Header Ads

ຈັບກຸ່ມຄ້າຂາຍຢາເສຍຕິດ 4 ຄົນ ພ້ອມຂອງກາງ 500 ກວ່າເມັດ





ໃນປີຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ສະກັດກັ້ນ, ປາບປາມ, ການຄ້າ ແລະ ນໍາໃຊ້ຢາເສບຕິດພາຍໃນເມືອງໃຫ້ຫຼຸດໜ້ອຍຖອຍລົງໃນນີ້, ໄດ້ລົງຕິດຕາມເປົ້າໝາຍແກ້ໄຂຊື້-ຂາຍຢາເສບຕິດໄດ້ 200 ກວ່າ ເລື່ອງກັກຕົວຜູ້ຖືກຫາໄດ້ 100 ກວ່າຄົນ ຢຶດຂອງກາງຢາບ້າໄດ້ 68.300 ກວ່າເມັດ, ຢາໄອສ໌ 1 ກິໂລ ກຼາມ ແລະ ເຄື່ອງອື່ນໆ ຈໍານວນໜຶ່ງມາດໍາເນີນຄະດີ.

ໃນປີ 2018 ນີ້, ເຈົ້າໜ້າທີ່ໄດ້ສືບຕໍ່ເພີ່ມທະວີສະກັດກັ້ນ ແລະ ປາບປາມຢາເສບຕິດ, ລົງເຄື່ອນໄຫວໂຄສະນາ, ສົມທົບກັບອົງການປົກຄອງບ້ານ ເອົາພື້ນທີ່ບ້ານເປັນບ່ອນຈັດຕັ້ງປະຕິບັດຕົວຈິງ, ຈັດຕັ້ງເຫຼົ່າຮົບວິຊາສະເພາະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລກປ່ຽນບົດຮຽນ, ກວດກາຂຶ້ນບັນຊີເປົ້າໝາຍຄັດຈ້ອນ ແຍກອອກເປັນ 3 ປະເພດຄື: ລາຍໃຫຍ່, ລາຍກາງ, ລາຍຍ່ອຍ ແລະ ຜູ້ເສບໃຫ້ລະອຽດຊັດເຈນ ສົມຄູ່ກັບມາດຕະການແກ້ໄຂ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນວັນທີ 1 ມີນາ 2018 ເຈົ້າໜ້າທີ່ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານຢາ ເສບຕິດ ປກສ ເມືອງໄຊທານີ ລົງແກ້ໄຂເປົ້າໝາຍເສບ ແລະ ຄ້າຂາຍຢາເສບຕິດປະເພດຢາບ້າຢູ່ບ້ານໄຊສະຫວ່າງ
ເມືອງໄຊທານີ ຈັບຕົວເປົ້າໝາຍໄດ້ທັງໝົດ 4 ຄົນ ພ້ອມຂອງກາງຢາບ້າ 500 ກວ່າເມັດ.

ເຈົ້າໜ້າທີ່ເປີດເຜີຍວ່າ: ພາຍຫຼັງໄດ້ສືບຮູ້ວ່າ ຈະມີກຸ່ມຄົນບໍ່ດີເອົາຢາໄປສົ່ງຢູ່ເຂດບ້ານດອນຕິ້ວ ເມືອງໄຊທານີ. ຈາກ ນັ້ນ. ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມເປົ້າໝາຍດັ່ງກ່າວ ຈັບໄດ້ຜູ້ຖືກຫາ 1 ຄົນ ຊື່ທ້າວ ທະນົງສັກ ຫຼື ເຄັກ ອາຍຸ 34 ປີ ບ້ານ ໄຊສະຫວ່າງ ເມືອງໄຊທານີ ພ້ອມຢາບ້າ 100 ກວ່າເມັດ ແລະ ຢາໄອສ໌ 1 ຫຼອດນ້ອຍ, ມາສືບສວນຂະຫຍາຍ ຜົນ ແລະ ຈັບຊັດທອດເຖິງຜູ້ຮ່ວມຂະບວນການອີກ 3 ຄົນ ຊື່ ນາງ ຄໍາຫຼ້າ ອາຍຸ 40 ປີ, ບ້ານນາສ້ຽວ ເມືອງນາຊາຍ ທອງ, ທ້າວ ວິລຸນ ຫຼື ຊ້າງ ອາຍຸ 34 ປີ ບ້ານຈອມມະນີໃຕ້ ເມືອງໄຊເສດຖາ ແລະ ທ້າວ ພະໂພຄໍາ ຫຼື ເປັດ ອາຍຸ 25 ປີ ບ້ານໄຊສະຫວ່າງ ເມືອງໄຊທານີ ເຈົ້າໜ້າທີ່ສາ ມາດຕິດຕາມຕົວມາດໍາເນີນຄະດີ.

