Header Ads

ເຈົ້າແຂວງສະຫວັນນະເຂດ ເນັ້ນແກ້ໄຂ ການສໍ້ລາດບັງຫຼວງ



ທ່ານ ສັນຕິພາບ ພົມວິ ຫານ ເລຂາພັກແຂວງ ເຈົ້າ ແຂວງສະຫວັນນະເຂດ ໄດ້ມີ ຄຳເຫັນໃນກອງປະຊຸມວຽກ ງານກວດກາທົ່ວແຂວງ ປະຈຳ ປີ 2017 ຊຶ່ງພິທີດັ່ງກ່າວໄດ້ ຈັດຂຶ້ນຫວ່າງບໍ່ດົນຜ່ານມານີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າ ການປົກຄອງແຂວງ ໂດຍໄດ້ ມີຫຼາຍພະແນກການ, ເມືອງ ອ້ອມຂ້າງ ທີ່ໄດ້ມີຄຳເຫັນເຈາະ ຈິ້ມ ແລະ ເປັນປະໂຫຍດແກ່ ການແກ້ໄຂບັນຫາກໍຄືວຽກ ງານກວດກາໃນຕໍ່ໜ້າ. 
ໃນໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງສະຫວັນນະເຂດ ກໍ ໄດ້ຍົກໃຫ້ເຫັນໃນບົດລາຍງານ ຂອງກອງປະຊຸມຄຽງຄູ່ກັບ ດ້ານດີ ແລະ ຜົນງານ, ໃນຂົງ ເຂດວຽກງານກວດກາພັກ-ລັດ ພວກເຮົາຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຕິດ ພັນໂດຍກົງກັບຄວາມຮັບຜິດ ຊອບບໍ່ທັນສູງ ກໍຄືຄວາມບໍ່ສາ ມາດແກ້ໄຂບັນຫາທີ່ຍັງຈຳກັດ ຫຼາຍດ້ານຂອງຄະນະພັກ, ອົງ ການປົກຄອງ ແລະ ຄະນະ ກວດກາແຕ່ລະຂັ້ນເປັນຕົ້ນບັນ ຫາທີ່ສັງຄົມເປັນຫ່ວງທີ່ສຸດໃນ ປັດຈຸບັນນີ້ ແມ່ນປະກົດການ ພະຍາດອາດຍາສິດສວຍໃຊ້ ໜ້າທີ່ຕຳແໜ່ງ, ລະເມີດກົດ ໝາຍ, ຫາຜົນປະໂຫຍດສ່ວນ ຕົວ, ແລະ ການສໍ້ລາດບັງຫຼວງ ທີ່ມີລັກສະນະຮ້າຍແຮງ, ແກ່ ຍາວມາຫຼາຍປີທີ່ເກີດຂຶ້ນຢ່າງ ແຜ່ຫຼາຍໃນຖັນແຖວສະມາຊິກ ພັກ, ບັນຫາເຫຼົ່ານີ້ພວມເປັນ ບັນຫາໃຫຍ່, ເປັນໄພອັນຕະ ລາຍທີ່ທ້າທາຍຕໍ່ບົດບາດອິດທິພົນກໍຄືຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳ ໜ້າຂອງພັກເຮົາ ຊຶ່ງແນ່ນອນ ວ່າມັນເລັ່ງທວງໃຫ້ຄະນະພັກ, ຄະນະກວດກາແຕ່ລະຂັ້ນຕ້ອງ ສືບຕໍ່ເພີ່ມທະວີຄວາມຮັບຜິດ ຊອບຕໍ່ວຽກງານຕິດຕາມກວດກາໃຫ້ແທດເຖິງ, ໜັກແໜ້ນ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ຊຶ່ງນີ້ແມ່ນການປະກອບຄຳເຫັນ ບາງຕອນຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ. 



ພາບ - ຂ່າວ: ຂ່າວແຂວງສະຫວັນນະເຂດ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.