Header Ads

ສຳເລັດກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງປະຈຳປີ 2017



ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທົ່ວແຂວງຫຼວງພະບາງ ປະຈຳປີ 2017 ແລະ ວາງທິດທາງ 2018 ໄດ້ສຳເລັດໃນຕອນແລງຂອງວັນທີ່ 28 ກຸມພານີ້ ພາຍຫຼັງດຳເນີນມາເປັນເວລາ 2 ວັນ ທີ່ໂຮງລະຄອນພະລັກ-ພະລາມ ຫໍພິພິທະພັນແຫ່ຊາດຫຼວງພະບາງ. ໃນວາລະກອງປະຊຸມ ໄດ້ສະຫຼຸບ ຕີລາຄາວຽກງານແຕ່ລະຂົງເຂດໃນ 1 ປີຜ່ານມາ, ຍົກໃຫ້ເຫັນການພັດທະນາວຽກງານຖະແຫຼງຂ່າວ ດ້ວຍການນຳສະເໜີຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ຄວາມບັນເທີງຜ່ານສື່ວິທະຍຸ, ໂທລະພາບ ແລະ ໜັງສືພີມ ເຮັດໃຫ້ສັງຄົມໄດ້ຮັບຂໍ້ມູນຂ່າວສານຊັດເຈນ ແລະ ວ່ອງໄວກ່ວາເກົ່າ, ວຽກງານວັດທະນະທຳ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ອັນເປັນມູນເຊື້ອຂອງທ້ອງຖີ່ນໄດ້ເປັນຢ່າງດີ, ຂະບວນການສິລະປະ ວັນນະຄະດີ ໄດ້ເກີຂື້ນຫຼາຍຢູ່ໃນໂຮງຮຽນ, ສະຖາບັນການສຶກສາ ແລະ ຮາກຖານບ້ານ, ສຳລັບວຽກງານທ່ອງທ່ຽວ ໄດ້ມີການພັດທະນາ ແລະ ສົ່ງເສີມ ຕິດພັນກັບການອານຸລັກຮັກສາ ມໍລະດົກທາງດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ, ແນໃສ່ສ້າງຄວາມຍືນຍົງໃຫ້ແກ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ, ດືງດູດເອົານັກທ່ອງທ່ຽວເຂົ້າມາທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂື້ນ.


 ວາລະປິດກອງປະຊຸມ ທ່ານ ສາດສະດາຈານ ປະລີນຍາເອກ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນປີຜ່ານມາ ທັງໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມວຽກງານ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວທົ່ວປະເທດ ປະຈຳປີ 2017 ໃນນັ້ນ ທ່ານໄດ້ເນັ້ນໜັກ ກ່ຽວກັບການປະຕິບັດນະໂຍບາຍ 3 ເປີດຂອງລັດຖະບານ ທີ່ເປັນທິດຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ຕໍ່ກອງປະຊຸມດັ່ງກ່າວ, ພ້ອມນັ້ນ ທ່ານໄດ້ເນັ້ນໜັກໃຫ້ ຄະນະນຳຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຄະນະນຳຂອງບັນດາເມືອງ ຈົ່ງສຸມໃສ່ພັດທະນາວຽກງານທ່ອງທ່ຽວ ໃຫ້ມີຄວາມຍືນຍົງຕາມທ່າແຮງບົ່ມຊ້ອນ ແນໃສ່ເຮັດໃຫ້ນັກທ່ອງທ່ຽວມີຄວາມພໍໃຈ ແລະ ປະທັບໃຈເວລາທີ່ເຂົ້າມາທ່ອງທ່ຽວ.


ໃນວາລະດຳເນີນກອງປະຊຸມຄັ້ງນີ້ ໄດ້ມີການມອບໃບຍ້ອງຍໍຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານປະກອບສ່ວນການສົ່ງຂ່າວ-ລາຍງານຂ່າວປະຈຳປີ 2017 ແລະ ມອບໃບຍ້ອງຍໍຂອງພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ໃຫ້ພະນັກງານຂົງເຂດ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທົ່ວແຂວງ ທີ່ມີຜົນງານດີເດັ່ນໃນປີ ຜ່ານມາຕື່ມອີກ.

ໂດຍ: ອາພຸດເດດ ບຸບຜາ (ວສລ)
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.