ຜ່ານການສອບສວນ ທ້າວ ທະນົງສັກ ສາລະພາບວ່າ: ຜູ້ກ່ຽວໄດ້ພົວພັນກັບຢາເສບຕິດມາແຕ່ປີ 2017, ສໍາລັບຢາ ບ້າແມ່ນຊື້ນໍາ ທ້າວ ສັກ ຢູ່ບ້ານພະຂາວ ເມືອງໄຊທານີຫຼາຍຄັ້ງ, ຊື້ຄັ້ງລະ 1 ຖົງ 200 ເມັດ ຫຼາຍຫຼັງໄດ້ຢາບ້າມາແລ້ວ ກໍເອົາມາເສບເອງ, ບາງສ່ວນກໍຂາຍໃຫ້ໄວລຸ້ນທົ່ວໄປ ແລະ ນໍາເອົາເງິນທີ່ໄດ້ມາໄປຊື້ຢາບ້າອີກ ໂດຍໝູນວຽນກັນໄປ, ມາໃນໄລຍະເດືອນມັງກອນປີ 2018 ໄດ້ຕິດຕໍ່ທາງໂທລະສັບແລ້ວໄປຊື້ນໍາຜູ້ຍິງບໍ່ຮູ້ຊື່ 2 ຄັ້ງ, ຄັ້ງລະ 1 ຖົງ.
ຈາກນັ້ນ, ກໍເອົາຢາບ້າມາຂາຍ ແລະ ເສບ; ຄັ້ງຫຼ້າສຸດ, ໄດ້ເອົາຢາບ້າຈໍານວນ 123 ເມັດ ແລະ ຢາໄອສ໌ 1 ຫຼອດນ້ອຍ ໄປສົ່ງໃຫ້ ຊາວໜຸ່ມເຂດບ້ານດອນຕິ້້ວ ເມືອງໄຊທານີ ຖືກເຈົ້າໜ້າທີ່ສືບຮູ້ຈຶ່ງສະກັດຈັບ ຕົວໄດ້ພ້ອມຂອງກາງ.

ນາງ ຄໍາຫຼ້າ ສາລະພາບ ວ່າ: ໄດ້ມີການພົວພັນກັບຢາເສບຕິດມາໃນໄລຍະເດືອນມີນາ 2018 ຊື້ນຳພວກຮ່ວມຂະບວນການດຽວ ກັນ ຊື້ຄັ້ງທໍາອິດຈໍານວນ 2 ຖົງ 400 ເມັດ. ຈາກນັ້ນ, ກໍນໍາຢາບ້າທີ່ໄດ້ມາຂາຍຕໍ່ເພື່ອກິນກໍາໄລ, ແຕ່ໃນຂະນະທີ່ນໍາ ຢາບ້າຈໍານວນດັ່ງກ່າວໄປຂາຍ ຈຶ່ງຖືກເຈົ້າໜ້າທີ່ຈັບພ້ອມຂອງກາງຢາບ້າ 400 ເມັດ. ທ້າວ ວິລຸນ ຫຼື ຊ້າງ ສາລະ ພາບວ່າ: ໄດ້ພົວພັນກັບຢາເສບຕິດມາແຕ່ປີ 2015 ໃນເບື້ອງຕົ້ນແມ່ນເລີ່ມຈາກການເສບຄັ້ງລະ 1-2 ເມັດ. ຈາກ ນັ້ນ, ກໍຫັນມາຂາຍຢາເສບຕິດ ໂດຍຊື້ມາຈາກ ທ້າວ ຄອນສະຫວັນ ແລະ ນາງ ຄໍາຫຼ້າ ຢູ່ບ້ານນາສ້ຽວ ເມືອງນາຊາຍ ທອງ ຊື້ຄັ້ງລະ 20 ເມັດ ເພື່ອນໍາໄປຂາຍຕໍ່.

ນອກນີ້, ທ້າວ ພະໂພຄໍາ ອາຍຸ 26 ປີ ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໄດ້ເລີ່ມເສບຢາເສບຕິດມາ ແຕ່ປີ 2016 ສ່ວນຢາ ບ້າທີ່ຊື້ມາເສບແມ່ນຊື້ນໍາ ທ້າວ ທະນົງສັກ ຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ຊື້ຄັ້ງລະ 2 ຫາ 20 ເມັດ ເພື່ອມາເສບ ໃນມື້ຖືກຈັບໄດ້ຊື້ຢາບ້າ 20 ເມັດ ມາເສບເອງ 6 ເມັດ ຍັງເຫຼືອ 14 ເມັດ ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ຈັບກຸມຕົວໄດ້ຢູ່ ເຮືອນ ພ້ອມຢາບ້າຈໍານວນດັ່ງກ່າວ.

ພາບ ແລະ ຂ່າວ: ນສພ ຄວາມສະຫງົບ 
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.