Header Ads

ປີ2017ຜ່ານມາ ເມືອງແກ່ນທ້າວ ແຂວງໄຊຍະບູລີອຸບັດຕິເຫດເກີດຂື້ນ 45 ຄັ້ງເສຍຊີວິດ 5 ຄົນ




ບັນຫາອຸບັດຕິເຫດ ແມ່ນບັນຫາໜຶ່ງທີ່ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນ ຢ່າງຫຼວງ ຫຼາຍ, ສະນັ້ນ, ຕ້ອງໄດ້ເອົາ ໃຈໃສ່ໃນການຂັບຂີ່ຍານພາຫະນະໃຫ້ຖືກຕ້ອງ ຕາມລະ ບຽບກົດ ຈະລາຈອນໃຫ້ເຂັ້ມງວດ, ໂດຍສະເພາະ ແມ່ນເມືອງ ທີ່ມີຊາຍແດນຕິດກັບປະເທດ ເພື່ອນບ້ານ ໃນການພັດທະນາຢ່າງຕໍ່ເນື່ອງ, ເສດຖະກິດມີການຂະຫຍາຍຕົວຢ່າງໄວວາ ຈິ່ງເຮັດ ໃຫ້ພາຫະນະເພີ່ມຂື້ນເລື້ອຍໆ,ຖະໜົນຫົນທາງຍັງບໍ່ທັນຮອງຮັບໄດ້ເທົ່າທີ່ຄວນ, ນັກຂັບຂີ່ບໍ່ເຄົາລົບລະບຽບການສັນຈອນຈິ່ງພາໃຫ້ເກີດອຸບັດຕິເຫດ.



ຮອ ແສງທອງສິນ ບົວມີໄຊ ຫົວໜ້າກອງຈະລາຈອນ ປກສ ເມືອງແກ່ນທ້າວໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕໍາຫຼວດ ກອງຈະລາຈອນ ປກສ ເມືອງແກ່ນທ້າວ ໄດ້ສົມທົບກັບ ບັນດາໂຮງ ຮຽນ ທົ່ວເມືອງແກ່ນທ້າວ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ລະບຽບຈະລາຈອນໃຫ້ຜູ້ຂັບຂີ່ ກໍ່ຄື ຜູ້ໃຊ້ ລົດ - ໃຊ້ຖະໜົນຮັບຮູ້ກົດລະບຽບການສັນຈອນຢ່າງເຂັ້ມງວດ, ໄດ້ເອົາໃຈຕິດຕາມສະພາບການ ສັນຈອນຢູ່ຕາມຈຸດ ຕາມປ້ອມຕ່າງໆ ເພື່ອເຮັດໃຫ້ການສັນຈອນມີຄວາມ ເປັນລະບຽບຮຽບຮ້ອຍສັງຄົມມີຄວາມສະຫງົບປອດໄພ.




