Header Ads

ການສະເຫລີມສະຫລອງປີໃຫມ່ລາວ 2018 ເກີດອຸບັດຕິເຫດ 207 ຄັ້ງມີຜູ້ເສຍຊີວິດ 29 ຄົນ ແລະ ບາດເຈັບ 300 ກວ່າຄົນ




ອີງຕາມການລາຍງານຂອງ ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບລາຍງານໃນວັນທີ 18/4/2018 ນີ້ວ່າລະຫວ່າງການສະເຫລີມສະຫລອງປີໃຫມ່ລາວ ພສ 2561 ທົ່ວປະເທດນັບແຕ່ວັນທີ 14-16/4/2018 ໄດ້ເກີດອຸບັດຕິເຫດ 207 ຄັ້ງມີຜູ້ເສຍຊີວິດ 29 ຄົນ ແລະ ບາດເຈັບ 300 ກວ່າຄົນ. 




ຖ້າທຽບໃສ່ໄລຍະດຽວກັນຂອງປີ 2017 ຜ່ານມາເພີ່ມຂຶ້ນ 7 ຄົນ ໃນນັ້ນຄອງແຊັມອັນດັບທີ 1 ແຂວງຫລວງພະບາງເສຍຊີວິດ 8 ຄົນ, ອັນດັບທີ 2 ນະຄອນຫລວງວຽງຈັນເສຍຊີວິດ 6 ຄົນ ແລະ ອັນດັບທີ 3 ຄໍາມ່ວນເສຍຊີວິດ 5 ຄົນ ໂດຍ ສາຍຕົ້ນຕໍຂອງອຸບັດຕິເຫດແມ່ນດື່ມເມົາແລ້ວຂັບ, ລະເມີດລະບຽບກົດຈະລາຈອນ ແລະ ອື່ນໆ.




© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.