Header Ads

ເຫດຂົ່ມຂືນແລ້ວຂ້າ ເດັກນ້ອຍອາຍຸ 10 ປີ ຍ້ອນດື່ມສິ່ງມຶນເມົາ ແລະ ເສບຢາບ້າ



ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງຈໍາປາສັກ ໃຫ້ຄວາມກະຈ່າງແຈ້ງກ່ຽວກັບເຫດການສະເທືອນຂວັນທີ່ ທ້າວ ທູນ ທອງໃຈ ອາຍຸ 22 ປີ ເກີດຢູ່ບ້ານປົ່ງດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ຂົ່ມຂືນແລ້ວຂ້າເດັກນ້ອຍອາຍຸ 10 ປີ ຢູ່ປ່າເຂດບ້ານນາພູຄຳເມືອງ ຊະນະສົມບູນ ແຂວງຈຳປາສັກ ໃນວັນທີ 21 ເມສາ 2018 ສ່ວນສາເຫດຍ້ອນດື່ມສິ່ງມຶນເມົາ ພ້ອມກັບເສບຢາບ້າ ຈຶ່ງເປັນເຫດຂົ່ມຂືນແລ້ວຂ້າເດັກນ້ອຍອາຍຸ 10 ປີ ເພື່ອປິດປາກເດັກບໍ່ໃຫ້ໄປລາຍງານຜູ້ປົກຄອງ.



ພັທ ໄພຈິດ ໄຊຍະເດດ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ຜູ້ກໍ່ເຫດຊື່ ທ້າວ ທູນ ທອງໃຈ ຜູ້ກ່ຽວໄດ້ມາເອົາເມຍຢູ່ບ້ານນາພູຄຳ ( ຫົວພູ ) ເມືອງຊະນະສົມບູນ ແຂວງຈໍາປາສັກ. ຈາກນັ້ນ, ກໍ່ໄດ້ພາເມຍໄປຢູ່ບ້ານປົ່ງດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ຈົນມາຮອດມື້ເກີດເຫດຄື: ໃນວັນທີ 21 ເມສາ 2018 ຜູ້ກ່ຽວພ້ອມເມຍ ໄດ້ກັບບ້ານເພື່ອໄປຮ່ວມງານດອງພີ່ນ້ອງເມຍຢູ່ບ້ານນາພູຄຳ (ຫົວພູ) ເມືອງຊະນະສົມບູນ ແຂວງຈໍາປາສັກ ແລະ ໃນມື້ເກີດເຫດຜູ້ກ່ຽວໄດ້ດື່ມເຫຼົ້າ-ເບຍຈົນມຶນເມົາຮອດເວລາປະມານ 16:00 ໂມງ ຜູ້ກ່ຽວໄດ້ໄປຊື້ຢາບ້າມາເສບ 2 ເມັດ, ແລ້ວຂີ່ລົດຈັກກັບມາເຮືອນແມ່ຂອງເມຍໃນເວລານັ້ນ, ໄດ້ເຫັນເດັກນ້ອຍ (ຜູ້ເສຍຊີວິດ) ອາຍຸປະມານ 10 ປີ ນັງຫຼີ້ນນໍາໝູ່ຢູ່ແຄມທາງ ຈຶ່ງເກີດມີອາລົມທາງເພດ. ຈາກນັ້ນ, ໄດ້ຕົວະນາງນ້ອຍຄົນດັ່ງກ່າວໃຫ້ໄປສົ່ງຢູ່ເຮືອນຂອງໝູ່ຜູ້ກ່ຽວແລ້ວຈະເອົາເງິນໃຫ້ ຫຼັງຈາກເອົາຕົວເດັກນ້ອຍຂຶ້ນລົດຈັກໄປຈາກບ້ານປະມານ 2 ກິໂລແມັດ ແລ້ວກໍທໍາການຂົ່ມຂືນທໍາຊໍາເລົາ ແຕ່ຜູ້ເສຍຊີວິດບໍ່ຍອມ ຈຶ່ງໄດ້ເອົາກໍາປັ້ນຕີໃສ່ທ້ອງ ແລະ ໃບໜ້າຫຼາຍບາດຈົນເຮັດໃຫ້ໝົດສະຕິ ຈຶ່ງທໍາຊໍາເລົາຈົນສໍາເລັດ ແລ້ວຜູ້ເສຍຊີວິດຮູ້ສຶກຕົວຂຶ້ນມາຜູ້ກ່ຽວໄດ້ໃຊ້ຄໍາເວົ້າ ເພື່ອຍົວະຜູ້ເສຍຊີວິດບໍ່ໃຫ້ໄປບອກພໍ່ແມ່ ແຕ່ນາງບໍ່ຍອມ ຈຶ່ງໄດ້ຫັກຄໍຈົນເສຍຊີວິດຄາທີ່.



ຫຼັງຈາກນັ້ນ, ກໍຂີ່ລົດກັບມາເຮືອນແມ່ຂອງເມຍ ກໍຊວນເມຍຈ້າງລົດເມກັບບ້ານຢູ່ບ້ານປົ່ງດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ. ມາຮອດວັນທີ 22 ເມສາ 2018 ກໍຖືກເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ກັກຕົວແລ້ວນໍາສົ່ງໃຫ້ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ດໍາເນີນຄະດີ.



ພາບ - ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_______

No comments

Powered by Blogger.