ຕາມການໃຫ້ຂໍ້ມູນກອງຈະລາຈອນ ປກສ ເມືອງແກ່ນທ້າວໃນປີ 2017 ຜ່ານມາ ມີອຸບັດຕິເຫດເກີດຂື້ນທັງໝົດ 45 ລາຍ, ພາຫະນະເປ່ເພທັງໝົດ 72 ຄັນ, ລົດໃຫຍ່ 28 ຄັນ, ລົດຈັກ 44 ຄັນ, ຄົນໄດ້ຮັບບາດເຈັບ 70 ຄົນ, ຍິງ 20 ຄົນ ແລະ ເສຍຊີວິດ 5 ຄົນ, ຍິງ 1 ຄົນ, ໄດ້ດໍາເນີນຄະດີ 01 ເລື່ອງ, ບໍ່ໄດ້ດໍາເນີນ 44 ເລື່ອງ, ປະກອບສໍານວນຄະດີສົ່ງແຂວງ 01 ສະບັບ, ສຶບສວນ - ສອບສວນຄະດີໄດ້ 01 ຄັ້ງ, ມີ 9 ແຮງງານ, ໄດ້ສຶກສາອົບຮົມແກ້ຂັ້ນເຈົ້າໜ້າທີ່ 01 ເລື່ອງ, ຂັ້ນຄູ່ກໍລະນີ 44 ເລື່ອງ, ລວມຜົນເສຍຫາຍທັງໝົດ 533,700,000 ກີບ, ສາຍເຫດການເກີດອຸບັດຕິເຫດສ່ວນໃຫຍ່ເກີດຈາກ ນັກຂັບຂີ່ບໍ່ເຄົ້າລົບກົດລະບຽບການສັນຈອນໄດ້ລົງກວດກາພາຫະນະຕາມເສັ້ນທາງຫຼວງ ແລະ ຈັດສັນລົດຈອດບໍ່ຖືກຕ້ອງໄດ້ທັງໝົດ 192 ຄັ້ງ, ມີ 1728 ແຮງງານ, ກວດກາພົບເຫັນຜູ້ລະເມີດ 5760 ຄົນ, ສຶກສາອົບຮົມ 4992 ຄົນ, ຍິງ 2200 ຄົນ, ປັບໃໝ 768 ຄົນ, ຍິງ 250 ຄົນ, ກັກຕົວເປົ້າໝາຍເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າໄດ້ 10 ຄົນ, ຍິງ 01 ຄົນ, ຢຶດຂອງກາງປະພດພາຫະນະລົດໄດ້ 05 ຄັນ, ລົດໃຫຍ່ 03 ຄັນ, ລົດຈັກ 02 ຄັນ, ຢາບ້າ 8,238 ເມັດ, ກັກຕົວຜູ້ທີ່ມີສານເສບຕິດໃນຮ່າງກາຍໄດ້ 30 ຄົນ, ກັກເອກະສານລົດ, ໃບຂັບຂີ່ 38 ຄັນ, ອັກຄີໄພເກີດຂື້ນ 02 ລາຍ, ສາເຫດຂອງການເກີດອັກຄີໄພ ເກີດຈາກໃຊ້ໄຟຟ້າບໍ່ຮັບປະກັນ, ໄຟຟ້າລັດວົງຈອນ, ຜົນເສຍຫາຍທາງດ້ານວັດຖຸໄໝ້ 23,185,000 ກີບ ກວດກາສະຖິຕິບັ້ງມອດໄຟ ໄດ້ 01 ຄັ້ງ.



ວຽກງານຄຸ້ມຄອງພາຫະນະທົ່ວເມືອງມີພາຫະນະ 13,557 ຄັນ, ປະເພດລົດບັນທຸກ, ລົດຫົກລໍ້ 336 ຄັນ, ລົດສິບລໍ້ 84 ຄັນ, ລົດສິບສອງລໍ້ 51 ຄັນ, ປະເພດລົດກະບະ ລົດໂດຍສານ 63 ຄັນ, ລົດສ່ວນຕົວ 698 ຄັນ, ລົດລັດ 60 ຄັນ, ລົດເກັງ 36 ຄັນ, ລົດຈິບ 4 ຄັນ, ລົດຕຸກໆ - ຈໍາໂບ້ 39 ຄັນ, ລົດຕັກ 7 ຄັນ, ລົດໄທແລນ 52 ຄັນ, ລົດອີແຕ໋ນ 78 ຄັນ, ລົດໄຖນາໃຫຍ່ 987 ຄັນ, ລົດໄຖນານ້ອຍ 4,181 ຄັນ, ປະເພດລົດຈັກ ລົດຈັກ 976 ຄັນ, ລົດສ່ວນຕົວ 6,105 ຄັນ, ລົດຖີບ 593 ຄັນ, ປະເພດເຮືອ ເຮືອພາຍ 53 ລໍາ, ເຮືອຫາງຍາວ 331 ລໍາ, ໄດ້ສົມທົບກັບໂຍທາເມືອງ,ຈະລາຈອນແຂວງ, ກະຊວງລົງກວດກາພາຫະນະນໍາເຂົ້າບໍ່ຖືກຕ້ອງ 02 ຄັ້ງ, ມີ 10 ແຮງງານ, ລົດໃຫຍ່ 19 ຄັນ, ລົດຈັກ 48 ຄັນ.


ພາບ ແລະ ຂ່າວ: ປກສ ເມືອງແກ່ນທ້າວ (ມີເດຍລາວ)
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.