ ຫຼື ໂທແຈ້ງສາຍດ່ວນຕໍ່ສະພາແຫ່ງຊາດ, ບັນດາຜູ້ປະກອບການ ກໍ່ໄດ້ມີໜັງສືສະເໜີຫາກະຊວງວິທະຍາສາດ ແລະ ເຕັກໂນໂໍລຊີ, ສື່ມວນຊົນຈຳນວນໜຶ່ງ ນັບທັງສື່ອອນລາຍກໍ່ໄດ້ສົ່ງຂ່າວກ່ຽວກັບການຈຳໜ່າຍ ແລະ ນຳໃຊ້ວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກຄຸນນະພາບຕຳ່ ແລະ ບໍ່ໄດ້ມາດຕະຖານຢູ່ ສປປ ລາວ.

ສະນັ້ນ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມທີ່ກ່າວມາຂ້າງເທິງນັ້ນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງໄດ້ຊີ້ນຳໃຫ້ກົມມາດຕະຖານ ແລະ ວັດແທກ ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ກະກຽມເງື່ອນໄຂດ້ານນິຕິກຳ, ພັດທະນາຊັບພະຍາກອນ ມະນຸດ, ສ້າງວິຊາການ ແລະ ກຽມພື້ນຖານໂຄງລ່າງ, ຫ້ອງທົດລອງ, ຫ້ອງກວດສອບເພື່ອຮອງຮັບ ວຽກງານກວດສອບດັ່ງກ່າວ. ພາຍຫຼັງມີຄວາມພ້ອມແລ້ວກໍ່ໄດ້ລາຍງານຂໍອະນຸມັດຈາກລັດຖະບານ ເພື່ອຈັດຕັ້ງປະຕິບັດການກວດກາຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ໃນທົ່ວປະເທດ. ສະນັ້ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂໍຖືເປັນກຽດແຈ້ງມາຍັງ ສະມາຄົມວັດສະດຸກໍ່ສ້າງ, ບັນດາບໍລິສັດ, ບັນດາຜູ້ປະກອບການຜະລິດ ແລະ ນຳເຂົ້າ ຕະຫຼອດເຖິງຫ້າງຮ້ານຈຳໜ່າຍຢູ່ໃນ ສປປ ລາວ ຊາບທົ່ວເຖິງກັນວ່າ: ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການແກ້ໄຂປະກົດການຫຍໍ້ທໍ້ ແລະ ປົກປ້ອງຜູ້ຊົມໃຊ້ວັດສະດຸ ກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ຢູ່ໃນ ສປປ ລາວ ໃຫ້ຮັບປະກັນຄຸນນະພາບ ແລະ ຖືກຕ້ອງຕາມມາດຕະຖານແຫ່ງຊາດ ແລະ ມາດຕະຖານສາກົນນັ້ນ, ເລີ່ມແຕ່ວັນທີ 1 ມີຖຸນາ 2018 ເປັນຕົ້ນໄປ, ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ຂອງກົມມາດຕະຖານ ແລະ ວັດແທກ ທີ່ຂື້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະໄດ້ດຳເນີນການກວດກາຄຸນນະພາບ ວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ທີ່ຜະລິດ ແລະ ນຳເຂົ້າມາຈຳໜ່າຍ ຢູ່ໃນທົ່ວປະເທດຕາມກົດ ໝາຍຂອງ ສປປ ລາວ ກຳນົດໄວ້. ການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ເປັນການປະກອບສ່ວນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII(2016-2020) ຂອງ ສປປ ລາວ ໃຫ້ປະກົດຜົນເປັນຈິງ.

ການກວດກາດັ່ງກ່າວຈະໄດ້ດຳເນີນເລີ່ມຈາກການກວດກາເອກະສານຢັ້ງຢືນຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ທີ່ຜະລິດ ແລະ ນຳເຂົ້າມາຈຳໜ່າຍ, ເກັບຕົວຢ່າງຢູ່ແຕ່ລະດ່ານນຳເຂົ້າ ເພື່ອກວດຄຸນນະພາບເບື້ອງຕົ້ນ, ຫຼັງຈາກນັ້ນ ຈະໄດ້ມີການກວດ ຄຸນນະພາບລະອຽດຢູ່ຫ້ອງທົດລອງ ຂອງສູນກວດກາມາດຕະຖານ. ພ້ອມກັນນັ້ນກໍ່ຍັງຈະດຳເນີນ ການກວດກາຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ຢູ່ຕາມຫ້າງຮ້ານ ໃນແຕ່ລະໄລຍະອີກດ້ວຍ. ນອກຈາກນັ້ນ, ສູນກວດກາດັ່ງກ່າວຍັງຈະດໍາເນີນການກວດສອບເຄື່ອນທີ່ ແລະ ມີສາຍດ່ວນເພື່ອຮັບການແຈ້ງຂໍ້ມູນຈາກປະຊາຊົນ, ຜູ້ຊົມໃຊ້ ຫຼື ຜູ້ປະກອບການ ທີ່ແຈ້ງຂ່າວກ່ຽວກັບ ບັນຫາວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກທີ່ບໍ່ໄດ້ມາດຕະຖານອີກດ້ວຍ.

ໃນນາມອົງການທີ່ຄຸ້ມຄອງ, ກວດກາຄຸນນະພາບ ແລະ ມາດຕະຖານດັ່ງກ່າວ ພວກຂ້າພະເຈົ້າ ຈະດຳເນີນວຽກງານດັ່ງກ່າວນີ້ດ້ວຍຄວາມໂປ່ງໃສ, ວ່ອງໄວ ແລະ ບໍລິການຮັບໃຊ້ປະຊາຊົນດ້ວຍຄວາມ ຮັບຜິດຊອບສູງ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາກະຊວງ, ອົງການທີ່ກ່ຽວຂ້ອງ, ຕະຫຼອດເຖິງບັນດາ ຜູ້ປະກອບການ, ບໍລິສັດ ຫ້າງຮ້ານ ແລະ ຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດຈົ່ງໃຫ້ຄວາມຮ່ວມມື ແລະ ຊຸກຍູ້ການປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີ ເພື່ອປະກອບສ່ວນສ້າງສາ ແລະ ພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາ, ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ.

ໃນພິທີດັ່ງກ່າວ ມີບັນດາທ່ານ ຮອງລັດຖະມົນຕີ, ບັນດາຜູ້ຕາງໜ້າກະຊວງ, ບັນດາຫົວໜ້າກົມ, ບັນດາທ່ານປະທານ ແລະ ຜູ້ຕາງໜ້າບັນດາບໍລິສັດ, ຫ້າງຮ້ານ ແລະ ບັນດາສື່ມວນຊົນ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ຮູບຊ-ພາບ: ບຸນທັນ ນັນທະວົງ (ໜັງສືພິມ ວິທະຍາສາດ ແລະ ການພັດທະນາ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.