Header Ads

ປະຊາຊົນບ້ານສົ່ງເປືອຍ ໂຮມຕົວຊຸມນຸມປະທ້ວງ ຂໍຄືນເງິນຈາກສະຖາບັນຈຸນລະພາກ




ໃນວັນທີ 30 ມີນາ 2018 ປະຊາຊົນບ້ານສົ່ງເປືອຍ ໂຮມຕົວຊຸມນຸມປະທ້ວງ ຂໍຄືນເງິນຈາກສະຖາບັນຈຸນລະພາກ ສະຖານທີ່ຕັ້ງຢູ່ໜ້າຕະຫລາດສົງເປືອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ . ຈາກຂໍ້ມູນເບື້ອງຕົ້ນຕາມປ້າຍຊຂອງສະຖາບັນການເງີນຈຸລະພາກແຫ່ງນີ້ລະບູວ່າ : ບໍລິການເງິນຝາກ ແລະ ເງິນກູ້ອື່ນໆ . ຢ່າງໃດກໍຕາມ, ເລື່ອງນີ້ຍັງບໍ່ທັນມີພາກສ່ວນໃດອອກມາຖະແຫຼງຂ່າວ ຫຼື ແຈ້ງການເທື່ອ  ເຊິ່ງຕ້ອງຕ້ອງຕິດຕາມຕອນຕໍ່ໄປວ່າຈະເປັນແນວໃດຕໍ່.​


ຂໍ້ມູນເຫດການທີ່ເກີດຂື້ນລັກສະນະແບບນີ້ປະກອບດ້ວຍ : 

1. ປີ 1997 ເກີດຂື້ນກັບສາຫະກອນເງິນຝາກເມດຕາບໍ່ປານີ ທີ່ຕັ້ງຢູ່ບ້ານໂພນທັນ ໂດຍພໍເກີດເຫດການກໍງຽບໄປແບບໄຮ້ຮ່ອງຮອຍ ຈົນມີພະນັກງານ ແລະ ພໍ່ແມ່ປະຊາຊົນເສຍດິນໄຮ່ດິນນາ ແລະ ເສຍຊັບດັບທຶນໂດຍບໍ່ໄດ້ຄືນຈົນເຖິງປັດຈຸບັນ 

2. ປີ 2015 ເກີດຂື້ນກັບບໍລິສັດແມັກກີ ໃນຮູບແບບອອກເງິນກູ້ ແຕ່ສຸດທ້າຍກໍຫອບເງິນພະນັກງານ ແລະ ປະຊາຊົນໝີ້ຫາຍໄປຢ່າງລອຍນອນ ໂດຍມູນຄ່າເສຍຫາຍແມ່ນມີຈໍານວນເຖິງ 15 ລ້ານໂດລາ  ເຊິ່ງການຜູ້ຮ່ວມຂະບວນການ ແຕ່ບໍ່ປະກົດມີຂ່າວວ່າຜູ້ເສຍຫາຍໄດ້ຮັບເງິນຄືນ

3. ປີ 2016 ເກີດຂື້ນບໍລິສັດອາຊຽນ ຕັ້ງຢູ່ບ້ານໂພນຕ້ອງຈອມມະນີ ໂກງເງິນປະຊາຊົນຫຼາຍລ້ານໂດລາ ສາມາດຈັບກຸມ ແລະ ອາຍັດຊັບໄດ້ຈໍານວນໜື່ງເທົ່ານັ້ນ

4. ປີ 2017 ເກີດຂື້ນບໍລິສັດພີເອັສພາຍໃຕ້ ທ້າວ ປໍເຮີ ແລະ ນາງ ສຸກນາລີ ໃນຮູບແບບລະດົມທຶນດ້ວຍວິທີຂາຍນໍ້າດື່ມເປັນສາກບັງໜ້າເພື່ອໃຫ້ປະຊາຊົນ ແລະ ພະນັກງານຖືກດັກ  ແຕ່ສຸດທ້າຍໂກງເງິນໄປ 95 ຕື້ກີບ ເຊິ່ງກາຍເປັນອີກຄະດີປະຫັວດສາດ ແລະ ໂດດດັງຮອດປະເທດເພື່ອນບ້ານອາຊຽນຫຼາຍປະເທດ.





© ຈໍາປາໂພສ |  www.champapost.com

_________







No comments

Powered by Blogger.