Header Ads

ລົດເມທີມນັກເຕະ ປກສ ເກີດອຸບັດຕິເຫດຂະນະເດີນທາງໄປແຂ່ງຂັນກັບທີມຫຼວງພະບາງຢູໄນເຕັດ



ແຂວງຫຼວງພະບາງ: ໃນວັນທີ 8 ມີນາ 2018 ມີລາຍງານຈາກເພຈຫຼວງພະບາງຢູໄນເຕັດ ວ່າ:  ລົດເມທີມນັກກິລາ ປກສ ໄດ້ປະສົບອຸບັດຕິເຫດໃນຂະນະເດີນທາງມາໄປແຂວງຫລວງພະບາງເພື່ອເກັບໂຕກ່ອນການລົງແຂ່ງຂັນກັບທີມຫຼວງພະບາງຢູໄນເຕັດ ເຊິ່ງຕາມຕາຕະລາງແມ່ນຈະມີຂື້ນໃນວັນອາທິດ 11 ມີນາ ໃນເວລາ 16:00 ໂມງ .  ສໍາລັບການອຸບັດຕິເຫດໃນຄັ້ງນີ້ແມ່ນໂຊກດີທີ່ບໍ່ມີນັກກິລາທີມ ປກສ ໄດ້ຮັບບາດເຈັບໂດຍລູກທີມທຸກຄົນແມ່ນປອດໄພດີ  ແຕ່ລົດເມແມ່ໄດ້ຮັບຄວາມເສຍຫາຍສົມຄວນ. 





ຂໍ້ມູນເບື້ອງຕົ້ນແມ່ນຍັງບໍ່ທັນຮູ້ເຖິງສາເຫດການເກີດອຸບັດຕິເຫດໃນຄັ້ງນີ້ ແລະ ການແຂງຂັນທີ່ຈະມີຂື້ນຕາມກໍາຍນົດອາດມີການເລື່ອນຕາຕະລາງລົງແຂ່ງກັບທີມຫຼວງພະບາງຢູໄນເຕັດ ແຕ່ກໍຕ້ອງຕິດຕາມການເຄື່ອນໄຫວ ແລະ ແຈ້ງການຈາກຜູ້ຈັດການທີມ ທີມປກສ ວ່າຈະດໍາເນີນການແນວໃດຕໍ່ໄປ. 





ພາບ ແລະ ຂ່າວ: ຫຼວງພະບາງຢູໄນເຕັດ
© ຈໍາປາໂພສ |  www.champapost.com
_________





No comments

Powered by Blogger.