Header Ads

ເປີດນຳໃຊ້ສະຖານີຄ່ຽນຖ່າຍສິນຄ້າ ທີ່ດ່ານພາສີສາກົນບໍ່ເຕັນ ຢ່າງເປັນທາງການ




ອີງຕາມການລາຍງານຂ່າວຂອງ ກະຊວງການເງິນ ວ່າ:  ສະຖານີບໍລິການຄ່ຽນຖ່າຍສິນຄ້າຂອງບໍລິສັດລາວສາກົນ ໄອຊີດີ ຈຳກັດ ທີ່ໃຫ້ບໍລິການຍົກຍໍຄ່ຽນຖ່າຍສິນຄ້ານໍາ​ເຂົ້າ–ສົ່ງ​ອອກ​ພາຍ​​ໃນ​ ແລະ ຕ່າງ​ປະ​ເທດ, ບໍລິການ​ຫຸ້ມ​ຫໍ່, ບໍລິການຈັດ​ພິມ​ເອກະສານ​ເອຊີ​ກ​ູດາ, ຊຳ​ລະ​ຄ່າ​ພາສີ​ອາກອນ​ຕ່າງໆທີ່ຜ່ານດ່ານພາສີສາກົນບໍ່ເຕັນແຂວງຫລວງນ້ຳທາ, ໄດ້ເປີດນຳໃຊ້ເປັນທາງການ, ພ້ອມທັງໄດ້ວາງວິໄສທັດຈະສ້າງໃຫ້ບໍລິສັດໃຫ້ກາຍເປັນອົງກອນຕົວແບບໃນດ້ານໂລ​ຈິ​ສ໌ຕິກ ແລະ ກາຍເປັນຈຸດລວມສູນລະບົບສາງໃຫ້ການບໍລິການໄດ້ມາດຕະຖານສາກົນ.



ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 28 ມີນາ 2018 ຜ່ານມາ, ທີ່ດ່ານພາສີສາກົນບໍ່ເຕັນແຂວງຫລວງນ້ຳທາ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ​ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ເງິນ, ມີ ທ່ານ ເພັດ​ຖາວອນ ພິລາ​ວັນ ​ເຈົ້າ​ແຂວງໆ​ຫລວງນ້ຳ​ທາ, ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ມີຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຮອງເຈົ້າແຂວງ, ປະທານສະພາບໍລິຫານຜູ້ຖືຮຸ້ນບໍລິສັດລາວສາກົນ ໄອຊີດີ ຈຳກັດ, ຫົວໜ້າຫ້ອງວ່າການປົກຄອງແຂວງຫລວງນໍ້າທາ ​ແລະ ຕາງໜ້າ​ຈາກ​ຂະ​ແໜງ​ການກ່ຽວຂ້ອງແຂວງຫລວງນໍ້າທາ​ ແລະ​ ແຂວງບໍ່​ແກ້ວເຂົ້າຮ່ວມ.



ທ່ານ ນາງ ທູນສະຫວັນ ສີຈັນທອງທິບ ປະທານສະພາບໍລິຫານຜູ້ຖືຮຸ້ນບໍລິສັດລາວສາກົນ ໄອຊີດີຈຳກັດ ກ່າວວ່າ: ອີງໃສ່ນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດບໍລິການທາງຜ່ານດ້ານຄົມມະ ນາຄົມຂົນສົ່ງຢ່າງມີປະສິດທິຜົນ ສາມາດສ້າງລາຍຮັບຈາກການລົງທຶນອັນມະຫາສານໃສ່ໂຄງລ່າງພື້ນຖານໄດ້. ດັ່ງນັ້ນ, ການສ້າງຕັ້ງບໍລິສັດລາວສາກົນໄອຊີດີຈຳກັດ (Lao International ICD Co.Ltd) ໄດ້ໃຊ້ເວລາໃນການກະກຽມທັງໝົດປະມານ16 ເດືອນ ແລະ ບໍລິສັດພວກເຮົາປະກອບດ້ວຍ 3 ຂາຮຸ້ນຫລັກຈາກ ສປປ ລາວ ແລະ ສປ ຈີນ ທີ່ມີປະສົບການດ້ານການບໍລິການໂລ​ຈິ​ສ໌ຕິກຫລາຍກ່ວາ 20 ປີຄື: ບໍລິສັດຂົນສົ່ງສາກົນຈຳກັດ; ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ແລະ ບໍລິສັດລາວບໍ່ເຕ່ນຂາອອກ-ຂາເຂົ້າ ຈຳກັດ ສປ ຈີນ.

ຈຸດປະສົງເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງຂ້າມແດນໃຫ້ມີຄວາມຄ່ອງຕົວ, ສະດວກ, ປອດໄພ, ໂປ່ງໃສ ແລະ ທີ່ສຳຄັນທີ່ສຸດແມ່ນຫລຸດຄ່າຂົນສົ່ງເພາະສາມາດເຮັດໃຫ້ມີການຂົນສົ່ງທັງຂາໄປ ແລະ ຂາກັບ, ຊຶ່ງເປັນປັດໄຈໃນການດຶງດູດການລົງທຶນຂອງຕ່າງປະເທດເຂົ້າມາ ສປປ ລາວໃຫ້ຫລາຍຂຶ້ນ.



ໂດຍປະຕິບັດຕາມສັນຍາຂົນສົ່ງຂ້າມແດນຂອງອະນຸພາກພື້ນແມ່ນໍ້າຂອງຫລື GMS CBTA ຊຶ່ງໄດ້ກຳນົດໃຫ້ເຈົ້າຂອງປະເທດຖືຮຸ້ນຫລາຍກ່ວາເຄິ່ງໜຶ່ງຂອງຈຳນວນຮຸ້ນທັງໝົດ. ສະນັ້ນ 2 ບໍລິສັດຂອງລາວເຮົາຈຶ່ງຖືຮຸ້ນ 51 ສ່ວນຮ້ອຍ ແລະ ບໍລິສັດລາວບໍ່ເຕ່ນຂາອອກ-ຂາເຂົ້າຈຳກັດຂອງຈີນຖືຮຸ້ນ 49 ສ່ວນຮ້ອຍ ແລະ ໄດ້ປະກອບມູນຄ່າການລົງທຶນທັງໝົດ 14 ລ້ານໂດລາສະຫະລັດສະຖານີຄ່ຽນຖ່າຍສິນຄ້າມີເນື້ອທີ່ທັງໝົດ 22,3 ເຮັກຕາ, ໃນນັ້ນໄດ້ພັດທະນາໄລຍະທີ 1 ຊຶ່ງມີຈໍານວນ 9 ເຮັກຕາຊຶ່ງໄດ້ພັດທະນາໃຫ້ເປັນໄອຊີດີທີ່ໄດ້ມາດຕະຖານສາກົນມີພື້ນຖານໂຄງລ່າງ,ພາຫະນະ, ອຸປະກອນ, ຄຸ້ມຄອງດ້ວຍລະບົບໄອທີ, ລະບົບເອຊີກຸດາ (ASYCUDA) ຂອງກົມພາສີ ແລະ ສິ່ງອຳນວຍຄວາມສະດວກຄົບວົງຈອນດຳເນີນທຸລະກິດ.

ສະຖານີບໍລິການຄ່ຽນຖ່າຍສິນຄ້າຂອງບໍລິສັດລາວສາກົນໄອຊີດີຈຳກັດຕັ້ງຢູ່ທີ່ເຂດດ່ານພາສີສາກົນບໍ່ເຕັນແຂວງຫລວງນ້ຳທາ, ໂດຍນຳໃຊ້ເນື້ອທີ່ດິນແບ່ງອອກຈາກເຂດພັດທະນາເສດຖະກິດສະເພາະບໍ່ເຕ່ນແດນງາມ, ມີກຳນົດອາຍຸຂອງສັນຍາເປັນເວລາ 28 ປີ (2018-2045) ແລະ ສາມາດຕໍ່ສັນຍາໄດ້ບົນພື້ນຖານການເຫັນດີທັງສອງຝ່າຍ, ມີທຶນຈົດທະບຽນເບື້ອງຕົ້ນທັງໝົດ 14,5 ລ້ານໂດລາສະຫະລັດ ຫລື ປະມານ 120 ຕື້ກວ່າກີບ.

ຂ່າວ-ພາບ: ກະຊວງການເງິນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.