Header Ads

ນາງ ເອະດາວັນ ພັນທະວົງ ຄ້ວາຕຳແໜ່ງນາງສາວເຊກອງປະຈໍາ 2018




ນາງ ເອະດາວັນ ພັນທະວົງ ອາຍຸ 18 ປິ, ຕົວແທນສາວງາມຈາກເມືອງທ່າແຕງ ໝາຍເລກ S18 ໄດ້ຮັບຕຳແໜງນາງສາວເຊກອງປະຈຳປີ 2018, ຂະນະທີ່ຮອງຊະນະເລີດອັນດັບທີໜຶ່ງແມ່ນໝາຍເລກ S17 ນາງ ອໍາໄພວອນ ຈັນສີປະເສີດ ຕົວແທນສາວງາມ ຈາກບໍລິສັດຄູນມີໄຊ ສົ່ງເຂົ້າປະກວດ ໄດ້ຮອງຊະນະເລີດອັນດັບ ໜື່ງ ແລະ ນາງຫຼີງສະໄໝ ວົງສີຂຽວ ຕົວແທນຈາກເມືອງລະມາມ ໄດ້ຮອງຊະນະເລີດອັນດັບສອງ.



ງານປະກວດນາງສາວເຊກອງ ປະຈຳປີ 2018 ໄດ້ມີຂຶ້ນຢ່າງຄຶກຄື້ນມ່ວນຊື່ນ ໃນຄ່ຳຄືນວັນທີ 10 ເມສາ 2018 ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງແຂວງ ໂດຍມີທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ ພ້ອມດ້ວຍພັນລະຍາ, ມີການນຳຂອງແຂວງ-ເມືອງ, ພາກສ່ວນກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.



ໃນພິທີ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ຮອງປະທານຄະນະກຳມະການຈັດງານປະກວດນາງສາວເຊກອງກ່າວວ່າ: ການຈັດງານປະກວດນາງສາວເຊກອງປະຈຳປີ 2018 ແມ່ນກິດຈະກຳໜຶ່ງທີ່ສຳຄັນ ຊຶ່ງຈັດຂຶ້ນເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ການສະເຫຼີມສະຫຼອງປີທ່ອງທ່ຽວລາວ ກໍ່ຄືສະຫຼອງບຸນປີໃໝ່ລາວ ພສ 2561 ພ້ອມດຽວກັນນັ້ນ ກໍເພື່ອສົ່ງເສີມຄວາມສາມາດຂອງ ແມ່ຍິງຕິດພັນກັບການອະນຸລັກມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າໃຫ້ຍືນຍົງຄົງຕົວຄຽງຄູ່ກັບຊາດລາວ-ຄົນລາວ ໂດຍສະເພາະຊາວແຂວງເຊກອງ ເຊິ່ງເປັນແຂວງທີ່ມີເອກະລັກຂອງເຜົ່າທີ່ຫຼາກຫຼາຍສີສັນ ແລະ ສວຍງາມ.
ການປະກວດຄັ້ງນີ້ ມີຕົວແທນສາວງາມຈາກບັນດາເມືອງ, ບໍລິສັດ-ລັດວິສາຫະກິດຕ່າງໆໃນທົ່ວແຂວງເຂົ້າຮ່ວມທັງໝົດ 20 ຄົນ ໂດຍຈັດໃຫ້ມີການເດີນແບບ 10 ເຜົ່າພາຍໃນແຂວງ, ສະແດງຄວາມສາມາດໃນການຟ້ອນລຳວົງລາວ, ຟ້ອນບັດສະຫຼົບ, ການຕອບຄຳຖາມ ແລະ ກິດຈະກຳການສະແດງອື່ນໆ ຜ່ານການປະກວດ ແລະ ການຄັດເລືອກຂອງຄະນະກຳມະການໃນຮອບສຸດທ້າຍ ແມ່ນ ນາງ ເອະດາວັນ ພັນທະວົງ ຕົວແທນສາວງາມຈາກເມືອງທ່າແຕງ ໝາຍເລກ S18 ໄດ້ຮັບຕໍາແໜ່ງ ນາງສາວ ເຊກອງ ປະຈໍາປີ 2018; ນາງ ອໍາໄພວອນ ຈັນສີປະເສີດ ໝາຍເລກ S17 ຕົວແທນສາວງາມ ຈາກບໍລິສັດຄູນມີໄຊ ໄດ້ຮັບຕໍາແໜ່ງຮອງຊະນະເລີດ ອັນດັບໜື່ງ ແລະ ນາງຫຼີງສະໄໝ ວົງສີຂຽວ ໝາຍເລກ S7 ຕົວແທນຈາກເມືອງລະມາມ ໄດ້ຮອງຊະນະເລີດອັນດັບສອງ.



ໃນພິທີອັນມີຄວາມໝາຍສຳຄັນ ທ່ານ ຄຳເຜີຍ ບຸດດາວຽງ ພ້ອມພັນລະຍາ, ທ່ານ ເຫຼັກໄຫຼ ສີວິໄລ ພ້ອມພັນລະຍາ ແລະ ການນຳຂອງແຂວງ ໄດ້ມອບມຸງກຸດ, ສາຍສະພາຍ, ຂອງຂວັນ ແລະ ຊໍ່ດອກໄມ້ໃຫ້ນາງສາວຕາມລຳດັບ ທີໜຶ່ງໄດ້ຮັບມຸງກຸດ, ສາຍສະພາຍ ພ້ອມເງິນສົດ 12 ລ້ານກີບ; ຮອງຊະນະເລີດອັນດັບໜື່ງ ໄດ້ຮັບສາຍສະພາຍ, ເງິນສົດ 10 ລ້ານກີບ, ຮອງຊະນະເລີດອັນດັບສອງໄດ້ຮັບສາຍສະພາຍ, ເງິນສົດ 8 ລ້ານກີບ ແລະ ຮອງຊະນະເລີດອັນດັບ 3 ຈໍານວນ 4 ນາງສາວ ໄດ້ຮັບສາຍສະພາຍ ພ້ອມດ້ວຍເງິນສົດ 5 ລ້ານກີບ, ພ້ອມນີ້ ຍັງມີລາງວັນຂັວນໃຈຊ່າງພາບ, ລາງວັນຂັນໃຈມະຫາຊົນ ແລະ ລາງວັນຊົມເຊີຍອື່ນໆຈໍານວນໜື່ງ.

ພາບ ແລະ ຂ່າວ: ຂ່າວແຂວງເຊກອງ
© ຈໍາປາໂພສ |  www.champapost.com

_________




No comments

Powered by Blogger.