Header Ads

ຄູ-ອາຈານ ແລະ ນັກຮຽນຢູໂຮງຮຽນ ມສ ບ້ານຫ້ວຍຊາຍຄຳ ເມືອງປາກລາຍຮັບຟັງການເຜີຍແຜ່ລະບຽບການສັນຈອນທາງບົກ




ຕອນບ່າຍວັນທີ 05 ມີນາ 2018  ຜ່ານມານີ້ ເຈົ້າໜ້າທີ່ ກອງຕຳຫຼວດຈະລາຈອນ ສະກັດກັ້ນ ແລະ ມອດໄຟ ກອງບັນຊາການ ປກສ ເມືອງປາກລາຍ ສົມທົບກັບ ເຈົ້າໜ້າທີ່ ພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ໄດ້ລົງເຜີຍແຜ່ ກົດລະບຽບ ການສັນຈອນທາງບົກ ຢູ່ໝວດ ໂຮງຮຽນ ມັດທະຍົມ ມສ ບ້ານ ຫ້ວຍຊາຍຄຳ ເມືອງປາກລາຍ ແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມ ຂອງ ທ່ານ ອາຈານ ດາວົງ ລິດທິພົງ ອຳນວຍການ ໂຮງຮຽນ ມັດທະຍົມ ມສ ບ້ານຫ້ວຍຊາຍຄຳ ເມືອງປາກລາຍ,ມີທ່ານ ບຸນບໍ່ ຄຳພາ ຫົວໜ້າຂະແໜງ ຄຸ້ມຄອງ ການຂົນສົ່ງ ພະແນກໂຍທາທິການແຂວງໄຊຍະບູລີ,ມີຫົວໜ້າ ຂະແໜງການ,ວິຊາການ ຂອງຫ້ອງການໂຍທາທິການ ແຂວງ,ວິຊາການ ພະແນກຈະລາຈອນ ຫ້ອງຕຳຫຼວດ ປກສ ແຂວງ ແລະ ປກສເມືອງ ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນັກຮຽນ ພາຍໃນໂຮງຮຽນ ມສ ບ້ານຫ້ວຍຊາຍຄຳ ເຂົ້າຮ່ວມ ຮັບຟັງ ທັງໝົດຈຳນວນ 660 ກວ່າຄົນ .



ການລົງໂຄສະນາ ເຜີຍແຜ່ ກົດລະບຽບການສັນຈອນທາງບົກຄັ້ງນີ້ ຄະນະຮບຜີດຊອບ ໄດ້ນຳເອົາກົດລະບຽບການສັນຈອນທາງບົກ,ດຳລັດເລກທີ່ 188 /ນຍ ວ່າດ້ວຍ ການປັບໃໝຕໍ່ຜູ່ທີ່ລະເມີດ ຜິດຕໍ່ລະບຽບ ກົດຈະລາຈອນທາງບົກ,ອະທິບາຍ ປ້າຍສັນຍານ ຈະລາຈອນ ແລະ ສາລະບານ ການເດີນລົດ,ນຳສະເໜີຮູບພາບ ແລະ ສາຍວິດີໂອ ວົງຈອນປິດ ກ່ຽວກັບການເກີດອຸບັດຕິເຫດຕາມທ້ອງຖະໜົນຢູ່ນະຄອນຫຼວງວຽງຈັນ ແລະ ສາລະຄະດີ ຜົນຮ້າຍ ຂອງຢາເສບຕິດ.

ຈຸດປະສົງການລົງມາເຜີຍແຜ່ກົດລະບຽບ ການສັນຈອນໃນຄັ້ງນີ້ ກໍ່ເພື່ອເປັນການປູກຈິດສຳນຶກ ໃຫ້ ຄູອາຈານ ແລະ ນ້ອງນັກຮຽນທຸກຄົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບກັບກົດລະບຽບຈະລາຈອນ ແລະ ຜົນຮ້າຍຂອງຢາເສບຕິດ ແລະ ຜົນຮ້າຍຂອງການເກີດອຸບັດຕິເຫດຕາມທ້ອງຖະໜົນ ເພື່ອພ້ອມກັນ ນຳໄປຈັດຕັ້ງປະຕິບັດ ເຂົ້າໃນຊີວິດປະຈຳວັນ ໃນການໃຊ້ລົດໃຊ້ຖະໜົນ,ການມີສ່ວນຮ່ວມກັບເຈົ້າໜ້າທີ່ໃນການສະກັດກັ້ນບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ ໂດຍສະເພາະແມ່ນບັນຫາຢາເສບຕິດ,ບັນຫາຂີ້ລັກງັດແງະ ແລະ ບັນຫາອື່ນໆ ເພື່ອຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນໂຮງຮຽນຂອງຕົນ ແລະໃນສັງຄົມ. 

 ພາບ ແລະ ຂ່າວ: ມີເດຍລາວ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.